ໃນຫ້ອງຮຽນແຫ່ງໜຶ່ງ ອາດມີພຽງກະດານ ປຶ້ມ ໂຕະຮຽນ ແລະ ນັກຮຽນຈຳນວນໜຶ່ງ ແຕ່ຫາກມີ “ຄູ” ທີ່ມີຄວາມຮູ້ ມີຫົວໃຈຮັກລູກສິດ ແລະ ຮູ້ຈັກຈຸດໄຟແຫ່ງການຮຽນຮູ້ ຫ້ອງຮຽນທຳມະດາໆ ກໍສາມາດກາຍເປັນບ່ອນທີ່ປູກເມັດພັນແຫ່ງອະນາຄົດໄດ້ ເພາະການສຶກສາບໍ່ແມ່ນພຽງການມອບຄວາມຮູ້ຈາກຄູໄປຫານັກຮຽນເທົ່ານັ້ນ ມັນແມ່ນການສ້າງຄົນ ສ້າງຄວາມຄິດ ສ້າງຄຸນຄ່າ ແລະ ສ້າງພະລັງຄົນທີ່ຈະເຂົ້າໄປຂັບເຄື່ອນສັງຄົມໃນອະນາຄົດ ດັ່ງນັ້ນ ຄູຈຶ່ງເປັນໜຶ່ງໃນປັດໄຈພື້ນຖານທີ່ສຳຄັນທີ່ສຸດໃນການຕັດສິນຄຸນນະພາບຂອງການສຶກສາ ແລະ ທິດທາງການພັດທະນາຊັບພະຍາກອນມະນຸດຂອງປະເທດ.

ໃນໂອກາດວັນຄູແຫ່ງຊາດ 07 ຕຸລາ ທ່ານ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກີລາ ໄດ້ໃຫ້ສຳພາດ ໂດຍເນັ້ນວ່າ ຄູມີບົດບາດສຳຄັນຢ່າງຍິ່ງຕໍ່ການພັດທະນາຊັບພະຍາກອນມະນຸດ ແນວຄິດນີ້ສອດຄ່ອງກັບຄຳກ່າວຂອງ ປະທານ ໄກສອນ ພົມວິຫານ ໃນປີ 1978 ທີ່ວ່າ: “ຄູແມ່ນແມ່ພິມຂອງຊາດ ແລະ ຄູແມ່ນຄົນຂອງພັກ” ຄໍາກ່າວນີ້ສະທ້ອນໃຫ້ເຫັນເຖິງພາລະບົດບາດອັນໜັກແໜ້ນຂອງຄູທີ່ມີຕໍ່ການສ້າງຄົນ ແລະ ສ້າງອະນາຄົດຂອງຊາດ.
ໃນອະດີດ ພາບຂອງຄູອາດຖືກມອງໃນບົດບາດຂອງຜູ້ຖ່າຍທອດຄວາມຮູ້ ຜູ້ສູ້ຊົນສອນໃຫ້ນັກຮຽນຈົບຫຼັກສູດ ແລະ ນຳພານັກຮຽນກະກຽມຕົວເຂົ້າສອບເສັງ ແຕ່ເມື່ອໂລກກ້າວເຂົ້າສູ່ຍຸກຂໍ້ມູນຂ່າວສານ ເຕັກໂນໂລຊີດິຈິຕອນ ແລະ ປັນຍາປະດິດ (AI) ບົດບາດຂອງຄູກໍຈຳເປັນຕ້ອງກ້າວໄປໄກກວ່າການ “ສອນໃຫ້ຮູ້”ຄູໃນຍຸກໃໝ່ຕ້ອງເປັນຜູ້ແນະນຳ ຜູ້ສ້າງແຮງບັນດານໃຈ ຜູ້ຮຽນຮູ້ຕະຫຼອດຊີວິດ ແລະ ເປັນຜູ້ປູກຝັງຄຸນນະທຳ ສິນທຳ ແລະ ຈັນຍາບັນໃຫ້ແກ່ນັກຮຽນ ເພາະເຖິງແມ່ນໂລກຈະມີເທັກໂນໂລຊີທີ່ສາມາດໃຫ້ຂໍ້ມູນໄດ້ພາຍໃນບໍ່ເທົ່າໃນວິນາທີ ແຕ່ການສອນໃຫ້ຄົນຮູ້ຈັກຄິດ ຮູ້ຈັກແຍກແຍະ ຮູ້ຈັກຮັບຜິດຊອບ ແລະ ຮູ້ຈັກຢູ່ຮ່ວມກັບຄົນອື່ນ ຍັງເປັນພາລະກິດສຳຄັນຂອງຄູ.
