4 ຄົນເສຍຊີວິດຈາກພະຍາດໄຂ້ຍຸງລາຍ

ພະ­ຍາດ​ໄຂ້­ຍຸງ​ລາຍ ເປັນ​ພະ­ຍາດ​ໜຶ່ງ​ທີ່​ອັນ­ຕະ­ລາຍ ຖ້າ​ທຸກ​ຄົນ​ຍັງ​ບໍ່​ເອົາ­ໃຈ­ໃສ່​ຫັນ​ມາ​ປ້ອງ​ກັນ​ແຕ່​ຫົວ­ທີ ໂດຍ​ການ​ປະ­ຕິ­ບັດ​ຫຼັກ­ການ 5 ປ ທີ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸ​ກວາງ​ອອກ ກໍ​ອາດ​ຈະ​ເຮັດ​ໃຫ້​ພະ­ຍາດ​ນີ້​ກັບ​ມາ​ແຜ່​ລະ­ບາດ​ຄື​ດັ່ງ​ປີ 2019 ມີ​ຜູ້​ຕິດ­ເຊື້ອ​ພະ­ຍາດ​ໄຂ້­ຍຸງ​ລາຍ​ທັງ​ໝົດ 39.091 ຄົນ ໃນ​ນັ້ນ ເສຍ​ຊີ­ວິດ 76 ຄົນ ເມື່ອ​ກ້າວ​ເຂົ້າ​ມາ​ໃນ​ປີ 2020 ໃນ​ໄລ­ຍະ 5 ເດືອນ ມີ​ຄົນ​ເຈັບ​ເສຍ​ຊີ­ວິດ​ຍ້ອນ​ພະ­ຍາດ​ນີ້​ເຖິງ 4 ຄົນ.

ທ່ານ ດຣ ຣັຕ​ຕະ​ນະ​ໄຊ ເພັດ​ສຸ­ວັນ ຫົວ­ໜ້າ​ກົມ​ຄວບ​ຄຸມ­ພະ​ຍາດ​ຕິດ­ຕໍ່ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ໄດ້​ກ່າວ​ໃນ​ວັນ​ທີ 24 ພຶດ­ສະ­ພາ 2020 ວ່າ: ນັບ​ແຕ່​ທ້າຍ​ເດືອນ​ທັນ­ວາ 2019 ມາ​ຮອດ​ວັນ​ທີ 22 ພຶດ­ສະ­ພາ 2020 ມີ​ຜູ້​ຕິດ­ເຊື້ອ​ທັງ​ໝົດ 1.337 ຄົນ ເສຍ​ຊີ­ວິດ 4 ຄົນ ໃນ​ນັ້ນ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ 2 ຄົນ ໄຊ​ຍະ​ບູ​ລີ 1 ຄົນ ແລະ ແຂວງ​ຄຳ​ມ່ວນ 1 ຄົນ ເຊິ່ງ​ພະ­ຍາດ​ໄຂ້­ຍຸງ​ລາຍ​ຖື​ວ່າ​ເປັນ​ພະ­ຍາດ​ໜຶ່ງ​ທີ່​ມີ​ຄວາມ​ຮຸນ​ແຮງ​ເຊັ່ນ​ກັນ​ກັບ​ພະ­ຍາດ​ລະ­ບາດ​ອື່ນໆ ສະ­ນັ້ນ ຈຶ່ງ​ຂໍ​ເຊີນ­ຊວນ​ພໍ່​ແມ່​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ຈົ່ງ​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ທຳ­ລາຍ​ແຫຼ່ງ​ເພາະ​ພັນ​ຍຸງ​ລາຍ ໂດຍ​ປະ­ຕິ­ບັດ​ຕາມ 5 ປ ທີ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸ​ກວາງ​ອອກ  ເວ­ລາ​ເຈັບ­ເປັນ​ຕ້ອງ​ໄປ​ພົບ​ແພດ​ໝໍ ຫຼີກ​ລ່ຽງ​ການ​ຊື້​ຢາ​ມາ​ກິນ​ເອງ ເພາະ​ອາດ​ເປັນ​ອັນ­ຕະ­ລາຍ​ແກ່​ຊີ­ວິດ​ຂອງ​ປະ­ຊາ­ຊົນ.

# ຂ່າວ & ພາບ: ເພັດ​ສະ­ໝອນ

error: Content is protected !!