ສະຫະລັດອາເມລິກາ ການສະເຫຼີມສະຫຼອງວັນເອກະລາດ ຄົບຮອບ 250 ປີແລະ ມິດຕະພາບໃນ ສປປ ລາວ

ໂດຍທ່ານ ທ່ານ ນາງ ມິແຊວ ເອົ້າລໍ, ອຸປະທູດຮັກສາການ ສະຖານທູດ ສະຫະລັດອາເມລິກາ ປະຈຳ  ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ໃນວັນປະກາດເອກະລາດ ວັນທີ 4 ກໍລະກົດ ນີ້ ຄົນອາເມລິກາໃນທົ່ວໂລກ ຮ່ວມກັນສະເຫຼີມສະຫຼອງວັນຄົບຮອບທີ່ພິເສດກວ່າແຕ່ລະປີ. ເພາະໃນປີນີ້, ຖືເປັນວາລະຄົບຮອບ 250 ປີ ຂອງສະຫະລັດອາເມລິກາ – ເປັນຂີດໝາຍອັນສຳຄັນຢ່າງຍິ່ງໃນໜ້າປະຫວັດສາດຂອງຊາດ ແລະ ທັງເປັນຊ່ວງເວລາທີ່ເຮັດໃຫ້ພວກເຮົາໄດ້ຕຶກຕອງ ເຖິງຄວາມ  ໝາຍຂອງອາເມຣິກາ ທີ່ມີຕໍ່ປະຊາຊົນບໍ່ພຽງແຕ່ສະເພາະໃນຊາດຕົນເທົ່ານັ້ນ, ແຕ່ລວມໃນທົ່ວໂລກອີກດ້ວຍ.

ໃນສອງສະຕະວັດເຄິ່ງທີ່ຜ່ານມາ ໃນຊຸມປີ 1776, ມີກຸ່ມຄົນຜູ້ທີ່ມີວິໄສທັດກວ້າງໄກໄດ້ປູພື້ນຖານເພື່ອສ້າງປະເທດຊາດໃນຮູບແບບໃໝ່.  ພວກເຂົາໄດ້ປະກາດແນວຄວາມຄິດທີ່ກ້າຫານ ແລະ ລໍ້າໜ້າ ນັ້ນຄື: ການປະກາດວ່າມະນຸດທຸກຄົນຕ່າງມີສິດທິມາແຕ່ກໍາເນີດ ທີ່ບໍ່ສາມາດພາກອອກ ຫຼື ເພີກຖອນໄດ້ ນັ້ນກໍ່ຄື: ສິດທິໃນການມີຊີວິດ, ໃນເສລີພາບ ແລະ ໃນການສະແຫວງຫາຄວາມສຸກ.  ຖ້ອຍຄຳເຫຼົ່ານັ້ນບໍ່ໄດ້ເປັນພຽງແຕ່ການປະກາດເອກະລາດຈາກລາຊະບັນລັງທີ່ຢູ່ຫ່າງໄກເທົ່ານັ້ນ ແຕ່ຍັງເປັນການປະກາດເຖິງສິ່ງທີ່ເປັນໄປໄດ້ ແລະ ການໃຫ້ຄຳໝັ້ນສັນຍາວ່າປະເທດຊາດສາມາດຖືກສ້າງຂຶ້ນໄດ້ບົນພື້ນຖານກຽດສັກສີຂອງທຸກໆຄົນ.

