ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງຈັນທະບູລີ ຈັດຂຶ້ນວັນທີ 25-26 ພຶດສະພາ 2020 ຢູ່ໂຄງການພັດທະນາລົງທຶນຮາໂດ ໂດຍເປັນປະທານຂອງສະຫາຍ ບຸນໜາ ຜາທຸມມະວົງ ຮັກສາການເລຂາຄະນະພັກເມືອງ ເຈົ້າເມືອງຈັນທະບູລີ ມີສະຫາຍ ອານຸພາບ ຕຸນາລົມ ກຳມະການສູນກາງພັກ ຮອງເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ສະຫາຍ ບຸນທອງ ພົມມະຈັນ ຄະນະປະຈຳພັກ ຫົວໜ້າຄະນະຈັດຕັ້ງ ນວ ສະຫາຍນາງ ບົວລອນ ວົງດາລາແສນ ຄະນະພັກ ປະທານສະຫະພັນແມ່ຍິງ ນວ ພ້ອມດ້ວຍສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.

ສະຫາຍ ບຸນໜາ ຜາທຸມມະວົງ ໄດ້ກ່າວເປີດກອງປະຊຸມ ພ້ອມທັງຜ່ານຮ່າງບົດລາຍງານການເມືອງທັງສອງພາກ ເຊິ່ງຕະຫຼອດໄລຍະ 5 ປີຜ່ານມາ ພາຍໃຕ້ການນຳພາຂອງອົງຄະນະພັກເມືອງ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VI ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ບົນພື້ນຖານພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມທີ່ມີຫຼາຍພາກສ່ວນເສດຖະກິດ ສູ້ຊົນເກັບລາຍຮັບໄດ້ 312 ຕື້ກວ່າກີບ ເຊິ່ງປະຕິບັດໄດ້ລື່ນຄາດໝາຍ 44,89% ທຽບໃສ່ຕົວເລກຄາດໝາຍແຕ່ລະປີທີ່ ນວ ມອບໃຫ້ ປະຕິບັດໄດ້ 82,71% ດຸ່ນດ່ຽງໃຫ້ ນວ 221 ຕື້ກວ່າກີບ ພິເສດປີ 2019 ເກັບລາຍຮັບໄດ້ 79,74 ຕື້ກີບ ເທົ່າກັບ 106,29% ລື່ນຄາດໝາຍ 4,6 ຕື້ກີບ ອັນພົ້ນເດັ່ນແມ່ນໄດ້ນຳໃຊ້ລະບົບເອເລັກໂຕຣນິກໃນການຄຸ້ມຄອງລາຍຮັບ-ລາຍຈ່າຍ ຊຳລະອາກອນຜ່ານລະບົບທະນາຄານ ໂຄງປະກອບເສດຖະກິດມີການປ່ຽນແປງຕາມທິດທີ່ວາງໄວ້ ການລົງທຶນພາຍໃນ ແລະ ຕ່າງປະເທດມີມູນຄ່າເພີ່ມຂຶ້ນ ຫຼາຍໂຄງການໄດ້ປະກອບສ່ວນພັດທະນາເມືອງໃຫ້ມີໂສມໜ້າ ໃໝ່ ກາຍເປັນເຂດທ່ອງທ່ຽວຕາມທິດຍືນຍົງ ສະຖຽນລະພາບດ້ານການເມືອງມີຄວາມສະຫງົບ ປອດໄພ ເປັນລະບຽບຮຽບຮ້ອຍ ສາມາດປະກາດເປັນເມືອງຈົບຊັ້ນມັດທະຍົມຕອນຕົ້ນ ອັດຕາປະລະການຮຽນຫຼຸດລົງ ມີໂຮງຮຽນປອດຢາເສບຕິດ 37 ແຫ່ງ ປະຊາຊົນບັນດາເຜົ່າໄດ້ຕັ້ງໜ້າສົ່ງເສີມ ອະນຸຮັກມູນເຊື້ອວັດທະນະທຳອັນດີງາມຂອງຊາດ ສ້າງຄອບຄົວ ບ້ານວັດທະນະທຳໄດ້ 100% ວຽກງານການທ່ອງທ່ຽວໄດ້ຮັບການປັບປຸງ ສາມາດດຶງດູດນັກທ່ອງທ່ຽວເພີ່ມຂຶ້ນປີລະ 20% ພ້ອມນີ້ ຍັງໄດ້ຖືເອົາວຽກງານກໍ່ສ້າງຮາກຖານການເມືອງຕາມທິດ 3 ສ້າງ ເປັນຍຸດທະສາດຍາວນານ ເປັນວິທີການນຳພາຂອງພັກ ການຄຸ້ມຄອງບໍລິຫານຂອງອົງການປົກຄອງ ເຮັດໃຫ້ບ້ານພັດທະນາໄດ້ຮັບການປັບປຸງຍົກສູງຄຸນນະພາບ ບັນດາອົງການຈັດຕັ້ງມະຫາຊົນກໍໄດ້ຮັບການປັບປຸງ ຍົກລະດັບຂຶ້ນເປັນກ້າວໆ ແບບແຜນວິທີການນຳພາຂອງພັກໄດ້ຮັບການປັບປຸງຕາມຫຼັກການລວມສູນປະຊາທິປະໄຕ ນຳພາເປັນໝູ່ຄະນະ ບຸກຄົນຮັບຜິດຊອບ ດຳເນີນຊີວິດການເມືອງພາຍໃນພັກເປັນປົກກະຕິ ເຮັດໃຫ້ມີສະມາຊິກພັກເພີ່ມຂຶ້ນ 239 ສະຫາຍ ເທົ່າກັບ 16,53% ແລະ ວຽກງານງານອື່ນໆກໍໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ.

ສຳລັບແຜນການຕໍ່ໜ້າ ຈະສືບຕໍ່ພັດທະນາເມືອງໄປຕາມຄຳຂວັນ ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ ສ້າງພັກໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງລັດດ້ວຍກົດໝາຍ ຍູ້ແຮງການພັດທະນາເສດຖະກິດ-ສັງຄົມໃຫ້ເປັນເຂດເມືອງເຂັ້ມແຂງຮອບດ້ານ ໜ້າຢູ່ ຍືນຍົງ ວັດທະນາ ເສີມສ້າງຄວາມສາມັກຄີປອງດອງທົ່ວປວງຊົນ ມີຄວາມຍຸດຕິທຳ ຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ພໍກິນພໍໃຊ້ ໃນຖານະເປັນເມືອງໃຈກາງຂອງ ນວ ໂດຍປະຕິບັດຕາມ 6 ຍຸດທະສາດ ແລະ 14 ຄາດໝາຍໃຫ້ມີຜົນສຳເລັດ.

ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງຮ່າງບົດສະຫຼຸບແຜນພັດທະນາເສດຖະກິດ-ສັງຄົມ 5 ປີຜ່ານມາ ກໍຄືແຜນພັດທະນາ 5 ປີຕໍ່ໜ້າ ການປະກອບຄຳຄິດເຫັນກ່ຽວກັບການນຳພາຂອງພັກ ແລະ ຄອບຄົວຕົວແບບ ນອກນີ້ຍັງມີການປ່ອນບັດຄັດເລືອກຕັ້ງເອົາຄະນະບໍລິຫານງານພັກຊຸດໃໝ່ ເພື່ອມາສືບຕໍ່ຊີ້ນຳ-ນຳພາວຽກງານໃຫ້ບັນລຸໄດ້ຕາມລະດັບຄາດໝາຍ.





# ຂ່າວ & ພາບ: ອົ່ນ ໄຟສົນທອງ