ລັດຖະບານ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ມາເລເຊຍ

ໃນຕອນເຊົ້າຂອງວັນທີ 8 ກໍລະກົດ 2026 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ອິດີ ອີວານ ບິນ ມາມຸດ (Edi Irwan Bin Mahmud), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານທູດ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນຂອງ ທ່ານທູດ ເຂົ້າໃນການເສີມຂະຫຍາຍສາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ, ແຕກດອກອອກຜົນ ແລະ ເລິກເຊິ່ງຍິ່ງໆຂຶ້ນ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ຕະຫຼອດໄລຍະ 60 ປີຜ່ານມາ ສືບຕໍ່ໄດ້ຮັບການພັດທະນາ ແລະ ເສີມຂະ ຫຍາຍໃຫ້ເລິກເຊິ່ງຍິ່ງໆຂຶ້ນໃນຫຼາຍຂົງເຂດການຮ່ວມມື, ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບົດບາດອັນຕັ້ງໜ້າຂອງ ທ່ານທູດ ຕະຫຼອດໄລຍະ 3 ປີກວ່າຜ່ານມາ ດ້ວຍຜົນສໍາເລັດອັນຈົບງາມ ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະ ຫຍາຍການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໂດຍສະເພາະແມ່ນ ດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ພະລັງງານສະອາດ, ການທ່ອງທ່ຽວ, ກະສິກໍາ, ທະນາຄານ, ການໄປມາຫາສູ່ລະຫວ່າງປະຊາຊົນສອງຊາດ ແລະ ອື່ນໆ ລວມທັງການສະໜັບສະໜູນເຊິ່ງກັນ ແລະ ກັນ ຢ່າງຕໍ່ເນື່ອງ ລະຫວ່າງ ສອງປະເທດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ກໍຄືໃນຂອບອາຊຽນ ໂດຍສະເພາະການສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຜ່ານມາ. ສໍາລັບການຊ່ວຍເຫຼືອດ້ານການພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ ໂດຍຜ່ານການໃຫ້ທຶນຝຶກອົບຮົມ ແລະ ທຶນການສຶກສາ ພາຍໃຕ້ໂຄງການຮ່ວມມືດ້ານວິຊາການຂອງມາເລເຊຍ (MTCP: Malaysia Technical Cooperation Programme) ຊຶ່ງນັບແຕ່ປີ 1991 ມາເຖິງປະຈຸບັນ ມີພະນັກງານລັດຖະກອນ ຈາກຂະແໜງການຕ່າງໆຂອງລາວ ເຂົ້າຮ່ວມຫຼາຍກ່ວາ 2000 ຄົນ.

ນອກຈາກນີ້, ທ່ານທູດ ຍັງມີຜົນງານອັນພົ້ນເດັ່ນໃນຖານະເປັນຫົວໜ້າຄະນະທູດຕ່າງປະເທດ ປະຈໍາ ສປປ ລາວ ນັບແຕ່ວັນທີ 13 ມີນາ 2025 ເປັນຕົ້ນມາ ຊຶ່ງໄດ້ນໍາພາຄະນະທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ເດີນທາງຢ້ຽມ ຢາມ ແຂວງຫົວພັນ ແລະ ແຂວງບໍ່ແກ້ວ ເພື່ອຕິດຕາມສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ຊອກຫາທ່າແຮງໃນການຊຸກຍູ້ສົ່ງເສີມການຮ່ວມມືດ້ານການຄ້າ ແລະ ການລົງທຶນ ພ້ອມທັງໄດ້ຊ່ວຍອຳນວຍຄວາມສະດວກໃຫ້ແກ່ການລົງທຶນຂອງມາເລ ເຊຍໃນ ສປປ ລາວ ໂດຍສະເພາະແມ່ນການຈັດກອງປະຊຸມສຸດຍອດສະພາທຸລະກິດອາຊຽນ-ມາເລເຊຍ ຄັ້ງທີ 1 ຢູ່ ສປປ ລາວ ໃນທ້າຍປີຜ່ານນີ້. ພ້ອມດຽວກັນນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຫວັງວ່າ ທ່ານທູດ ຈະສືບຕໍ່ຊຸກຍູ້, ສົ່ງເສີມ ນັກທຸລະກິດ ແລະ ນັກທ່ອງທ່ຽວ ມາເລເຊຍ ໃຫ້ເຂົ້າມາລົງທຶນ ແລະ ທ່ອງທ່ຽວ ຢູ່  ສປປ ລາວ ໃຫ້ຫຼາຍຂຶ້ນ ໃນຊຸມປີຕໍ່ໜ້າ.

ໃນໂອກາດດຽວກັນນີ້, ທ່ານທູດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະ ບານ  ແລະ ປະຊາຊົນລາວ ໂດຍສະເພາະກະ ຊວງການຕ່າງປະເທດ ທີ່ໄດ້ອໍານວຍຄວາມສະດວກ ແລະ ການຊ່ວຍເຫຼືອ ໃຫ້ແກ່ການເຄື່ອນໄຫວໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ຈົນປະສົບຜົນສໍາເລັດຢ່າງຈົບງາມ, ສະແດງຄວາມປິຕິຍິນດີ ແລະ ຂອບໃຈ ຕໍ່ລັດຖະບານ ແຫ່ງ ສປປ ລາວ ເປັນຢ່າງຍິ່ງ ທີ່ເຫັນໄດ້ເຖິງຜົນງານ, ຍ້ອງຍໍຊົມເຊີຍ ແລະ ປະດັບຫຼຽນກາມິດຕະພາບອັນມີຄຸນຄ່າໃຫ້ແກ່ຕົນໃນຄັ້ງນີ້, ພ້ອມທັງຢືນຢັນວ່າຈະສືບຕໍ່ໃນການເປັນຂົວຕໍ່ປະສານງານປະກອບສ່ວນເຂົ້າ ໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມ ມືທີ່ດີ ລະຫວ່າງ ມາເລເຊຍ ແລະ ສປປ ລາວ ໃຫ້ໄດ້ຮັບການພັດທະນາ ແລະ ມີບາດກ້າວຂະຫຍາຍຕົວຍິ່ງໆຂຶ້ນໃນອະນາຄົດ.

error: Content is protected !!