ເລື່ອງລາວຂອງ ປະເທດສະຫະລັດອາເມລິກາ ໃນວາລະຄົບຮອບ 250 ປີ ເປັນເລື່ອງລາວທີ່ສະແດງເຖິງຄວາມມຸ່ງ ໝັ້ນສານຕໍ່ຄຳໝັ້ນສັນຍາທີ່ໄດ້ໃຫ້ໄວ້ຕັ້ງແຕ່ເລີ່ມຕົ້ນກໍ່ຕັ້ງປະເທດ. ເສັ້ນທາງຂອງພວກເຮົາບໍ່ແມ່ນເລື່ອງລາວຄວາມສົມບູນແບບທີ່ເກີດຂື້ນໃນທັນທີທັນໃດ ແຕ່ເກີດຈາກຂອງຄວາມພະຍາຍາມຢ່າງຕໍ່ເນື່ອງ ແລະ ຈາກ ຮຸ່ນສູ່ຮຸ່ນ ເພື່ອສ້າງ “ສະຫະພາບທີ່ສົມບູນແບບຍິ່ງຂື້ນ”  ເພື່ອເປັນການຂະຫຍາຍໂອກາດໃຫ້ກວ້າງໄກຍິ່ງຂື້ນ, ການປັບປຸງແກ້ໄຂຕໍ່ກັບສິ່ງທີ່ພວກເຮົາຍັງເຮັດໄດ້ບໍ່ດີເທົ່າທີ່ຄວນ ແລະ ການຮື້ຟື້ນຄວາມມຸ່ງໝາຍຂອງພວກເຮົາຕໍ່ອຸດົມການດັ່ງເດີມຂອງຜູ້ກໍ່ຕັ້ງເຫຼົ່ານັ້ນ ໃຫ້ຄົງຢູ່ສືບໄປໃນທຸກຍຸກທຸກສະໄໝ ຄວາມຍືດຍຸ່ນນັ້ນ ຄືຄວາມເຊື່ອໝັ້ນທີ່ບໍ່ສັ່ນຄອນວ່າຈະສາມາດເຮັດໃຫ້ມື້ອື່ນດີກວ່າມື້ນີ້  ສິ່ງເຫຼົ່ານີ້ຄືເນື້ອໃນຈິດໃຈທີ່ໝັ້ນຄົງອັນແທ້ຈິງຂອງ ສະຫະລັດອາເມລິກາ.

ປະຫວັດສາດຍັງໄດ້ສອນພວກເຮົາເຖິງບາງສິ່ງບາງຢ່າງນຳອີກ ນັ້ນກໍ່ຄືຫົນທາງທີ່ດີທີ່ສຸດໃນການບັນລຸສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ ບໍ່ແມ່ນການແຍກຕົວຢ່າງໂດດດ່ຽວ, ແຕ່ຄືການສ້າງຄວາມຮ່ວມມືທີ່ຍືນຍົງ.

ໃນປີນີ້, ຂະນະທີ່ ສະຫະລັດອາເມລິກາ ກຳລັງລະນຶກເຖິງວາລະຄົບຮອບສອງສະຕະວັດເຄິ່ງຂອງການເປັນເອກະລາດ ພວກເຮົາຍັງໄດ້ຮ່ວມກັນສະເຫຼີມສະຫຼອງເຫດການສຳຄັນທີ່ພວກເຮົາຮູ້ຈັກກັນດີ ນັ້ນກໍ່ຄື ວາລະຄົບຮອບ 10 ປີ ຂອງການເປັນຄູ່ຮ່ວມມືແບບກວມລວມ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ.  ຂອບການຮ່ວມມືອັນເປັນຂີດໝາຍອັນສຳຄັນທີ່ໄດ້ລິເລີ່ມຂື້ນເມື່ອທົດສະວັດທີ່ຜ່ານມາ ໃນປີ 2016, ເຊິ່ງໄດ້ຍົກລະດັບສາຍພົວພັນສອງຝ່າຍຂອງພວກເຮົາໃຫ້ສູງຂື້ນສູ່ລະດັບທີ່ບໍ່ເຄີຍມີມາກ່ອນ ທີ່ປຽບສະເໝືອນແຜນທີ່ນໍາທາງຂອງພວກເຮົາ ໃນການຫັນປ່ຽນສາຍພົວພັນທາງປະຫວັດສາດຂອງພວກເຮົາໃຫ້ກາຍເປັນການຮ່ວມມືທີ່ທັນສະໄໝ ແລະ ມີວິໄສທັດກ້າວໄປຂ້າງໜ້າຮ່ວມກັນ ໂດຍມີເປົ້າໝາຍ ເພື່ອສົ່ງເສີມການເປັນຢູ່ທີ່ດີ ຂອງປະຊາຊົນທັງສອງຊາດ.

ນັບຕັ້ງແຕ່ທີ່ຂ້າພະເຈົ້າໄດ້ມາປະຈໍາການຢູ່ ສປປ ລາວ ຮູ້ສຶກຕື້ນຕັນໃຈຢ່າງຍິ່ງຕໍ່ກັບຄວາມອົບອຸ່ນ,  ຄວາມ ຍືດຍຸ່ນ ແລະ ນໍ້າໃຈຂອງປະຊາຊົນລາວໃນການເບິ່ງໄປຂ້າງໜ້າ. ຈາກບົດສົນທະນາກັບບັນດາການນຳພາກລັດຖະບານຈົນໄປເຖິງການພົບປະກັບບັນດານັກສຶກສາ, ຜູ້ປະກອບການ, ແລະ ຄົນໃນຊຸມຊົນທີ່ອາໄສຢູ່ທົ່ວປະເທດທີ່ສວຍງາມແຫ່ງນີ້, ຂ້າພະເຈົ້າໄດ້ສຳພັດດ້ວຍຕົນເອງເຖິງຄວາມຮັ່ງມີທາງດ້ານປະຫວັດສາດ ແລະ ວັດທະນະທຳອັນງົດງາມ ແລະ ເຕັມປ່ຽມໄປດ້ວຍຄວາມພ້ອມໃນການຊອກຫາໂອກາດໃໝ່ໆ.

