ນວ ແລະ ຢຸນນານ ສືບຕໍ່ເພີ່ມທະວີການຮ່ວມມືວຽກງານກຳມະບານ

ພິທີພົບປະແລກປ່ຽນບົດຮຽນລະຫວ່າງສະຫະພັນກຳມະ ບານນະຄອນຫຼວງວຽງຈັນ (ນວ) ແລະ ສະ ຫະພັນກຳມະບານແຂວງຢຸນນານ ສປ ຈີນ ຈັດຂຶ້ນວັນທີ 5 ສິງຫາ 2026 ທີ່ຫ້ອງວ່າການ ນວ ໃນໂອກາດທີ່ຄະນະຜູ້ແທນສະຫະພັນກຳມະບານແຂວງຢຸນນານເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ນວ ເຊິ່ງຝ່າຍລາວນໍາໂດຍທ່ານ ນາງ ໂຄ ຕະມິນ ພົງຍາລັກ ປະທານສະຫະພັນກຳມະບານ ນວ ແລະ ຝ່າຍຈີນນໍາໂດຍທ່ານ ຫຼີ ສີ ຮອງປະທານສະຫະພັນກຳມະບານແຂວງຢຸນນານ.

ການພົບປະຄັ້ງນີ້ສອງຝ່າຍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບວຽກງານກຳມະບານຂອງຕົນໃຫ້ກັນ ແລະ ກັນຊາບ ເຊິ່ງທ່ານ ນາງ ໂຄຕະມິນ ພົງຍາລັກ ໄດ້ກ່າວວ່າ:ໃນຜ່ານມາສະຫະພັນກຳມະບານ ນວ ແລະ ແຂວງຢຸນນານໄດ້ຈັດກອງປະຊຸມພົບປະ ແລະ ແລກປ່ຽນຮ່ວມກັນມາແລ້ວ 2 ຄັ້ງ ແລະ ຄັ້ງນີ້ເປັນຄັ້ງທີ 3 ໂດຍໄດ້ແລກປ່ຽນປະສົບການ ແລະ ບົດຮຽນການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ກັນຊາບ ແລະ ໄດ້ຮ່ວມກັນຈັດຕັ້ງປະຕິບັດໂຄງການສ້າງຕົວແບບດ້ວຍການແຂ່ງຂັນດ້ານເຕັກນິກ ແລະ ດ້ານສີມືແຮງງານ ພາຍໃຕ້ຫົວຂໍ້ໜຶ່ງແລວໜຶ່ງເສັ້ນທາງ ໂດຍມີຜົນສຳເລັດເປັນທີ່ເພິ່ງພໍໃຈເປັນຢ່າງສູງ ການພົບປະຄັ້ງນີ້ໄດ້ພ້ອມກັນທົບທວນຄືນການຮ່ວມມື ແລະ ໃຫ້ບັນລຸການເປັນຄູ່ຮ່ວມ ເພື່ອຍົກສູງປະສິດທິຜົນຂອງການພັດທະນາວຽກງານກຳມະບານ ແລະ ໄດ້ພ້ອມ ກັນຄົ້ນຄວ້າລົງເລິກບາງດ້ານການຮ່ວມມືໃນການພັດທະນາວຽກງານກຳມະບານໃນໄລຍະໃໝ່.

ໂດຍປະຕິບັດຕາມໂຄງການຮ່ວມມືລະຫວ່າງສອງຝ່າຍກ່ຽວກັບໂຄງການສ້າງຕົວແບບດ້ວຍການແຂ່ງ ຂັນດ້ານເຕັກນິກ ແລະ ສີມືແຮງງານພາຍໃຕ້ຫົວຂໍ້ໜຶ່ງແລວໜຶ່ງເສັ້ນທາງ ນັບແຕ່ສອງສະຫະພັນກຳມະ ບານຮ່ວມກັນເຊັນສັນຍາຮ່ວມມືກັນປີ 2024 ປັດຈຸບັນສະຫະພັນກຳມະ ບານ ນວ ໄດ້ເອົາໃຈໃສ່ ແລະ ຊຸກຍູ້ການຍົກສູງທັກສະສີມືແຮງງານພະນັກງານ ກຳມະກອນ ແລະ ຊາວຜູ້ອອກແຮງ ງານພາຍໃນ ນອກນັ້ນປີ 2025 ໄດ້ມີຫຼາຍກິດຈະກຳ

