ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ເພີ່ມ 358 ຄົນ ແລະ ເສຍຊິວິດ 1 ຄົນ

     ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 30 ກັນຍາ 2021 ວ່າ: ວັນທີ 29 ກັນຍາ ໄດ້ກວດວິເຄາະທັງໝົດ 6.337 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 358 ຄົນ ເຊິ່ງແຍກເປັນກໍລະນີນໍາເຂົ້າມີ 23 ຄົນ ແລະ ຕິດເຊື້ອໃນຊຸມຊົນມີ 335 ຄົນ ໃນນີ້ ນະຄອນຫຼວງ 128 ຄົນ ຈາກເມືອງນາຊາຍທອງ 9 ຄົນ ຈຸດບຶງຂະຫຍອງ 35 ຄົນ ເມືອງຫາດຊາຍຟອງ 5 ຄົນ ເມືອງໄຊເສດຖາ 1 ຄົນ (ບ້ານໂນນຫວາຍ ແລະ ສົມສະຫງ່າ) ເມືອງຈັນທະບູລີ 1 ຄົນ ບ້ານສີຫອມ ເມືອງສີໂຄດຕະບອງ 18 ຄົນ ໂຮງໝໍ 103 ພົບ 10 ຄົນ ຈຸດເກັບຕົວຢ່າງສີເກີດ 19 ຄົນ ໂຮງໝໍມິດຕະພາບ 7 ຄົນ ຕະຫຼາດໜອງຈັນ 13 ຄົນ.

    ສະຫວັນນະເຂດ 35 ຄົນ ວັດບ້ານໂພໄຊ ນະຄອນໄກສອນ ມີ 24 ກໍລະນີ ທັງໝົດເປັນຄູບາ ແລະ ເນນ ເຊິ່ງພົວພັນໃກ້ຊິດກັບກໍລະນີຕິດເຊື້ອລາຍງານໃນວັນທີ 27 ກັນຍາ 2021 ວັດດັ່ງກ່າວມີພະສົງທັງໜົດ 64 ອົງ ຮອດປັດຈຸບັນນີ້ ມີຄູບາໃນວັດດັ່ງກ່າວຕິດເຊື້ອທັງໝົດ 32 ກໍລະນີ ນະຄອນໄກສອນ ມີ 8 ກໍລະນີ ຈາກບ້ານສະພານໃຕ້ 7 ກໍລະນີ ບ້ານໂນນສະຫວາດ 1 ກໍລະນີ ຄ້າຍທະຫານຢູ່ເຂດບ້ານຈະເລີນສຸກ 3 ຄົນ ເມືອງອຸທຸມພອນ ບ້ານໂນນຍາງ ເມືອງອຸທຸມພອນ 1 ກໍລະນີ (ເປັນເພດຍິງ ອາຍຸ 28 ປີ ອາຊີບ ພະນັກງານບໍລິສັດນິກຄອນ)

    ແຂວງຈຳປາສັກ 20​ ຄົນ ຈາກເມືອງບາຈຽງ 7 ຄົນ (ກຸ່ມສຳຜັດຈຸ້ມສວນຢາງ 6 ຄົນ ບໍລິສັດຂົນສົ່ງ 1 ຄົນ) ປາກເຊ 12 ຄົນ ຈາກ 7 ບ້ານ (ເປັນກຸ່ມສຳຜັດ) ໃນນັ້ນມີທະຫານຍາມສູນ 1 ຄົນ ທະຫານທ້ອງຖິ່ນ 1 ຄົນ – ປະທຸມພອນ 1 ຄົນ.

     ແຂວງຄຳມ່ວນ 11 ຄົນ ໃນນັ້ນ ມີແພດ 6 ຄົນ ທະຫານ 1 ຄົນ ເຊິ່ງມາຈາກເມືອງທ່າແຂກ 10 ຄົນ ແລະ ເມືອງໜອງບົກ 1 ຄົນ.

    ຫຼວງພະບາງ 69​ ຄົນ ເມືອງງອຍ 43 ກໍລະນີ (ບ້ານໜອງຂຽວ ມີ 28 ຄົນ ບ້ານປາກບາກ 6 ຄົນ ບ້ານຜາທອກ 4 ຄົນ ບ້ານສົບຮຸນ 3 ຄົນ) ມີ 2 ກໍລະນີ ຈາກບ້ານມົກລັກ ແລະ ບ້ານໜອງເບ້ຍ ມີບ້ານລະ 1 ກໍລະນີ ເມືອງນໍ້າບາກ ມີ 24 ຄົນ (ບ້ານນະຄອນ ມີ 23 ຄົນ ບ້ານທ່າລີ່ 1 ກໍລະນີ) ນະຄອນຫຼວງພະບາງ 3 ກໍລະນີ (ບ້ານໂພນສະອາດ ບ້ານຂົວທີ 1 ແລະ ບ້ານນາຊາງ ມີບ້ານລະ 1 ກໍລະນີ) ເມືອງນານ 1 ກໍລະນີ (ບ້ານໂພນໄຊ)

