ມື້ນີ້ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 464 ຄົນ

    ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 1 ຕຸລາ 2021 ໃຫ້ຮູ້ວ່າ: ການລະບາດພະ ຍາດໂຄວິດ-19 ຢູ່ ສປປ ລາວ ມາຮອດວັນທີ 30 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 6.393 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 464 ຄົນ ເຊິ່ງແຍກເປັນກໍລະນີນໍາເຂົ້າ ມີ 27 ຄົນ ຈາກແຂວງ ຈໍາປາສັກ 19 ຄົນ ຄໍາມ່ວນ 3 ຄົນ ສາລະວັນ 2 ຄົນ ຫຼວງພະບາງ 1 ຄົນ ສະຫວັນນະເຂດ 1 ຄົນ ແລະ ນະຄອນຫຼວງ 1 ຄົນ ເສຍຊິວິດ ໃໝ່ 1 ຄົນຈາກແຂວງສະຫວັນນະເຂດ

    ສ່ວນຕິດເຊື້ອໃນຊຸມຊົນ ມີ 437 ຄົນ ເຊິ່ງກະຈາຍໃນບັນດາແຂວງຄື:

    ນະຄອນຫຼວງວຽງຈັນ 220 ຄົນ ໃນນີ້ ເມືອງ ນາຊາຍທອງ: ພົບເຊື້ອ 37 ຄົນ ຈຸດບືງຂະຫຍອງ: ພົບເຊື້ອ 17 ຄົນ ຈຸດເຈົ້າອະນຸວົງ: 38 ຕົວຢ່າງ ເມືອງສີເກີດ ພົບເຊື້ອ 39ຄົນ ມສ ລາວ-ຫວຽດ: ພົບເຊື້ອ 21 ຄົນ ສະຖາບັນປັດສະເຕີລາວ (IPL): ພົບເຊື້ອ 30 ຕົວຢ່າງ (ຈາກໂຮງໝໍເສດຖາ 12 ແລະ ຫຼັກ 27 ມີ 18 ຄົນ) ສູນເມລິເອີ: ພົບເຊື້ອ 33 ຄົນ (ຕົວຢ່າງມາຈາກເມືອງນາຊາຍທອງ ແລະ ໄຊທານີ).

    ຫຼວງພະບາງ 70 ຄົນ ໃນນັ້ນ ເມືອງງອຍ ມີ 41 ກໍລະນີ: ບ້ານປາກບາກ ມີ 26 ກໍລະນີ ບ້ານໜອງຂຽວ ມີ 14 ກໍລະນີ ບ້ານຫ້ວຍບໍ່ ມີ 01 ກໍລະນີ ເມືອງນໍ້າບາກ ມີ 20 ຄົນ: ບ້ານນະຄອນ ມີ 20 ກໍລະນີ ເມືອງຊຽງເງີນ ມີ 8 ຄົນ: ບ້ານປາກຂັນ ມີ 3 ກໍລະນີ ບ້ານດອນໂມ ມີ 3 ກໍລະນີ ບ້ານຊຽງເງີນ ມີ 2 ກໍລະນີ ເມືອງນານ ມີ 1 ກໍລະນີ (ບ້ານໂພນໄຊ)

    ຈໍາປາສັກ 63 ຄົນ: ນະຄອນປາກເຊ 11 ເມືອງໂຂງ 24 (ຄົນກັກກັນໃນສູນ 19 ພະນັກງານປະຈຳສູນ 2 ນັກໂທດ 3) ເມືອງ ໂພນທອງ 3 ເມືອງປະທຸມພອນ 7 ເມືອງ ບາຈຽງ 36 ເມືອງ ປາກຊ່ອງ 1 ກໍລະນີ

    ບໍ່ແກ້ວ 38 ຄົນ: ໃນນັ້ນມີແຮງງານ ມີ ແຮງງານຈີນ 2 ຄົນ ກຳມະກອນກໍ່ສ້າງສະໜາມບິນ ຢູ່ເມືອງຕົ້ນເຜີ້ງ 27 ຄົນ ສູນຂອນແກ້ວ 1 ຄົນ ແຮງງານມາຈາກສະໜາມບິນ ໂພນໂຮມ 4 ຄົນ ແລະ ພຽງງາມ 4 ຄົນ

