ມື້ນີ້ເປັນມື້ທີ 43 ທີ່ໂຄວິດເຊົາແຜ່ລາມຢູ່ລາວ

ຈາກ​ການ​ຖະ­ແຫຼງ​ຂ່າວ​ຂອງ​ຄະ­ນະ​ສະ­ເພາະ​ກິດ ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ພະ­ຍາດ​ອັກ­ເສບ​ປອດ ທີ່​ເກີດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ COVID-19 ໃນ​ວັນ​ທີ 25 ພຶດ­ສະ­ພາ 2020 ສປປ ລາວ ຍັງ​ບໍ່​ຜູ້​ຕິດ­ເຊື້ອ​ເພີ່ມ ຕົວ​ເລກ​ສະ​ສົມ​ຜູ້​ທີ່​ຕິດ­ເຊື້ອ​ຍັງ​ຢູ່​ທີ່ 19 ຄົນ ແລະ ປິ່ນ­ປົວ​ຫາຍ​ດີ​ກັບ​ເຮືອນ​ຈຳ­ນວນ 14 ຄົນ.

ທ່ານ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຜູ້​ປະ­ຈຳ­ການ​ຄະ­ນະ​ສະ­ເພາະ​ກິດ ກ່າວ​ວ່າ: ໃນ​ວັນ​ທີ 24 ພຶດ­ສະ­ພາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ວິ­ເຄາະ​ທັງ​ໝົດ 308 ຄົນ ໃນ​ນັ້ນ ມີ­ແຮງ​ງານ​ລາວ​ທີ່​ກັບ​ມາ​ແຕ່​ໄທ 247 ຄົນ ແຮງ​ງານ​ຈີນ 58 ຄົນ ກໍ­ລະ­ນີ​ສົງ­ໄສ 03 ຄົນ ແຮງ​ງານ​ລາວ​ທີ່​ກັບ​ມາ​ຈາກ​ປະ­ເທດ​ໄທ 247 ຄົນ ເຊີ່ງ​ມາ​ຈາກ​ທ້ອງ​ຖີ່ນ​ແຕ່​ລະ​ແຂວງ​ຄື: ແຂວງ​ຫຼວງ​ພະ​ບາງ 46 ຄົນ ແຂວງ​ຈຳ­ປາ​ສັກ 45 ຄົນ ສາ­ລະ​ວັນ 34 ຄົນ ນະ­ຄອນ­ຫຼວງ​ວຽງ​ຈັນ 31 ຄົນ ຄຳ​ມ່ວນ 17 ຄົນ ສະ­ຫວັນ​ນະ​ເຂດ 14 ຄົນ ຫຼວງ​ນ້ຳ​ທາ 13 ຄົນ ບໍ​ລິ​ຄຳ​ໄຊ 12 ຄົນ ຜົ້ງ​ສາ­ລີ 10 ຄົນ ວຽງ​ຈັນ 08 ຄົນ ໄຊ​ຍະ​ບູ​ລີ 06 ຄົນ ອຸ­ດົມ​ໄຊ 04 ຄົນ ຫົວ­ພັນ 04 ຄົນ ບໍ່​ແກ້ວ 02 ຄົນ ແລະ ແຂວງ​ຊຽງ​ຂວາງ 01 ຄົນ ຜົນ​ກວດ​ແຮງ​ງານ​ລາວ ແຮງ​ງານ​ຈີນ ແລະ ກໍ­ລະ­ນີ​ສົງ­ໄສ​ທັງ​ໝົດ​ທີ່​ກວດ ແມ່ນ​ບໍ່​ພົບ​ເຊື້ອ ໝາຍ​ຄວາມ​ວ່າ​ໃນ​ວັນ​ທີ 24 ພຶດ­ສະ­ພາ 2020 ບໍ່​ມີ​ຜູ້​ຕິດ­ເຊື້ອ​ໃໝ່.

ສັງ​ລວມ​ການ​ກວດ​ວິ­ເຄາະ​ແຕ່​ເດືອນ​ມັງ­ກອນ ຮອດ​ວັນ​ທີ 24 ພຶດ­ສະ­ພາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ທັງ​ໝົດ​ມີ 5.795 ຕົວ­ຢ່າງ ກວດ​ພົບ​ເຊື້ອ​ສະ​ສົມ 19 ຄົນ (43 ມື້​ແລ້ວ​ທີ່​ບໍ່​ພົບ​ຜູ້​ຕິດ­ເຊື້ອ​ໃໝ່). ປັດ­ຈຸ­ບັນ ມີ​ຜູ້​ນອນ​ຕິດ­ຕາມ​ຢູ່​ໂຮງ­ໝໍ​ມິດ­ຕະ­ພາບ 05 ຄົນ ຍີງ 04 ຄົນ ທັງ​ໝົດ​ເຫັນ​ວ່າ​ມີ​ອາ­ການ​ປົກ­ກະ­ຕິ ຈະ​ໄດ້​ສືບ­ຕໍ່​ຕິດ­ຕາມ​ຕໍ່​ໄປ​ຈົນ​ກວ່າ​ຈະ​ກວດ​ຫາ​ເຊື້ອ​ບໍ່​ພົບ.

# ຂ່າວ & ພາບ: ຊິ​ລິ​ການ​ດາ

error: Content is protected !!