5 ປີຜ່ານມາ ສູນສະຖິຕິແຫ່ງຊາດ ມີຜົນງານໃນຫຼາຍດ້ານ

ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ II ຂອງ​ຄະ­ນະ​ພັກ​ຮາກ​ຖານ​ສູນ​ສະ­ຖິ­ຕິ​ແຫ່ງ​ຊາດ ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ (ຜທ) ຈັດ​ຂຶ້ນ​ວັນ​ທີ 26 ພຶດ­ສະ­ພາ 2020 ໂດຍ​ເປັນ​ປະ­ທານ​ຂອງ​ສະ­ຫາຍ ສະ­ໄໝ​ຈັນ ບຸບ­ຜາ ຫົວ­ໜ້າ​ສູນ​ສະ­ຖິ­ຕິ​ແຫ່ງ​ຊາດ ມີ​ສະ­ຫາຍ ສອນ​ໄຊ ສີ​ພັນ​ດອນ ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ ຜທ ພ້ອມ​ສະ­ຫາຍ​ຮອງ​ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ ຄະ­ນະ​ປະ­ຈຳ​ພັກ ຄະ­ນະ​ບໍ­ລິ­ຫານ​ງານ​ພັກ ຕາງ­ໜ້າ​ໜ່ວຍ​ພັກ ສະ­ມາ­ຊິກ​ພັກ​ສົມ­ບູນ ແລະ ສຳ­ຮອງ​ເຂົ້າ​ຮ່ວມ.

ໃນ​ກອງ​ປະ­ຊຸມ ສະ­ຫາຍ ສະ­ໄໝ​ຈັນ ບຸບ­ຜາ ໄດ້​ຂຶ້ນ​ຜ່ານ​ຮ່າງ​ບົດ​ລາຍ​ການ­ເມືອງ​ທັງ 2 ພາກ ຕະ­ຫຼອດ​ໄລ­ຍະ 5 ປີ­ຜ່ານ­ມາ (2014-2019) ຄະ­ນະ​ພັກ​ຮາກ​ຖານ​ສູນ​ສະ­ຖິ­ຕິ​ແຫ່ງ​ຊາດ​ໄດ້​ເອົາ­ໃຈ­ໃສ່​ນຳ­ພາ ແລະ ສຶກ​ສາ​ອົບ­ຮົມ​ແນວ​ຄິດ​ການ­ເມືອງ​ໃຫ້​ແກ່​ສະ­ມາ­ຊິກ​ພັກ-ພະ­ນັກ­ງານ ພາຍ​ໃນ​ຄະ­ນະ​ພັກ​ຮາກ​ຖານ​ຢ່າງ​ເປັນ​ປະ­ຈຳ ເພື່ອ​ເຊື່ອມ​ຊຶມ​ບັນ­ດາ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ໄດ້​ມີ​ການ​ຊຸກ­ຍູ້​ໃຫ້​ມີ​ການ​ຄົ້ນ­ຄວ້າ ແລະ ຮ່ຳ­ຮຽນ​ມະ­ຕິ​ຕ່າງໆ​ຂອງ​ພັກ​ທີ່​ວາງ​ອອກ​ໃນ​ແຕ່​ລະ​ໄລ­ຍະ ໄດ້​ເອົາ­ໃຈ­ໃສ່​ດຳ­ເນີນ​ຊີ­ວິດ​ການ­ເມືອງ​ບັ້ນ​ປົວ­ແປງ​ພາຍ​ໃນ​ພັກ​ກາງ​ປີ 2017 ແລະ ປະ​ເມີນ​ຄືນ​ຜົນ​ການ­ຈັດ­ຕັ້ງ​ຜັນ​ຂະ­ຫຍາຍ​ບັ້ນ​ປົວ­ແປງ​ພັກ​ໃນ​ປີ 2018 ເປີດ​ກວ້າງ​ການ​ຕຳ​ນິ​ກໍ່­ສ້າງ​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ ກັນ ໄດ້​ນຳ­ພາ ແລະ ຊີ້​ນຳ​ທຸກ​ການ­ເຄື່ອນ­ໄຫວ​ຂອງ​ພັກ​ຮາກ​ຖານ​ຕາມ​ພາ­ລະ​ບົດ­ບາດ​ທີ່​ຮັບ­ຜິດ­ຊອບ ໄດ້​ປະ­ສານ​ສົມ­ທົບ​ກັບ​ສາມ​ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ​ຢ່າງ​ແໜ້ນ​ແຟ້ນ ໃນ​ການ​ຊຸກ­ຍູ້​ຂະ​ບວນ​ການ​ພາຍ​ໃນ ແລະ ພາຍ​ນອກ.

# ຂ່າວ & ພາບ: ຊິ​ລິ​ການ​ດາ

error: Content is protected !!