ທີ່ໄດ້ເຮັດສຳເລັດຮ່ວມກັນເປັນຕົ້ນຈັດກິດຈະກຳອົບຮົມວິຊາຊີບໄຟຟ້າຂັ້ນພື້ນ ຖານ ໂດຍການຊີ້ນໍາ ແລະ ສົ່ງຊ່ຽວຊານມາຈາກວິທະຍາໄລເຕັກນິກຢຸນນານ ແລະ ກິດ ຈະກຳການແຂ່ງຂັນທັກສະທາງດ້ານສິມືແຮງງານກ່ຽວກັບການບັນຍາຍການຕະຫຼາດ ແລະ ການສ້າງບົດນຳສະເໜີ PPT ຢູ່ເຂດພັດທະນາກວມລວມໄຊເສດຖາ ການຈັດກິດຈະກຳແຂ່ງຂັນທັກສະທາງດ້ານສີມືແຮງງານທັກສະດ້ານການຂາຍ ແລະ ທັກສະການນັບເງິນໃນຂະແໜງບັນຊີຢູ່ສູນການຄ້າວຽງຈັນເຊັນເຕີ ຈັດກິດຈະກຳການແຂ່ງຂັນທັກສະການເວົ້າພາສາຈີນ-ລາວ ການແຂ່ງຂັນຄວາມສາ ມາດດ້ານການດຶງດຸດກາລົງທຶນຂອງເຂດພັດທະນາ ການແຂ່ງຂັນສີມືແຮງງານເນື່ອງໃນໂອກາດຄົບຮອບ 5 ປີ ການເປີດນຳໃຊ້ທາງດ່ວນວຽງຈັນ-ວັງວຽງ ການແຂ່ງຂັນຊ່າງຈອດ ແລະ ອື່ນໆ ເພື່ອສືບຕໍ່ການພົວພັນຮ່ວມມືກັນເຂົ້າສູ່ລວງເລິກລະຫວ່າງ 2 ສະຫະພັນກຳມະບານ ໃນຕໍ່ໜ້າສະເໜີໃຫ້ສອງຝ່າຍສ້າງເງື່ອນໄຂອຳນວຍຄວາມສະດວກດ້ານຕ່າງໆ ເພື່ອກ້າວເຂົ້າສູ່ການເຊັນບົດບັນທຶກຊ່ວຍຈຳຮ່ວມກັນໃນມໍ່ໆນີ້ ບົນພື້ນຖານສ້າງສາຍພົວພັນມິດະພາບ ແລະ ການຮ່ວມມືອັນຍາວນານລະຫວ່າງສະມາຊິກກຳມະ ບານ ກຳມະກອນ ຊາວຜູ້ອອກແຮງງານ ລັດຖະກອນ ແລະ ການຈັດຕັ້ງກຳມະບານລາວ-ຈີນໃຫ້ນັບມື້ເລິກ ເຊິ່ງກວ້າງ ຂວາງຫຼາຍຂຶ້ນກວ່າເກົ່າເປັນຕົ້ນການພົບປະແລກປ່ຽນບົດຮຽນຂອງຄະນະຜູ້ແທນທັງສອງຝ່າຍ ການສ້າງ ແລະ ຍົກລະດັບທາງດ້ານວິຊາການວຽກງານກຳມະບານໃຫ້ພະນັກງານກາມະບານອາຊີບ ການສ້າງກິດຈະກຳຮ່ວມກັນໃນການສົ່ງເສີມຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານໄດ້ເຂົ້າ ເຖິງກົດໜາຍ ກົດລະບຽບ ນິຕິກຳ ແລະ ຂໍ້ມູນຂ່າວສາ ທີ່ຕິດພັນກັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ ກຳມະກອນ ແລະ ຊາວຜູ້ອອກແຮງງານ.

ສະຫະພັນກຳມະບານສອງປະເທດສາ ມາດຕິດຕາມການເຄື່ອນໄຫວຂອງບັນດາວິສາຫະກິດຂອງສອງປະເທດທີ່ຕັ້ງຢູ່ຜືນແຜນດິນຂອງປະເທດນັ້ນ ແລະ ຊຸກຍູ້ບັນດາວິສະຫະກິດໄດ້ສ້າງຕັ້ງກຳມະບານຮາກຖານ ຂະຫຍາຍສະມາຊິກກຳມະບານເພື່ອເປັນການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຍູ້ຂະບວນ ການແຂ່ງຂັນທັກສະສີມືແຮງງານຫັນເປັນອຸດສະຫະ ກຳ ແລະ ທັນສະໄໝເທື່ອລະກ້າວ ສະໜັບສະໜູນຊ່ວຍ ເຫຼືອທາງດ້ານວິຊາການ ເຕັກໂນໂລຊີ ແລະ ບັນຫາອື່ນໆຕາມຄວາມສາມາດຕົວຈິງ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ແຫ່ງຄວາມສາມັກຄີຮອບດ້ານທີ່ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ສີຈິນຜີງ ຜູ້ນໍາທີ່ເຄົາລົບຮັກໄດ້ເພີ່ມພູນຄູນສ້າງໄວ້ເປັນມໍລະດົກອັນລໍ້າຄ່າຂອງພວກເຮົາຕະຫຼອດກາລະນານ.

error: Content is protected !!