ໄຟຟ້າຫົງສາ ສະໜັບສະໜູນໃຫ້ເຍົາວະຊົນພັດທະນາຂີດຄວາມສາມາດດ້ານການສຶກສາ-ການພັດທະນາຕົນເອງ

    ນັກຮຽນທຶນໃນໂຄງການ ທຶນການສຶກສາສໍາລັບນັກຮຽນເກັ່ງ ຄຸນສົມບັດດີ ໃນລະດັບຊັ້ນມັດທະຍົມສຶກສາຂອງບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຍາດໄດ້ຄະແນນສອບເສັງອັນດັບທີ 1 ຈາກການສອບເສັງຂອງແຂວງໄຊຍະບູລີ ທ້າວ ໄພສະຫວັດ ອິນທະບຸນຜາຍ ນັກຮຽນຊັ້ນມັດທະຍົມສຶກສາປີທີ 7 ໂຮງຮຽນມັດທະຍົມສຶກສາສົມບູນຫົງສາ ແລະ ນາງ ມີ່ມີ່ ສິງມະນີ ຮຽນຢູ່ຊັ້ນມັດທະຍົມສຶກສາປີທີ 7 ໂຮງຮຽນມັດທະຍົມສຶກສາສົມບູນ ບ້ານຫານ ເປັນຕົວແທນນັກຮຽນເກັ່ງຈາກເມືອງຫົງສາ ເຂົ້າສອບເສັງຈົບຊັ້ນໃນລະດັບແຂວງ ປະຈໍາປີ 2021 ໂດຍ ທ້າວ ໄພສະຫວັດ ອິນທະບຸນຜາຍ ສາມາດສອບເສັງໄດ້ຄະແນນສູງສຸດ ອັນດັບທີ 1 ແລະ ນາງ ມີ່ມີ່ ສິງມະນີ ໄດ້ຄະແນນສອບເສັງອັນດັບທີ 17 ຂອງແຂວງໄຊຍະບູລີ ປະຈໍາສົກສຶກສາ 2021 ໂດຍທັງສອງຄົນເປັນນັກຮຽນທີ່ໄດ້ຮັບທຶນການສຶກສາຈາກບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໃນໂຄງການ “ທຶນການສຶກສາສໍາລັບນັກຮຽນເກັ່ງ ຄຸນສົມບັດດີ ໃນລະດັບຊັ້ນມັດທະຍົມສຶກສາ “ (HPC Scholarship Project for Secondary School).

    ສໍາລັບໂຄງການດັ່ງກ່າວ ສ່ວນງານຊຸມຊົນສໍາພັນ ພະແນກປະຊາສໍາພັນຝ່າຍສື່ສານອົງກອນ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ເລີ່ມຂຶ້ນໂດຍມີຈຸດປະສົງເພື່ອສົ່ງເສີມ ແລະ ສະໜັບສະໜູນໃຫ້ເຍົາວະຊົນພັດທະນາຂີດຄວາມສາມາດດ້ານການສຶກສາ ຕະຫຼອດເຖິງການພັດທະນາຕົນເອງໄປສູ່ການເປັນນັກຮຽນແບບຢ່າງທີ່ມີຜົນການຮຽນດີ ແລະ ການສຶກສາ ຍັງເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງບໍລິສັດ ໃນການຊ່ວຍສ້າງໂອກາດໃນການຮຽນຮູ້ ແລະ ພັດທະນາບຸຄະລາກອນ ເພື່ອທີ່ຈະພັດທະນາຊຸມຊົນ ແລະ ປະເທດຕໍ່ໄປໃນອະນາຄົດ.

    ສໍາລັບໂຄງການດັ່ງກ່າວ ໄດ້ດໍາເນີນການມາແລ້ວຕັ້ງແຕ່ປີ 2011 ຈົນເຖິງປັດຈຸບັນ ແລະ ມີນັກຮຽນໃນລະດັບຊັ້ນມັດທະຍົມສຶກສາໃນເຂດເມືອງຫົງສາ ເມືອງເງິນ ແລະ ເມືອງຊຽງຮ່ອນ ໄດ້ຮັບທຶນການສຶກສາດັ່ງກ່າວຈໍານວນຫຼາຍກວ່າ 400 ຄົນ ລວມມູນຄ່າ 1.200.000.000 ກີບ.

    ນອກຈາກນີ້ ນະໂຍບາຍການສົ່ງເສີມດ້ານການສຶກສາຂອງບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ນັ້ນ ຍັງໄດ້ສະໜັບສະໜູນທຶນການສຶກສາໃຫ້ກັບນັກຮຽນທີ່ມີຜົນການຮຽນດີໃນລະດັບປະລິຍາຕີ ມາຕັ້ງແຕ່ປີ 2014 ຈົນເຖິງປັດຈຸບັນ ລວມແລ້ວ ຫຼາຍກວ່າ 36 ທຶນ ມີຜູ້ຈົບການສຶກສາແລ້ວຈໍານວນຫຼາຍກວ່າ 18 ຄົນ ຕະຫຼອດເຖິງການເປີດໂອກາດໃນການຄັດເລືອກນັກສຶກສາຊັ້ນປີທີ 4 ເຂົ້າມາຮ່ວມງານກັບບໍລິສັດ ພາຍໃຕ້ໂຄງການ “ ໂຄງການທຶນການສຶກສາ ເພື່ອບັນດິດຈົບໃໝ່” (News Graduate Internship Program) ເພື່ອເສີມສ້າງປະສົບການໃຫ້ກັບນັກສຶກສາ ແລະ ພັດທະນາບຸຄະລາກອນໃຫ້ທຽບເທົ່ານານາປະເທດ ເພື່ອຮ່ວມພັດທະນາປະເທດຕໍ່ໄປໃນອະນາຄົດ ແລະ ຍັງຊ່ວຍສ້າງໂອກາດໃນການຮຽນຮູ້ ແລະ ພັດທະນາບຸຄະລາກອນ ເພື່ອທີ່ຈະພັດທະນາຊຸມຊົນ ແລະ ປະເທດຊາດຕໍ່ໄປໃນອະນາຄົດ.

   # ຂ່າວ – ພາບ :  ວຽງມາ

error: Content is protected !!