ໃນສະພາບການໃໝ່ ຄູບໍ່ຄວນເນັ້ນພຽງການໃຫ້ນັກຮຽນຈື່ຈຳເນື້ອຫາໃນບົດຮຽນ ສິ່ງສຳຄັນກວ່ານັ້ນ ແມ່ນການສອນໃຫ້ນັກຮຽນ “ຮູ້ວິທີຮຽນ ຮູ້ວິທີຄິດ ຮູ້ວິທີແກ້ບັນຫາ ແລະ ຮູ້ຈັກພັດທະນາຕົນເອງ” ຫ້ອງຮຽນທີ່ດີຈຶ່ງບໍ່ຄວນເປັນບ່ອນທີ່ຄູເວົ້າ ແລະ ນັກຮຽນນັ່ງຟັງຢ່າງດຽວ ແຕ່ຄວນເປັນບ່ອນທີ່ນັກຮຽນໄດ້ຄິດ ໄດ້ຖາມ ໄດ້ປຶກສາຫາລື ໄດ້ສົນທະນາ ໄດ້ທົດລອງ ໄດ້ແກ້ບັນຫາ ແລະ ນຳຄວາມຮູ້ໄປປະຍຸກໃຊ້ກັບຊີວິດຈິງ ການປ່ຽນຈາກການຮຽນແບບຈື່ຈຳ ໄປສູ່ການຮຽນແບບຄິດວິເຄາະ ແລະ ລົງມືເຮັດ ຈຶ່ງເປັນອີກໜຶ່ງພາລະກິດສຳຄັນຂອງຄູໃນຍຸກປັດຈຸບັນ.
ການເຕີບໂຕຢ່າງໄວວາຂອງ AI ກຳລັງປ່ຽນແປງຫຼາຍດ້ານຂອງຊີວິດ ລວມເຖິງວົງການສຶກສາ ສຳລັບຄູ ສິ່ງສຳຄັນຈຶ່ງບໍ່ແມ່ນການຢ້ານວ່າ AI ຈະມາທົດແທນຄູ ແຕ່ແມ່ນການຮຽນຮູ້ວິທີນຳໃຊ້ AI ໃຫ້ເກີດປະໂຫຍດ ຄູສາມາດນຳ AI ແລະ ເຕັກໂນໂລຊີມາຊ່ວຍອອກແບບການຮຽນ-ການສອນ ພັດທະນາສື່ການຮຽນ ວິເຄາະຜົນການຮຽນ ແລະ ຊ່ວຍນັກຮຽນທີ່ມີຄວາມສາມາດ ຫຼື ຄວາມຕ້ອງການແຕກຕ່າງກັນແຕ່ເທັກໂນໂລຊີຈະມີຄຸນຄ່າໄດ້ ກໍຕໍ່ເມື່ອມີຄູເປັນຜູ້ນຳທາງ ເພາະ AI ອາດຊ່ວຍສະໜອງຂໍ້ມູນ ຫຼື ສ້າງຄຳຕອບໄດ້ ແຕ່ຄູຍັງເປັນຜູ້ສອນໃຫ້ນັກຮຽນຮູ້ວ່າ ຂໍ້ມູນໃດຄວນເຊື່ອ ຂໍ້ມູນໃດຄວນກວດສອບ ແລະ ຄວນນຳຄວາມຮູ້ນັ້ນໄປໃຊ້ຢ່າງມີຈັນຍາບັນແນວໃດ.
