ຂໍ້ສະດວກຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍເພື່ອຮັບປະກັນການຫັນປ່ຽນລະບົບການສຶກສາສາຍສາມັນມາເປັນ 6+3 +3 ດໍາເນີນໄປຢ່າງໂລ່ງລຽນມີປະສິດທິພາບ ແລະ ຄຸນນະ ພາບສູງໂດຍສະເພາະຄວາມພ້ອມໃນການຈັດວາງບຸກຄາລາກອນສຶກສາ ແລະ ຫຼັກສູດການຮຽນການສອນເປັນປະ ເດັນໜຶ່ງ ທີ່ສະມາຊິກສະພາແຫ່ງຊາດ (ສສຊ) ໃຫ້ຄວາມສົນໃຈ ແລະ ຊັກຖາມໃນກອງປະຊຸມກອງປະຊຸມສະໄໝສາ ມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາ 2026 ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ຊີ້ແຈງຕໍ່ຄຳຊັກຖາມດັ່ງກ່າວ.

ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກ ສາທິການ ແລະ ກີລາ ກ່າວວ່າ ຈຸດຢືນທີ່ເປັນເອກະພາບໃນຄໍາຖາມເຈາະຈີ້ມແມ່ນພວກເຮົາຕ້ອງຈັດຕັ້ງປະຕິບັດວຽກ ງານໃຫ້ສຳເລັດ ແລະ ເປັນຮູບປະທຳໃນປີ 2031 ການກະກຽມປັບປຸງຫຼັກສູດ 6+3+3 ແມ່ນໄດ້ເຮັດໄປພ້ອມ ກັນ 3 ດ້ານຄື ດ້ານຫຼັກສູດ ມາຮອດປະຈຸບັນໄດ້ສຳເລັດການທົບທວນ ແລະ ກຳນົດຂອບເນື້ອໃນຫຼັກສູດໂດຍເພີ່ມເວລາຮຽນພາສາລາວ ແລະ ຄະນິດສາດ ໃນຊັ້ນ ປ1 ຫາ ປ3 ເພື່ອເສີມສ້າງພື້ນຖານການອ່ານ ການຂຽນ ແລະ ການຄິດໄລ່ໃຫ້ດີຂຶ້ນກ່າວເກົ່າ ແລະ ຄົ້ນຄວ້ານໍາເອົາເນື້ອໃນເຕັກໂນໂລຊີດິຈິຕອນຂັ້ນພື້ນຖານເຂົ້າໃນຫຼັກສູດຕັ້ງແຕ່ ປ4 ຂຶ້ນໄປ ຄ່ຽງຄູ່ກັນນັ້ນກໍໄໄດ້ຄົ້ນຄວ້າຖອດເນື້ອໃນບົດຮຽນທີ່ແອອັດ ແລະ ຊໍ້າຊ້ອນກັນອອກເພື່ອໃຫ້ເນື້ອໃນບົດຮຽນສັ້ນກະທັດຫັດ ແລະ ເພີ່ມເນື້ອໃນກິດຈະກຳບົດຮຽນຜ່ານການຫຼີ້ນໃຫ້ຫຼາຍຂຶ້ນເພື່ອໃຫ້ເດັກໄດ້ມີແນວຄິດສ້າງສັນຜ່ານຂະບວນການຫຼິ້ນໃຫ້ຫຼາຍຂຶ້ນກວ່າເກົ່າ ຫຼັກສູດຫ້ອງ ປ1 ຫາ ປ3 ໄດ້ສຳເລັດຂັ້ນພື້ນຖານ ແລະ ພວມຢູ່ໃນຂັ້ນຕອນ ກວດແກ້ ບັນນາທິການຈາກຄະນະຮັບຜິດຊອບ ແລະ ບັນດາຜູ້ຊົງຄຸນວຸດທິ ການຈັດຕັ້ງການຮຽນການສອນຫຼັກສູດ 6+3+3 ກະຊວງສຶກສາ ທິການ ແລະ ກິລາວາງແຜນການລະອຽດໂດຍໃນສົກຮຽນ 2026-2027 ເລີ່ມຮຽນຫຼັກສູດໃໝ່ ປ1 ຫາ ປ3 ສົກຮຽນ 2028 ຫາ 2029 ເລີ່ມຮຽນຫຼັກສູດໃໝ່ ປ4 ຫາ ປ6 ສົກຮຽນ 2029 ຫາ 20230 ເລີ່ມຮຽນ ຫຼັກສູດໃໝ່ ມ1 ຫາ ມ3 ແລະ ສົກຮຽນ 2030 ຫາ 20231 ເລີ່ມຮຽນຫຼັກສູດໃໝ່ ມ4 ຫາ ມ6 ເຊິ່ງຈະບໍ່ແມ່ນການເລີ່ມປະຕິບັດການຮຽນພ້ອມກັນບາດດຽວ.