    ສະຫວັນນະເຂດ 19 ຄົນ:

    ແຂວງວຽງຈັນ 15 ຄົນ: ເມືອງວັງວຽງ ມີ 12 ກໍລະນີ (ທັງໜົດແມ່ນສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຜ່ານມາ ຢູ່ບ້ານໂພນຊູ): ບ້ານນາມອນ ມີ 8 ກໍລະນີ ບ້ານໂພນຊູ ມີ 2 ກໍລະນີ ມີ 2 ກໍລະນີ ຈາກ ບ້ານນໍ້າພ້າວ ແລະ ບ້ານຫ້ວຍແຍ້ ມີບ້ານລະ 1 ກໍລະນີ ເມືອງໂພນໂຮງ 3 ກໍລະນີ (ບ້ານໂພນຫໍ ມີ 2 ກໍລະນີ ແລະ ບ້ານນາຊູ 1 ກໍລະນີ) ທັງໜົດແມ່ນສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄປເຮືອນດີ ຢູ່ບ້ານໂພນຫໍ

    ຄໍາມ່ວນ 5 ຄົນ: ພະນັກງານແພດ ສາທາເມືອງທ່າແຂກ 3 ຄົນ ເຫຼືອ ນັ້ນແມ່ນກຸ່ມສ່ຽງທີ່ເຄີຍສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ

    ສາລະວັນ 3 ຄົນ: ບ້ານນາໂດນ ມີ 2 ກໍລະນີ (ເປັນພະນັກງານ ທັງສອງຄົນເປັນຜົວເມຍກັນ) ແລະ ສໍາຜັດໃກ້ຊິດກັບກັບຄົນຕິດເຊື້ອຜ່ານມາ ບ້ານຄັນທະລາດ 1 ກໍລະນີ (ເພດຍິງ ເດັກ) ແລະ ສໍາຜັດໃກ້ຊິດກັບກັບຄອບຄົວຕິດເຊື້ອຜ່ານມາ

     ບໍລິຄໍາໄຊ 3 ຄົນ: ຈາກ ເມືອງປາກກະດິງ ບ້ານໂພນສີ 2 ກໍລະນີ ເປັນເພດຍິງ ບ້ານຊ້ອນ ພັນໄຊ ຫຼວງນໍ້າທາ 1 ຄົນ ສັນຊາດຈີນ.

    ສໍາລັບການເສຍຊິວິດໃໝ່ ແມ່ນ ມາຈາກແຂວງສະຫວັນນະເຂດ ເພດຊາຍ ອາຍຸ 48 ປີ ບ້ານໂພນສະຫວ່າງໃຕ້ ນະຄອນໄກສອນ ແລະ ນອນປີ່ນປົວຢູ່ມໍລະສຸມຂອງໂຮງໝໍແຂວງ ໃນວັນທີ 29 ກັນຍາ 2021 ໃນມື້ດຽວກັນ ໄດ້ເກັບຕົວຢ່າງກວດຫາເຊື້ອ ມາຮອດ ເວລາ 8:00 ໂມງເຊົ້າຂອງວັນທີ 30 ກັນຍາ 2021 ຄອບຄົວຂໍກັບບ້ານ ຕໍ່ມາຜູ້ກ່ຽວໄດ້ເສຍຊີວິດລົງ ໃນເວລາ 09:00 ໂມງຂອງມື້ດຽວກັນ ແລະ ໃນເວລາ 23:00 ໂມງ ຜົນກວດຕົວຢ່າງມາວ່າ ພົບເຊື້ອໂຄວິດ-19.

    ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 24.310 ຄົນ ເສຍຊີວິດສະສົມ 20 ຄົນ (ໃໝ່ 1 ຄົນ) ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ມີ 135 ຄົນ ແລະ ຄົນເຈັບກໍາລັງປິ່ນປົວທັງໝົດ 5.691 ຄົນ.

   # ຂ່າວ – ພາບ :  ວຽງມາ

error: Content is protected !!