ເຜີຍແຜ່​ວິ​ດີ​ໂອການ​ສອນສາ​ທິດ 21 ສຽງ​ພາ​ສາ​ອັງ​ກິດ​ຂັ້ນ ປ3

    ກະຊວງສຶກສາທິການ ແລະ ກີລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ເຜີຍແຜ່​ວິ​ດີ​ໂອການ​ສອນສາ​ທິດ 21 ສຽງ​ພາ​ສາ​ອັງ​ກິດ​ຂັ້ນ ປ3 ຜ່ານຊ່ອງຢູທູບ ເພື່ອສະໜັບສະໜູນການຮຽນ-ການສອນ ສຳລັບວິ​ຊາພາສາອັງກິດຂັ້ນ ປ3 ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ພັດທະນາຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ເຊິ່ງການສອນສຽງໃນວິຊາພາສາອັງກິດຂັ້ນ ປ3 ເພື່ອຊ່ວຍໃຫ້ນັກຮຽນເລີ່ມອ່ານ ແລະ ຂຽນເປັນພາສາອັງກິດ.

    ການສອນສຽງ ຊ່ວຍໃຫ້ນັກຮຽນເຂົ້າໃຈກ່ຽວກັບສຽງໃນພາສາເວົ້າ ຕົວອັກສອນ ແລະ ການສະກົດຄໍາຕ່າງໆຂອງສຽງເຫຼົ່ານັ້ນ ເວລາຂຽນເປັນຄຳສັບ ແຕ່ລະສຽງມີທ່າທາງປະກອບທີ່ບໍ່ຄືກັນ ເພື່ອໃຫ້ນັກຮຽນຈື່ສຽງ ພ້ອມທັງທ່າທາງປະກອບເພື່ອສ້າງຄວາມມ່ວນຊຶ່ນໃນການຮຽນ ວິດີໂອໃໝ່ນີ້ ຈະສາທິດກ່ຽວກັບວິທີການອອກສຽງທີ່ຖືກຕ້ອງ ພ້ອມດ້ວຍທ່າທາງປະກອບ ແລະ ວິທີຂຽນຕົວອັກສອນຖືກຕ້ອງຕາມຮູບແບບໃນ 21 ສຽງ ໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງ ສສກ ຈະໄດ້ເຜີຍແຜ່ວິດີໂອຊຸດໃໝ່ຫຼາຍກວ່າ 100 ສຽງຢູ່ໃນຊ່ອງຢູທູບ “ວິດີໂອສຳລັບການພັດທະນາຄູ Teacher Development Videos” ເພື່ອສະໜັບສະໜູນການດໍາເນີນການຮຽນ-ການສອນຫຼັກສູດສະບັບປັບປຸງໃໝ່ ວິຊາພາສາອັງກິດ ໃຫ້ຄູສອນ ແລະ ນັກຮຽນຂັ້ນ ປ3.

    ທ່ານ ອຸທິດ ທີບພະຈັນ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງ ສສກ ໄດ້ແຈ້ງໃຫ້ຊາບວ່າ: “ຄູສອນຊັ້ນປະຖົມສຶກສາ ແລະ ຄູເຝິກ ສາມາດນຳໃຊ້ວິດີໂອສຳລັບການພັດທະນາຄູ ແລະ ວິດີໂອຊຸດການສອນອອກສຽງເຫຼ່ົານີ້ ໃນການກະກຽມບົດສອນ ແລະ ການຮຽນດ້ວຍຕົນເອງ ເພື່ອດໍາເນີນການສອນຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ສຳລັບການຮຽນການສອນທີ່ເນັ້ນໃຫ້ນັກຮຽນໄດ້ປະຕິບັດຕົວຈິງ ພວກເຂົາສາມາດເປີດຊຸດການສອນສຽງເຫຼົ່ານີ້ເພື່ອດໍາເນີນການສິດສອນໃນຫ້ອງຮຽນໂດຍຜ່ານທາງຊ່ອງຢູທູບ ລະຫວ່າງການປິດຮຽນ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ນອກນີ້ ໃຫ້ຄູສອນສືບຕໍ່ປັບປຸງທັກສະຂອງຕົນເອງໃນໄລຍະການປິດໂຮງຮຽນ ຫຼື ອາດເລື່ອນການເຝິກອົບຮົມຄູອອກໄປກ່ອນ ພວກເຮົາໄດ້ຜະລິດວິດີໂອສຳລັບການພັດທະນາຄູ ແລະ ເຜີຍແຜ່ທາງຊ່ອງຢູທູບ ຄື: “ວິດີໂອສຳລັບການພັດທະນາຄູ Teacher Development Videos” ເຊິ່ງປາກົດເຫັນວ່າ ມີຜູ້ເຂົ້າເບີ່ງຜ່ານທາງຊ່ອງດັ່ງກ່າວຫຼາຍກວ່າ 1,2 ລ້ານຄັ້ງ ແລະ ເຫັນວ່າແມ່ນອັດຕາຜູ້ເຂົ້າເບີ່ງສູງສຸດ ເຊິ່ງຕີລາຄາໄດ້ວ່າ ຄູສອນໃຫ້ຄວາມສໍາຄັນຕໍ່ກັບວິດີໂອເຫຼ່ົານັ້ນ.”

    ສຳລັບຊ່ອງຢູທູບ “ວິດີໂອສຳລັບການພັດທະນາຄູ Teacher Development Videos” ກ່ຽວກັບສື່ການຮຽນ-ການສອນ ວິດີໂອສຳລັບການເຝິກອົບຮົມຄູ ແລະ ວິດີໂອຊຸດຟາຍການສອນສຽງ ແມ່ນໄດ້ເຜີຍແຜ່ແລ້ວ ໃນລະຫວ່າງທີ່ໂຮງຮຽນຫຼາຍແຫ່ງຍັງປິດຢູ່ ແລະ ການເຝິກອົບຮົມຄູໃນບາງແຂວງທີ່ມີສະພາບການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ກອງປະຊຸມເຝິກອົບຮົມໄດ້ເລື່ອນອອກໄປ.

    ສາມາດເຂົ້າເບີ່ງເວບໄຊ ແລະ ຢູທູບໄດ້ ໂດຍທ່ານສາມາດກົດເຂົ້າລີ້ງດ້ານລຸ່ມນີ້: ວິດີໂອ 17 ວິຊາພາສາອັງກິດຂັ້ນ ປ3

ການສອນສຽງ 21 ສຽງ:

   # ຂ່າວ – ພາບ :  ບຸນມີ ສີວິໄລ

error: Content is protected !!