ດ້ານພື້ນຖານໂຄງລ່າງ ໄດ້ສໍາເລັດການເກັບກຳຂໍ້ມູນບັນດາໂຮງຮຽນທີ່ບໍ່ໄດ້ມາດຕະຖານຂັ້ນປະຖົມມີ 1.059 ແຫ່ງ ແລະ ຂັ້ນມັດທະຍົມ 200 ແຫ່ງພ້ອມດຽວກັນນັ້ນກໍໄດ້ຂຶ້ນແຜນຄວາມຕ້ອງການງົບປະມານເພື່ອປັບປຸງບັນດາໂຮງຮຽນດັ່ງກ່າວ ແລະ ສູ້ຊົນໃຫ້ສຳເລັດໃນປີ 2030 ດ້ານບຸກຄະລາກອນຄູ ເພື່ອເປັນການກະກຽມໃຫ້ແກ່ຫຼັກສູດໃໝ່ນັ້ນ ກະຊວງສຶກສາທິການ ແລະກີລາໄດ້ຂຶ້ນແຜນການສ້າງຄູ່ມືເຝິກອົບຮົມຄູໄປຄ່ຽງຄູ່ກັບການສ້າງຫຼັກສູດໃໝ່ ນອກຈາກນັ້ນຍັງໄດ້ຂຶ້ນແຜນເຝິກອົບຮົມຄູໃນໄລຍະພັກແລ້ງເພື່ອບຳລຸງຍົກລະດັບວິຊາການ ແລະ ເຝິກອົບຮົມຜູ້ບໍລິຫານຂອງໂຮງຮຽນ ເພື່ອບໍລິຫານໂຮງຮຽນໃຫ້ມີປະ ສິດທິພາບ.ສັງລວມແລ້ວການກະກຽມປັບປຸງລະບົບການສຶກສາແມ່ນດຳເນີນໄປຕາມແຜນການ ແຜນດໍາເນີນງານ ແລະ ແຜນປະຕິບັດງານທີ່ວາງໄວ້ ແຕ່ກໍ່ຍັງມີສິ່ງທ້າທາຍທີ່ຈະຕ້ອງໄດ້ສືບຕໍ່ປັບປຸງ ແລະ ແກ້ໄກ ຄື ພື້ນຖານໂຄງລ່າງຂອງໂຮງຮຽນໃນຂອບເຂດທົ່ວປະເທດແມ່ນເກົ່າແກ່ ຊຸດ ໂຊມ ໃນນັ້ນຍັງມີຫຼາຍໂຮງຮຽນ ທີ່ພື້ນຖານໂຄງລ່າງບໍ່ທັນໄດ້ມາດຕະຖານ ແລະ ຕ້ອງການງົບປະມານເປັນຈຳນວນ ຫຼາຍເພື່ອປັບປຸງ ບູລະນະ ແລະ ກໍ່ສ້າງໃໝ່ ປັດຈຸບັນ ບັນ ດາໂຮງຮຽນທີ່ບໍ່ໄດ້ມາດຕະຖານນັ້ນກະຊວງສຶກສາທິການ ແລະກິລາໄດ້ຂຶ້ນແຜນຂໍງົບປະມານຈາກຄະນະຮັບຜິດ ຊອບວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ເພື່ອຮອງຮັບໃຫ້ແກ່ຫຼັກສູດໃໝ່ແມ່ນມີຄວາມຕ້ອງການເຝິກອົບຮົມຄູໃນຂອບເຂດທົ່ວປະເທດໃຫ້ທັນຕາມກຳນົດເວລາ ແລະ ສະໜອງຄໃຫ້ພຽງພໍກັບຄວາມຕ້ອງການຂອງບັນດາໂຮງ ຮຽນໃນທ້ອງຖິ່ນຕ່າງໆ ກະຊວງສຶກສາທິການ ແລະກີລາຈະໄດ້ສືບຕໍ່ຄົ້ນຄວ້າຊອກຫາແຫຼ່ງງົບປະມານຈາກແຫຼ່ງຕ່າງໆໂດຍສົມທົບກັບງົບປະມານຂອງລັດຖະບານ ແລະ ການຊ່ວຍເຫຼືອຈາກບັນດາຄູ່ຮ່ວມພັດທະນາ ສິ່ງທີ່ພວກເຮົາຢາກໄດ້ເທື່ອນີ້ແມ່ນຫຼັກສູດທີ່ມີຄວາມເປັນເອກະພາບ ແລະ ເທົ່າທຽມ ແຕ່ໃຕຈິງແລ້ວຄວາມແຕກໂຕນທາງດ້ານການພັດທະນາຍັງສູງ ບາງບ່ອນຍັງມີລູກຫຼາຍທີຍັງບໍ່ສາ ມາດເຂົ້າເຖິງການສຶກສາຕໍ່ກັບບັນຫາດັ່ງກ່າວໃນການສ້າງຫຼັກສູດ ແລະ ການສ້າງພື້ນຖານໂຄງລ່າງຕ້ອງຄໍານຶງເຖິງຄວາມເປັນຈິງດັ່ງກ່າວ ແລະ ຊອກຫາວິທີແກ້ໄຂທີ່ສອດ ຄ່ອງເໝາະສົມ ສິ່ງທ້າທາຍດ້ານພື້ນຖານໂຄງລ່າງເປັນຕົ້ນ ເສັ້ນທາງ ໄຟຟ້າ ນໍ້າປະປາ ອິນເຕີແນັດຍັງເປັນປັດໄຈກະ ທົບຕໍ່ກັບຄຸນນະພາບຂອງການສຶກສາ ຫຼັກສູດດີແຕ່ຜູ້ປົກຄອງ ອໍານາດການປົກຄອງ ການນໍາແຕ່ລະຂັ້ນຕ້ອງໄດ້ໃຫ້ການສະໜັບສູນ ແລະ ເຂົ້າໃຈເປັນເອກະພາບແຕ່ຫົວທີຈິ່ງຈະສາມາດຮັບປະກັນເຮັດສຳເລັດຕາມແຜນການທີ່ວາງໄວ້.