ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຈັດກອງປະຊຸມເຜີຍແຜ່ຂໍ້ກຳນົດໜ້າວຽກ(TOR) ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການຄຸ້ມຄອງໄພພິບັດພາກທຸລະກິດໂດຍຍົກສູງບົດບາດຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງ ຊາດລາວ (ສຄອຊ) ໃນຖານະຜູ້ຕາງໜ້າພາກທຸລະກິດໃນກົດໄກປະສານງານ(LDPP) ແລະ ເຜີຍແຜ່ຊຸດເຄື່ອງມືປະເມີນຄວາມພ້ອມຕອບໂຕ້ໄພພິບັດ ເພື່ອສ້າງຄວາມເຂັ້ມແຂງພາກທຸລະກິດ ຂຶ້ນວັນທີ 28 ກໍລະກົດ 2026 ຢູ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງ ທ່ານ ວັນທອງ ສິດທິກຸນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ມີ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ ທ່ານ ນາງ ມີນາວັນ ພົນເສນາ ປະທານ ອົງການຈັດຕັ້ງທາງສັງຄົມລາວ ບັນດາ ຜູ້ຕາງໜ້າຈາກກົມສັງຄົມສົງເຄາະ ກະຊວງ ຮສສ ຄະນະບໍລິຫານງານ ສຄອຊ ອົງການຈັດຕັ້ງທາງສັງຄົມລາວ Lao CSO ຄະນະກຳ ມະທິການຕາງໜ້າຜູ້ໃຊ້ແຮງງານ ແລະ ຕາງໜ້າຈາກຂະແໜງການກຸ່ມທຸລະກິດເຂົ້າຮ່ວມ.

ທ່ານ ວັນທອງ ສິດທິກຸນ ກ່າວວ່າ: ສຄອຊ ໄດ້ເຫັນຄວາມສຳຄັນໃນວຽກງານປົກປ້ອງທາງສັງຄົມ ເວົ້າສະເພາະກໍແມ່ນວຽກງານກະ ກຽມຄວາມພ້ອມ ສ້າງຄວາມຍືດຍຸ່ນ ແລະ ຕອບໂຕ້ໄພພິບັດ ການມີສ່ວນຮ່ວມໃນຫຼາຍໆກິດຈະກຳ ໃນການສ້າງການມີສ່ວນຮ່ວມ ແລະ ຄວາມເຂັ້ມແຂວງ ການປະກອບສ່ວນໃນກົນໄກການປະສານງານຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖີ່ນ ໂດຍສະເພາະ ແມ່ນກົນໄກການປະສານງານຮ່ວມສາມຝ່າຍ ເຊິ່ງພາກທຸລະກິດ ບໍ່ແມ່ນພຽງແຕ່ “ເຄື່ອງຈັກ” ໃນການຂັບເຄື່ອນເສດຖະກິດຂອງຊາດເທົ່ານັ້ນ ແຕ່ຍັງເປັນກຸ່ມກຳລັງໜ້າດ່ານທີ່ຈຳເປັນຕ້ອງມີຄວາມຕ້ານທານ ຍືດຍຸ່ນ ຄວາມເຂັ້ມແຂງ ເພື່ອກຽມຄວາມພ້ອມ ສ້າງລະບົບ ແລະ ວາງມາດຕະຖານການເຮັດວຽກທີ່ຊັດເຈນ ຈຶ່ງບໍ່ແມ່ນທາງເລືອກ ແຕ່ມັນແມ່ນ “ຄວາມຈຳເປັນອັນຮີບດ່ວນ” ທີ່ຈະຊ່ວຍໃຫ້ທຸລະກິດລາວ ສາມາດຢືນຢັດຢ່າງໝັ້ນຄົງ ຫຼຸດຜ່ອນຄວາມສ່ຽງ ແລະ ເຕີບໂຕຢ່າງຍືນຍົງໃນໄລຍະຍາວ.


ທ່ານ ປອ. ໄຊບັນດິດ ຣາຊະພົນ ກ່າວຕື່ມວ່າ: ເພື່ອເນັ້ນໜັກເຖິງຄຸນຄ່າ ແລະ ເນື້ອໃນຫຼັກຂອງບັນດາເອກະສານ ທີ່ຈະຖືກນຳມາເຜີຍແຜ່ໃນວາລະຂອງກອງປະຊຸມຄັ້ງນີ້ເຊິ່ງປະກອບດ້ວຍ 4 ເສົາຫຼັກສຳຄັນຄື:ບົດລາຍງານການປະເມີນຄວາມສ່ຽງໄພພິບັດຂອງພາກທຸລະກິດ ນີ້ຄືແຜນທີ່ນຳທາງ ທີ່ຈະຊ່ວຍໃຫ້ຜູ້ປະກອບການແຕ່ລະຫົວໜ່ວຍ ສາມາດວິເຄາະ ແລະ ເຫັນຄວາມສ່ຽງທີ່ອາດຈະເກີດຂຶ້ນລ່ວງໜ້າ ແຜນການຕອບໂຕ້ສຸກເສີນ ຄູ່ມືກອງທຶນຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ: ເຊິ່ງຈະເປັນກົນໄກສະໜັບສະໜູນ ແລະ ຊ່ວຍເຫຼືອທາງດ້ານການເງິນ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ເຄືອຂ່າຍສະມາຊິກ ເວລາທີ່ປະສົບກັບສະຖານະການຄວາມຫຍຸ້ງຍາກ ບົດລາຍງານເລື່ອງຄວາມຮັບຜິດຊອບຕໍ່ສັງຄົມ ເຊິ່ງສະທ້ອນໃຫ້ເຫັນວ່າ ທຸລະກິດທີ່ເຂັ້ມແຂງ ບໍ່ແມ່ນທຸລະກິດທີ່ສຳເລັດພຽງແຕ່ຕົວເລກຜົນກຳໄລເທົ່ານັ້ນ ແຕ່ຕ້ອງເປັນທຸລະກິດທີ່ຮູ້ຈັກຕອບແທນສັງຄົມ ເບິ່ງແຍງຮັກສາສິ່ງແວດລ້ອມ ແລະ ເຕີບໃຫຍ່ຄຽງຄູ່ໄປກັບຊຸມຊົນຢ່າງກົມກຽວ.

