ຂໍ້ມູນຂອງກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຈ້ງໃຫ້ຊາບວັນທີ 13 ພຶດສະພາ 2020 ວ່າ: ໃນເດືອນເມສາ 2020 ທົ່ວປະເທດມີອຸບັດເຫດເກີດຂຶ້ນ 435 ລາຍ ມີຄົນເສຍຊີວິດ 71 ຄົນ…
Category: ຂ່າວໜ້າໜຶ່ງ
ຫັນອາຊີບເຮັດນາ ມາປູກພືດຜັກກະສິກຳອິນຊີ ສ້າງລາຍຮັບໄດ້ຕະຫຼອດປີ
ປັດຈຸບັນ ກະສິກຳອິນຊີ ບໍ່ວ່າຈະເປັນພືດ ຜັກ ໝາກໄມ້ຊະນິດຕ່າງໆ ກຳລັງເປັນທີ່ຕ້ອງການຂອງຜູ້ບໍລິໂພກ ເນື່ອງຈາກວ່າໄດ້ສົ່ງຜົນດີຕໍ່ຜູ້ຜະລິດ ຜູ້ບໍລິໂພກ ແລະ ສິ່ງແວດລ້ອມ ເຮັດໃຫ້ເສດຖະກິດຂອງຄອບຄົວດີຂື້ນ ປະຢັດຕົ້ນທຶນ ກະສິກຳອິນຊີ ເປັນການຜະລິດທີ່ບໍ່ນຳໃຊ້ສານເຄມີທຸກຢ່າງ ໃຊ້ນ້ຳໝັກຊີວະພາບ ໃຊ້ຝຸ່ນບົ່ມເພື່ອປັບປຸງດິນໃຫ້ດິນງາມ…
ນວ ກຽມພ້ອມວຽກງານຕ້ານແລ້ງ-ຕ້ານຖ້ວມ ເພື່ອຮັບປະກັນການຜະລິດລະດູຝົນ
ເພື່ອຮັບປະກັນໃຫ້ການການຜະລິດລະດູຝົນ ໂດຍສະເພາະການຜະລິດເຂົ້ານາປີ 2020 ບັນລຸຕາມຄາດໝາຍທີ່ວາງໄວ້ ຂະແໜງການກ່ຽວຂ້ອງ ກໍໄດ້ກະກຽມຄວາມພ້ອມທຸກດ້ານ ເພື່ອຕ້ານແລ້ງ-ຕ້ານຖ້ວມແຕ່ຫົວທີ ໃນນີ້ ຂະແໜງຊົນລະປະທານ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ໄດ້ສຸມໃສ່ການກະກຽມຄວາມພ້ອມຮອບດ້ານ ໃນການຕ້ານແລ້ງ-ຕ້ານຖ້ວມໃນລະດູຝົນປີນີ້…
ເລັ່ງເກັບກຳຂໍ້ມູນ ເພື່ອຊ່ວຍເຫຼືອແຮງງານລາວ ໃຫ້ມີວຽກເຮັດງານທຳ
ທ່ານນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ (ຮສສ ນວ) ໃຫ້ສຳພາດວັນທີ 12 ພຶດສະພາ 2020 ວ່າ: ໂດຍປະຕິບັດຕາມຄຳສັ່ງເລກທີ 06/ນຍ…
ຊີວະປະຫວັດຫຍໍ້ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ
ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ເກີດເມື່ອວັນທີ 01 ພຶດສະພາ ປີ 1928 ທີ່ບ້ານຫ້ວຍກະລືມ ເມືອງວຽງໄຊ ແຂວງຫົວພັນ, ເປັນບຸດຂອງ ທ່ານ ບຸນຊູ ແລະ…
ຝຣັ່ງ ອະນຸມັດເງິນ 19,4 ຕື້ກີບ ສ້າງຄວາມເຂັ້ມແຂງໃຫ້ຫ້ອງວິເຄາະ ໃນອາຊີຕາເວັນອອກສຽງໃຕ້
ວັນທີ 11 ພຶດສະພາ 2020 ອົງການຝຣັ່ງເພື່ອການພັດທະນາ (AFD) ອະນຸມັດເງິນຊ່ວຍເຫຼືອເພີ່ມຕື່ມ 2 ລ້ານເອີໂຣ ຫຼືປະມານ 19,4 ຕື້ກີບ ເພື່ອນຳໃຊ້ໃນໂຄງການ ECOMORE II ທີ່ໄດ້ຮັບການຈັດຕັ້ງປະຕິບັດໂດຍສະຖາບັນ…
ປົກປັກຮັກສາສະຖານບູຮານໃຫ້ມີຄວາມສວຍງາມ ກຽມພ້ອມເປີດບໍລິການຄືນໃໝ່
ການແຜ່ລະບາດເຊື້ອພະຍາດ COVID-19 ເຮັດໃຫ້ຫຼາຍປະເທດ ລວມທັງ ສປປ ລາວ ໄດ້ຮັບຜົນກະທົບໃນຫຼາຍຂະແໜງ ການ ສະເພາະຂະແໜງການທ່ອງທ່ຽວ ນັກທ່ອງທ່ຽວເຂົ້າມາລາວນັບມື້ຫຼຸດລົງ ແລະ ບໍ່ມີນັກທ່ອງທ່ຽວເຂົ້າມາເລີຍ ເນື່ອງຈາກຫຼາຍປະເທດກໍມີການແຜ່ລະບາດຂອງພະຍາດ COVID-19 ເຊັ່ນກັນ ເຮັດໃຫ້ລັດຖະບານໄດ້ປິດທຸກເສັ້ນທາງການສັນຈອນໄປ-ມາ…
ຄົບໜຶ່ງເດືອນພໍດີ ລາວບໍ່ມີກໍລະນີຕິດເຊື້ອໂຄວິດ-19 ເພີ່ມ
ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດຄວບຄຸມພະຍາດ COVID-19 ໄດ້ຖະແຫຼງຂ່າວກ່ຽວກັບສະພາບການເຝົ້າລະວັງ ເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ວັນທີ 12 ພຶດສະພາ 2020 ນີ້ວ່າ: ສະພາບການເຝົ້າລະວັງ…
ພ້ອມກັນປະຕິບັດຫຼັກການ 5ປ ເພື່ອປ້ອງກັນພະຍາດໄຂ້ຍຸງລາຍ
ນັບແຕ່ທ້າຍເດືອນທັນວາ 2019 ເຖິງປັດຈຸບັນ ຈຳນວນຄົນເຈັບສະສົມໄຂ້ຍຸງລາຍ (ໄຂ້ເລືອດອອກ) ແມ່ນນັບມື້ເພີ່ມຂຶ້ນ ໂດຍສະເພາະໃນໄລຍະກ້າວເຂົ້າສູ່ລະດູຝົນ ຍິ່ງມີຄວາມສ່ຽງໃນການແຜ່ລະບາດຂອງໄຂ້ຍຸງລາຍສູງຂຶ້ນ ເພື່ອສະກັດກັ້ນພະຍາດດັ່ງກ່າວ ແລະ ຫຼຸດຜ່ອນຈຳນວນຄົນເຈັບທີ່ຈະເກີດຂຶ້ນໃໝ່ ທຸກຄົນຄວນຫັນມາເອົາໃຈໃສ່ປ້ອງກັນ ແລະ ສະກັດກັ້ນແຕ່ຫົວທີ ໂດຍການເອົາໃຈໃສ່ປະຕິບັດຕາມຫຼັກການ 5ປ…