    ແຂວງວຽງຈັນ 24 ຄົນ ເມືອງໂພນໂຮງ 11 ກໍລະນີ (ທັງໝົດແມ່ນມີປະຫວັດສໍາຜັດໃກ້ຊິດກັບຄົນເຊື້ອທີ່ໄປຮ່ວມງານເຮືອນດີຢູ່ບ້ານໂພນຫໍ) ມີ 6 ກໍລະນີ ຈາກບ້ານນາຊູ ແລະ ບ້ານໂພນງາມ ມີບ້ານລະ 3 ກໍລະນີ ບ້ານໂພນໂຮງ ມີ 2 ກໍລະນີ ບ້ານນາໂພເໜຶອ ບ້ານໂພນຫໍ ແລະ ບ້ານໂພນແກ້ວ ມີບ້ານລະ 1 ກໍລະນີ ເມືອງວຽງຄໍາ 3 ກໍລະນີ (ບ້ານໂພນໝີເໜຶອ 3 ກໍລະນີ ແລະ ທັງໜົດແມ່ນມີປະຫວັດສໍາຜັດໃກ້ຊິດກັບຄົນເຊື້ອທີ່ໄປຮ່ວງານເຮືອນດີຢູ່ບ້ານໂພນໝີ) ເມືອງວັງວຽງ 3 ກໍລະນີ (ບ້ານນໍ້າພ້າວ ມີ 2 ກໍລະນີ ແລະ ບ້ານວຽງແກ້ວ 1 ກໍລະນີ) ເຊິ່ງໄດ້ສໍາຜັດໃກ້ຊິດກັບຄົນເຈັບຕິດເຊື້ອຢູ່ບ້ານໂພນຊູ ເມືອງທຸລະຄົນ 1 ກໍລະນີ (ບ້ານໂພນແຮ່) ເຊິ່ງໄດ້ສໍາຜັດໃກ້ຊິດກັບຄົນເຈັບຕິດເຊື້ອ (ເປັນສາມີ) ຂາຍຄໍາຢູ່ທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ໄປ-ກັບ ລະຫວ່າງແຂວງວຽງຈັນ-ນະຄອນຫຼວງ)

    ແຂວງບໍ່ແກ້ວ 14 ຄົນ ໃນນັ້ນ 8 ຄົນ ຈາກບ້ານພຽງງາມ ແລະ 6 ຄົນ ຈາກເຂດເສດຖະກິດພິເສດ

    ບໍລິຄຳໄຊ 15 ຄົນ ເມືອງປາກກະດິງ 13 ກໍລະນີ ບ້ານໂພນສີ 13 ກໍລະນີ ທັງໜົດອາຊີບເປັນກໍາມະກອນ (ເປັນຄົນລາວ 10 ກໍລະນີ ແລະ ຄົນຈີນ 3 ກໍລະນີ) ເມືອງປາກຊັນ 1 ກໍລະນີ ເພດດຍິງ ອາຍຸ 53 ປີ ອາຊີບ ຄ້າຂາຍ ບ້ານສີມຸງຄຸນ

    ແຂວງໄຊສົມບູນ 16 ຄົນ ເມືອງທ່າໂທມ 6 ກໍລະນີ (ບ້ານຊຽງຄົງ) ເມືອງລ້ອງຊານ ມີ 10 ກໍລະນີ ບ້ານພູປ່າມັນ ມີ 04 ກໍລະນີ ບ້ານຄອນມົດ ມີ 2 ກໍລະນີ ແລະ 4 ກໍລະນີ ຈາກບ້ານໂພນເລົາ ບ້ານນໍ້າຄຸ້ຍ ບ້ານຖໍ້າດິນ ແລະ ບ້ານທ່າເຮືອ ມີບ້ານລະ 4 ກໍລະນີ. ທັງໝົດ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຢູ່ບ້ານຖໍ້າດິນທີ່ມາງານເຮືອນດີ ແລະ ໄດ້ລາຍງານໃນວັນທີ 25 ກັນຍາ 2021

    ສ່ວນແຂວງອັດຕະປຶມີ 3 ຄົນ .

    ມາຮອດປັດຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 23.846 ຄົນ ເສຍຊີວິດສະສົມ 19 ຄົນ (ໃໝ່ 1 ຄົນ) ເພດຊາຍ ອາຍຸ 75 ປີ ບ້ານແກ້ງຢາງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ວັນທີ 17/09/2021 ເຂົ້າມາກວດຢູ່ໂຮງໝໍມິດຕະພາບ ຍ້ອນອາການຂອງໝາກໄຂ່ຫຼັງຊຸດໂຊມ ແລະ ນອນໂຮງໝໍດັ່ງກ່າວ ຮອດວັນທີ 29/09/2021 ແລະ ໄດ້ເກັບຕົວຢ່າງກວດໂຄວິດ ພົບເຊື້ອ ຄອບຄົວຂໍເອົາຜູ້ກ່ຽວກັບບ້ານ ກ່ອນຜົນກວດຈະອອກ ຍ້ອນວ່າສະພາບອາການຂອງຄົນເຈັບມີອາການໜັກຫຼາຍ ປະມານຕອນສວຍ (ບໍ່ຈື່ໂມງ) ເສຍຊີວິດຕອນເວລາ 14:30 ໂມງ ຂອງວັນທີ 29 ກັນຍາ 2021 (ເສຍຊີວິດຢູ່ບ້ານ) ແລະ ປັດຈຸບັນນີ້ ສົບຂອງຜູ້ກ່ຽວແມ່ນຢູ່ບ້ານ ແລະ ຈັດງານຕາມຮິດຄອງປະເພນີ ໝາຍເຫດ: ໄລຍະນອນປີ່ນປົວຢູ່ໂຮງໝໍມິດຕະພາບ ໄດ້ນອນຫ້ອງດຽວກັນກັບຜູ້ຕິດເຊື້ອທີ່ໄດ້ລາຍງານກ່ອນໜ້ານັ້ນ ປັດຈຸບັນ ຄົນເຈັບກໍາລັງປິ່ນປົວທັງໝົດ 5.441 ຄົນ ແລະ ຫາຍດີອອກໂຮງໝໍວັນທີ 29 ກັນຍາ ມີ 296 ຄົນ.

   # ຂ່າວ – ພາບ :  ຂັນທະວີ

error: Content is protected !!