ໃນເມື່ອໂລກປ່ຽນໄວ ຄູກໍຕ້ອງປ່ຽນໄວເຊັ່ນກັນ ການພັດທະນາວິຊາສະເພາະ ແລະ ວິທີສິດສອນໃຫ້ທັນສະໄໝ ຈຶ່ງເປັນພາລະກິດທີ່ຄູບໍ່ສາມາດຢຸດໄດ້ ນອກຈາກຄວາມຮູ້ວິຊາການແລ້ວ ຄູຍັງຕ້ອງກຳໄດ້ແນວທາງຂອງພັກ ແລະ ຂອງລັດໃນແຕ່ລະໄລຍະ ມີຄວາມຮັກຊາດ ມີຄວາມເຂົ້າໃຈ ແລະ ມີຄວາມເມດຕາຮັກແພງນັກຮຽນ ມີຄວາມຍຸຕິທຳ ອົດທົນ ຮັບຟັງຢ່າງດີ ແລະ ເຄົາລົບຄວາມແຕກຕ່າງ ເພາະນັກຮຽນບໍ່ໄດ້ຮຽນຮູ້ໃນຈັງຫວະດຽວກັນ ບາງຄົນຮຽນໄວ ບາງຄົນຕ້ອງການເວລາ ບາງຄົນມີພອນສະຫວັນສະເພາະ ແລະ ບາງຄົນຕ້ອງການການຊ່ວຍເຫຼືອພິເສດ ດັ່ງນັ້ນ ຄູທີ່ດີຈຶ່ງບໍ່ແມ່ນພຽງຄົນທີ່ສອນເກັ່ງ ແຕ່ຕ້ອງເປັນຄົນທີ່ “ເຫັນ” ນັກຮຽນແຕ່ລະຄົນ ແລະ ບໍ່ປ່ອຍໃຫ້ເດັກຄົນໃດຖືກປະໄວ້ຂ້າງຫຼັງ.
ເຖິງຈະມີຄວາມຄືບໜ້າຫຼາຍດ້ານ ແຕ່ການສຶກສາຍັງມີຫຼາຍສິ່ງທ້າທາຍ ໜຶ່ງໃນນັ້ນແມ່ນຊ່ອງວ່າງດ້ານຄຸນນະພາບການສຶກສາລະຫວ່າງເຂດໃນເມືອງ ແລະ ເຂດຊົນນະບົດ ຄວາມແຕກຕ່າງດ້ານໂຄງລ່າງ ສິ່ງອຳນວຍຄວາມສະດວກ ສື່ການຮຽນ ເຕັກໂນໂລຊີ ແລະ ສະພາບແວດລ້ອມການຮຽນ-ການສອນ ຍັງເປັນບັນຫາທີ່ຕ້ອງໄດ້ສືບຕໍ່ແກ້ໄຂ.
ຂະນະດຽວກັນ ໂລກປັດຈຸບັນກໍເປັນໂລກແຫ່ງການແຂ່ງຂັນ ການບໍລິໂພກ ແລະ ການໂຄສະນາ ຄວາມກ້າວໜ້າຂອງເຕັກໂນໂລຊີ ຄວບຄູ່ໄປກັບການແຜ່ຂະຫຍາຍຂອງສື່ສັງຄົມອອນລາຍຢ່າງບໍ່ມີຂອບເຂດ ໂລກອອນລາຍມີທັງດ້ານດີ ແລະ ດ້ານທີ່ຕ້ອງລະວັງ ມັນສາມາດເປັນແຫຼ່ງຄວາມຮູ້ອັນມະຫາສານ ແຕ່ກໍອາດກາຍເປັນສິ່ງດຶງດູດໃຫ້ນັກຮຽນໃຊ້ເວລາກັບໂລກອອນລາຍຫຼາຍເກີນໄປ ການຕິດສື່ສັງຄົມ ການຫຼົງໄຫຼໃນວັດຖຸນິຍົມ ຫຼື ການຮັບເອົາຄ່ານິຍົມທີ່ບໍ່ເໝາະສົມ ສາມາດກະທົບຕໍ່ຄຸນນະທຳ ສິນທຳ ຈັນຍາບັນ ແລະ ຜົນການຮຽນຂອງນັກຮຽນ ດັ່ງນັ້ນ ພາລະຂອງຄູໃນຍຸກນີ້ຈຶ່ງບໍ່ຈຳກັດຢູ່ແຕ່ໃນກຳແພງຫ້ອງຮຽນ ແຕ່ຍັງລວມເຖິງການຊ່ວຍນັກຮຽນສ້າງພູມຄຸ້ມກັນທາງຄວາມຄິດ ແລະ ຮູ້ຈັກໃຊ້ໂລກດິຈິຕອນຢ່າງສ້າງສັນ. ທ່າມກາງໂລກທີ່ປ່ຽນແປງຈາກມື້ນີ້ໄປຫາມື້ອື່ນ ຄວາມຮູ້ບາງຢ່າງອາດລ້າສະໄໝ ເຕັກໂນໂລຊີອາດປ່ຽນຮູບແບບ ແລະ ວິທີການຮຽນຮູ້ອາດປ່ຽນໄປ ແຕ່ສິ່ງໜຶ່ງທີ່ຍັງຄົງສຳຄັນ ຄື ການມີຄົນຜູ້ໜຶ່ງຄອຍຊີ້ທາງຮັບຟັງ ໃຫ້ກຳລັງໃຈ ເຕືອນໃນຍາມຜິດພາດ ແລະ ເຊື່ອໝັ້ນໃນສັກກະຍະພາບຂອງລູກສິດ ນັ້ນຄື ຄູ ຄູຈຶ່ງບໍ່ແມ່ນພຽງອາຊີບຜູ້ສອນ ແຕ່ແມ່ນອາຊີບທີ່ຮ່ວມສ້າງຄົນ ຄຸນນະພາບຂອງຄູໃນມື້ນີ້ ຈຶ່ງສົ່ງຜົນໄປເຖິງຄຸນນະພາບຂອງຄົນໃນມື້ອື່ນ ແລະ ຄຸນນະພາບຂອງຄົນໃນມື້ອື່ນ ກໍຈະເປັນພະລັງຂັບເຄື່ອນການພັດທະນາຊາດ ດັ່ງນັ້ນ ການພັດທະນາຄູຈຶ່ງເທົ່າກັບການພັດທະນາການສຶກສາ ການພັດທະນາການສຶກສາ ກໍເທົ່າກັບການສ້າງຄົນ ແລະ ການສ້າງຄົນທີ່ມີຄວາມຮູ້ ທັກສະ ຄຸນສົມບັດ ຄຸນນະທຳ ແລະ ສາມາດປັບຕົວທັນກັບໂລກທີ່ປ່ຽນແປງ ກໍຄືການວາງຮາກຖານອັນໝັ້ນຄົງໃຫ້ແກ່ອະນາຄົດຂອງຊາດ ເພາະໃນທີ່ສຸດ ໂລກອາດຈະມີຫ້ອງຮຽນອັດສະລິຍະ ມີເຕັກໂນໂລຊີທີ່ທັນສະໄໝ ແລະ ມີ AI ທີ່ສາມາດຕອບຄຳຖາມໄດ້ແທບທຸກເລື່ອງ ແຕ່ຫົວໃຈຂອງການສຶກສາຍັງຄົງຢູ່ທີ່ “ຄົນ” ແລະ ຄົນຜູ້ຈຸດໄຟໃຫ້ແກ່ຄົນຮຸ່ນໃໝ່ນັ້ນ ກໍຄື “ຄູ” ເພາະສຸດທ້າຍແລ້ວ ຄູບໍ່ໄດ້ພຽງແຕ່ສອນເດັກໃຫ້ຮູ້ວ່າ “ໂລກເປັນແນວໃດ” ແຕ່ກຳລັງສອນໃຫ້ເດັກຮູ້ວ່າ “ພວກເຂົາຈະຊ່ວຍສ້າງໂລກໃຫ້ດີຂຶ້ນໄດ້ແນວໃດ”.