ໜ່ວຍບໍລິການ ກຳລັງຂຸ້ນຂ້ຽວສັກວັກຊິນຕາມຈຸດກຳນົດຕ່າງໆ

    ປັດຈຸບັນ ທຸກແຂວງທົ່ວປະເທດ ແລະ ນະຄອນຫຼວງວຽງຈັນ ແມ່ນກໍາລັງເລັ່ງຈ້ອນການສັກວັກຊີນໃຫ້ປະຊາຊົນ ອີງໃສ່ເປົ້າໝາຍທີ່ກໍານົດໃນທ້າຍປີ 2021 ນີ້ ອັດຕາການປົກຄຸມຕ້ອງບັນລຸ 50% ຂອງປະຊາຊົນກຸ່ມສ່ຽງ.

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໃຫ້ຮູ້ວັນທີ 30 ກັນຍາ 2021 ວ່າ: ມື້ນີ້ ກະຊວງສາທາລະນະສຸກສາມາດບັນລຸຕາມຕົວເລກຄື: ສັກເຂັມທີ 1 ໄດ້ 2.946.298 (ອັດຕາປົກຄຸມ 40,15%) ແລະ ທຸກເຂັມທີ່ແນະນໍາ 2.053.441 (27,98 %) ຂໍຮຽກຮ້ອງໃຫ້ທຸກທ່ານທີ່ຍັງບໍ່ທັນໄດ້ສັກ ຫຼື ບໍ່ທັນສັກເຂັມທີສອງ ຮີບຮ້ອນໄປສັກຕາມສະຖານທີ່ທີ່ແຕ່ລະແຂວງໄດ້ກໍານົດ.     

    ສໍາລັບນະຄອນຫຼວງວຽງຈັນ ໜ່ວຍບໍລິການສັກວັກຊິນ ຍັງຄົງໃຫ້ບໍລິການຢ່າງຂຸ້ນຂ້ຽວ ຕາມຈຸດກໍານົດຕ່າງໆຄື: ຢູ່ ສູນການຄ້າລາວໄອເຕັກ ໂຮງໝໍເມືອງ 9 ຕົວເມືອງ ຢູ່ວັດຈີນ ບ້ານດົງປາແຫຼບ (ຈັນ ເຖິງ ສຸກ) ແລະ ຍັງມີທີມເຄື່ອນທີ່ໃຫ້ບໍລິການໃນເຂດທີ່ມີການລະບາດ.

    ສໍາລັບຜູ້ບໍ່ທັນໄດ້ສັກວັກຊິນ ມີຈຸດປະສົງອອກເຮືອນໄປສັກຢາ ຂໍເຊີນຜູ້ກ່ຽວພົວພັນປົກຄອງບ້ານ ເພື່ອອອກໜັງສືຢັ້ງຢືນການໄປສັກຢາໃນຈຸດບໍລິການ ເພື່ອເຈົ້າໜ້າທີ່ຈະໄດ້ອໍານວຍຄວາມສະດວກໃນການເດີນທາງໄປສັກວັກຊິນໃຫ້ຄົບ ສວ່ນຜູ້ທີ່ໄດ້ສັກເຂັມ 1 ແລ້ວ ຂໍໃຫ້ທ່ານຖືບັດຂຽວເພື່ອແຈ້ງເຈົ້າໜ້າທີ່

   # ຂ່າວ – ພາບ :  ຂັນທະວີ

error: Content is protected !!