ໂຄງການປັບປຸງຊີວິດການເປັນຢູ່ຂອງຊຸມຊົນໃນເຂດພູດອຍ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ (CCA) ໃນແຂວງ ບໍ່ແກ້ວ ໄລຍະທີສອງ ເຊິ່ງເປັນໂຄງການລິເລີ່ມໃນສ້າງຄວາມທົນທານຕໍ່ສະພາບ ດິນຟ້າອາກາດ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ ປັດຈຸບັນ ໂຄງການດັ່ງກ່າວໄດ້ກ້າວເຂົ້າສູ່ໄລຍະທີສອງ ແລະ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວຂຶ້ນວັນທີ 28 ກໍລະກົດ 2026 ຢູ່ແຂວງບໍ່ແກ້ວ ຮ່ວມລົງນາມໂດຍ ທ່ານ ແກ່ນຈັນ ທຳມະແສງ ຫົວໜ້າພະ ແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ແລະ ທ່ານນາງ ແຄໂຣ ມໍເທັນຊັນ ຜູ້ອຳນວຍການ ຂອງອົງການແພລນສາກົນປະ ຈຳ ສປປ ລາວ ເຊິ່ງມີພາກສ່ວນກ່ຽວຂ້ອງສອງ່າຍເຂົ້າຮ່ວມ.

ໂຄງການໄລຍະທີ່ສອງນີ້ ໄດ້ເປີດທາງໃຫ້ແກ່ໄວໜຸ່ມກຸ່ມທີ່ດ້ອຍໂອກາດໂດຍສະເພາະແມ່ນເດັກຍິງ ແລະ ຍິງໜຸ່ມໃຫ້ສາມາດສ້າງອາຊີບ ແລະ ລາຍຮັບທີ່ຍືນຍົງ ພ້ອມທັງແກ້ໄຂບັນຫາພື້ນຖານທີ່ນຳໄປສູ່ການແຕ່ງດອງກ່ອນໄວອັນຄວນ ເຊິ່ງໂຄງການໄດ້ຮັບທຶນຈາກອົງການແພລນສາກົນ ປະຈຳ ປະເທດສະວິດເຊີແລນ ແລະ ປະຊາຊົນສະວິດເຊີແລນ ຈັດຕັ້ງປະຕິບັດໂດຍອົງການແພລນສາກົນ ປະຈຳ ສປປ ລາວ ຮ່ວມກັບພາກລັດ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍມີເປົ້າໝາຍເສີມສ້າງທັກສະສີຂຽວ ແລະ ຄວາມສາມາດດ້ານການດຳເນີນທຸລະກິດໃຫ້ແກ່ໄວໜຸ່ມໃນເຂດຊົນນະບົດ ເພື່ອໃຫ້ສາມາດປັບຕົວຕໍ່ການປ່ຽນແປງທັງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມທີ່ກຳລັງປ່ຽນແປງໄປຢ່າງໄວວາ.
ໂດຍສືບຕໍ່ຈາກຜົນສຳເລັດໃນໄລຍະທຳອິດ ໂຄງການ CCA ໄລຍະສອງນີ້ໄດ້ຂະຫຍາຍພື້ນທີ່ໃນການຈັດຕັ້ງ ປະຕິບັດໂຄງການຢູ່ໃນແຂວງບໍ່ແກ້ວ ໂດຍເນັ້ນໜັກໃສ່ການກະສິກຳອັດສະລິຍະທີ່ສາມາດຮັບມືກັບສະພາບອາກາດ ການຜະລິດກະສິກຳທີ່ທົນທານ ແລະ ການສ້າງວິສາຫະກິດຂະໜາດນ້ອຍທີ່ຂັບເຄື່ອນໂດຍຊຸມຊົນ ລວມທັງການສະໜອງທາງເລືອກດ້ານເສດຖະກິດທີ່ເປັນຮູບປະທຳນີ້ ຈະຊ່ວຍຫຼຸດຜ່ອນຄວາມບໍ່ໝັ້ນຄົງທາງການເງິນ ເຊິ່ງເປັນປັດໄຈທີ່ຊຸກຍູ້ໃຫ້ຄອບຄົວໃນເຂດຊົນນະບົດ ຫັນໄປສູ່ການໃຫ້ລູກແຕ່ງດອງກ່ອນໄວອັນຄວນ.

ທ່ານນາງ ແຄໂຣ ມໍເທັນຊັນ ກ່າວວ່າ: ການເຊື່ອມໂຍງວຽກງານສິ່ງແວດລ້ອມ ເຂົ້າກັບການພັດທະນາດ້ານເສດຖະກິດ-ສັງຄົມ ແມ່ນໜຶ່ງໃນບູລິມະສິດທີ່ສໍາຄັນລະດັບໂລກຂອງອົງການແພລນສາກົນ ການລົງທຶນໃສ່ທັກສະດ້ານທັກສະກະສິກຳອັດສະລິຍະ ແລະ ການເປັນຜູ້ປະກອບການທາງກະສິກຳ ບໍ່ແມ່ນພຽງແຕ່ເລື່ອງຂອງການປັບຕົວຕໍ່ດິນຟ້າອາກາດເທົ່ານັ້ນ ແຕ່ມັນຍັງເປັນຍຸດທະສາດທີ່ສຳຄັນຢ່າງຍິ່ງ ເພື່ອປົກປ້ອງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຄົນລຸ້ນຫຼັງ ເມື່ອພວກເຮົາສະໜອງເຄື່ອງມື ແລະ ໂອກາດໃຫ້ແກ່ຊາວໜຸ່ມ ໂດຍສະເພາະແມ່ນຍິງໜຸ່ມ ເພື່ອໃຫ້ພວກເຂົາມີຄວາມເປັນອິດສະຫຼະທາງການເງິນ ແລະ ນຳພາການດຳເນີນງານດ້ານສະພາບອາກາດໃນຊຸມຊົນຂອງຕົນ ພວກເຮົາກໍໄດ້ຊ່ວຍຫຼຸດຜ່ອນຄວາມສ່ຽງດ້ານເສດຖະກິດທີ່ນຳໄປສູ່ການແຕ່ງດອງກ່ອນໄວ.

ທ່ານ ແກ່ນຈັນ ທຳມະແສງ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຮ່ວມມືຢ່າງຕໍ່ເນື່ອງ ແລະ ໄດ້ສົ່ງເສີມໃຫ້ໄວໜຸ່ມໃນພື້ນທີ່ໂຄງ ການເຂົ້າຮ່ວມກິດຈະກຳເພື່ອຮັບເອົາ ໂອກາດໃໝ່ໆທີ່ໂຄງການ CCA ໄລຍະທີ 2 ຈະນຳມາໃຫ້ ພວກເຮົາຊື່ນຊົມ ແລະ ເຫັນຄຸນຄ່າຢ່າງສູງຕໍ່ການສະໜັບສະໜູນ ແລະ ສ້າງການປ່ຽແປງທີ່ຕໍ່ເນື່ອງຈາກອົງການແພລນສາກົນ ປະຈຳ ສປປ ລາວ ໃນການເສີມສ້າງຄວາມທົນທານຕໍ່ສະພາບອາກາດ ແລະ ສົ່ງເສີມການກະສິກຳແບບຍືນຍົງໃນແຂວງບໍ່ແກ້ວ.