ວັນທີ 26 ກັນຍາ 2021 ນີ້ ໂຄງການສະໜອງໄຟຟ້າພາຍນອກໃຫ້ແກ່ທາງລົດໄຟລາວ-ຈີນ ຂ້າມຜ່ານ 4 ແຂວງ 1 ນະຄອນຂອງລາວເຊັ່ນ: ແຂວງຫຼວງນໍ້າທາ ອຸດົມໄຊ ຫຼວງພະບາງ ແຂວງວຽງຈັນ…
Category: ຂ່າວໜ້າໜຶ່ງ
ນະຄອນຫຼວງວຽງຈັນ ໄດ້ຮັບອຸປະກອນການແພດປ້ອງກັນພະຍາດໂຄວິດ-19
ວັນທີ 27 ກັນຍາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ບໍລິສັດ ພູເບ້ຍ ມາຍນິງ ປະກອບສ່ວນຊຸກຍູ້ຊຸດ PPE ຜ້າອັດປາກ-ອັດດັງ ເຈວ ລ້າງມື ແລະ ເຫຼົ້າ…
ສີສັດຕະນາກ ເຂັ້ມງວດມາດຕະການປ້ອງກັນໂຄວິດ-19
ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ຮອບ 2 ເຮັດໃຫ້ພໍ່ແມ່ປະຊາຊົນ ກໍຄືທຸກວຽກງານຂະແໜງການພົບກັບຫຼາຍບັນຫາ ອຳນາດການປົກຄອງທຸກຂັ້ນແຕ່ສູນກາງ ລົງເຖິງທ້ອງຖິ່ນ ໂດຍສະເພາະບັນດາໜ່ວຍງານຄະນະສະເພາະກິດໃນແຕ່ລະເມືອງ ຕ້ອງສຸມໃສ່ການປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ. ທ່ານ ປອ ທີນນະກອນ ທອງຄໍາ ຮອງເຈົ້າເມືອງສີສັດຕະນາກ…
ກຳນົດເອົາ 12 ບ້ານ ເປັນບ້ານແດງໃໝ່ໃນ ນວ
ຕາມການຖະແຫຼງຂອງທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 27 ກັນຍາ 2021 ໃຫ້ຮູ້ວ່າ ນະຄອນຫຼວງວຽງຈັນ (ນວ) ໄດ້ກຳນົດເອົາ 12 ບ້ານ…
ບ້ານຫ້ວຍແສງ ເມືອງເລົ່າງາມ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ເສຍຫາຍເກືອບ 200 ລ້ານກີບ
ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ພ້ອມດ້ວຍຂະແໜງການກ່ຽວຂ້ອງຂອງແຂວງ ແລະ ການນຳເມືອງເລົ່າງາມ ລົງຕິດຕາມສະພາບນໍ້າຖ້ວມຢູ່ບ້ານຫ້ວຍແສງ ເມືອງເລົ່າງາມ ໃນວັນທີ 24 ກັນຍາຜ່ານມາ ຈາກການປະເມີນຜົນເສຍຫາຍເບື້ອງຕົ້ນ ມີໜອງປາເສຍຫາຍ 47…
ຍັງໜ້າເປັນຫ່ວງ ນະຄອນຫຼວງພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນວັນນີ້ອີກ 315 ຄົນ
ການລະບາດຂອງພະຍາດໂຄວິດ-19 ເຫັນວ່າການນຳເຂົ້າຈາກຕ່າງປະເທດມີທ່າອ່ຽງຫຼຸດລົງ ແຕ່ການລະບາດໃນຊຸມຊົນນັບມື້ເພີ່ມຂຶ້ນ ແລະ ແຜ່ກະຈາຍໃນຫຼາຍແຂວງ. ຕາມການຖະແຫຼງຂ່າວຂອງທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດ ກະຊວງສາທາລະນະສຸກ ປະຈຳວັນທີ 27 ກັນຍາ 2021…
ສູນເລືອດໃນທົ່ວປະເທດ ພົບວິກິດຂາດເລືອດເພື່ອຕອບສະໜອງໃຫ້ແກ່ຄົນເຈັບ
ຈາກການລະບາດຂອງເຊື້ອໂຄວິດ-19 ຮອບ 2 ເຮັດໃຫ້ການຕອບສະໜອງເລືອດບໍ່ພຽງພໍກັບຄວາມຕ້ອງການຂອງຄົນເຈັບ ເຮັດໃຫ້ສູນເລືອດ ຂາດເລືອດຢ່າງໜັກ ສູນເລືອດແຫ່ງຊາດ ແລະ ສູນເລືອດແຂວງທົ່ວປະເທດ ພົບກັບບັນຫາວິກິດໃນການສະໜອງເລືອດໃຫ້ກັບຄົນເຈັບ. ທ່ານ ດຣ ຈັນທະລາ ສຸກສາຄອນ…
ນຳຜູ້ອາຍຸສູງໃນຄອບຄົວຂອງທ່ານອອກມາສັກວັກຊີນປ້ອງກັນໂຄວິດ-19 ກັນໄວ້ດີກວ່າແກ້
ໃນສະພາບການລະບາດຂອງພະຍາດໂຄວິດ-19 ທີ່ຍັງແຜ່ລະບາດເປັນວົງກວ້າງ ແລະ ໄວວາ ຜູ້ສູງອາຍຸແມ່ນໜຶ່ງໃນກຸ່ມທີ່ມີຄວາມສ່ຽງທີ່ສຸດໃນການເຈັບເປັນຮຸນແຮງ ຫຼື ເສຍຊີວິດ ເຖິງວ່າກຸ່ມເຫຼົ່ານີ້ອາດຈະບໍ່ໄດ້ເດີນທາງໄປໃນຈຸດສ່ຽງ ແຕ່ສະມາຊິກຄອບຄົວຜູ້ໜຸ່ມນ້ອຍ ກໍສາມາດເປັນສາເຫດທີ່ນໍາເຊື້ອມາສູ່ເພິ່ນໄດ້. ປັດຈຸບັນ ຕົວເລກປະຊາກອນຜູ້ສູງອາຍຸໃນ ສປປ ລາວ…
ຜັກກະສິກຳອິນຊີຈາກແກ້ວທະວີຄູນ ຊື້ໄດ້ທີ່ສວນໂນນຫວາຍ ແລະ 9 ຮ້ານໃນ ນວ
ບໍລິສັດແກ້ວທະວີຄູນ ເພີ່ມພູນຊັບຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ເປັນບໍລິສັດທີ່ຜະລິດ ແລະ ຈໍາໜ່າຍພືດຜັກກະສິກຳອິນຊີ ເຊິ່ງໄດ້ເປັນທີ່ຍອມຮັບຂອງຜູ້ບໍລິໂພກໃນສັງຄົມເປັນຈໍານວນຫຼາຍ ນອກຈາກຂາຍຢູ່ສວນໂນນຫວາຍ ແລະ ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ (ນວ) ແລ້ວ ຍັງໄດ້ຈັດສົ່ງວາງຈໍາໜ່າຍຕາມຮ້ານມີນີມາກ ແລະ ຮ້ານຊີ້ນສະໄລໃນ…