ພາຍໃຕ້ຂອບການຮ່ວມມືແບບກວມລວມທີ່ໄດ້ດຳເນີນມາເປັນເວລາໜຶ່ງທົດສະວັດນີ້, ສະຫະລັດອາເມລິກາ ໄດ້ເປັນກຳລັງແຮງສໍາຄັນໃນການສ້າງສາສິ່ງທີ່ຈົບງາມໃນ ສປປ ລາວ ໂດຍຄວາມພາກພູມໃຈໃນການຮ່ວມມືກັບປະເທດເຈົ້າພາບກໍ່ຄືຄູ່ຮ່ວມມືຂອງພວກເຮົາເພື່ອຊ່ວຍສ້າງອະນາຄົດທີ່ສົດໃສ ແລະ ຈະເລີນຮຸ່ງເຮືອງໃຫ້ຫຼາຍຂຶ້ນ. ໂດຍການຮ່ວມມືກັນ, ພວກເຮົາໄດ້ຮັບໝາກຜົນຄວາມກ້າວໜ້າທີ່ໂດດເດັ່ນຜ່ານໂຄງການລິເລີ່ມຕ່າງໆຂອງ ສະຫະລັດອາເມຣິກາ ທີ່ໄດ້ສ້າງການປ່ຽນແປງໃຫ້ຊີວິດຂອງຜູ້ຄົນ: ບໍ່ວ່າຈະເປັນການສະໜັບສະໜູນອັນໃຫຍ່ຫຼວງ ແລະ ເປັນຜູ້ນຳລະດັບໂລກໃນວຽກງານການເກັບກູ້ລະເບີດບໍ່ທັນແຕກທີ່ຊ່ວຍປົກປັກຮັກສາຊີວິດປະຊາຊົນໃນແຕ່ລະມື້, ຈົນເຖິງການລົງທຶນທີ່ສຳຄັນຂອງ ສະຫະລັດອາເມລິກາ ໃນຂະແໜງການສາທາລະນະສຸກທີ່ປົກປ້ອງຊຸມຊົນທີ່ມີຄວາມສ່ຽງ. ພວກເຮົາໄດ້ຍົກລະດັບບັນດາຫ້ອງຮຽນ ດ້ວຍການຈັດພິມ ແລະ ຈັດສົ່ງປຶ້ມແບບຮຽນຊັ້ນປະຖົມ ຫຼາຍລ້ານຫົວໄປທົ່ວປະເທດ, ລວມທັງ ໂຄງການຝຶກອົບຮົມພາສາອັງກິດທີ່ພວກເຮົາໄດ້ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມຮຸ່ນຕໍ່ໄປຂອງ ສປປ ລາວ ໂດຍການເສີມທັກສະ ແລະ ສ້າງຄວາມພ້ອມເພື່ອຈະກ້າວຂຶ້ນນຳພາໃນເວທີໂລກ ແລະ ການສ້າງຄວາມຮ່ວມມືທາງທຸລະກິດກັບ ສະຫະລັດອາເມລິກາ. ໂຄງການທີ່ສຳຄັນເຫຼົ່ານີ້ໄດ້ສ່ອງແສ່ງໃຫ້ເຫັນເຖິງຄວາມໝາຍໝັ້ນອັນໜັກແໜ້ນຂອງພວກເຮົາຕໍ່ປະຊາຊົນລາວ ແລະ ອະນາຄົດຮ່ວມກັນຂອງພວກເຮົາສອງຊາດ.

ໃນປີນີ້, ທັງສອງປະເທດຂອງພວກເຮົາຍັງໄດ້ມີຄວາມຮັກມັກທາງດ້ານກິລານຳອີກ ບໍ່ວ່າຈະເປັນການແຂ່ງຂັນບານເຕະລະດັບໂລກທີ່ຍິ່ງໃຫຍ່ທີ່ສຸດທີ່ເຄີຍຈັດມາ ຊຶ່ງປະເທດ ສະຫະລັດອາເມລິກາ, ການາດາ ແລະ ເມັກຊິໂກ ໄດ້ເປັນເຈົ້າພາບຮ່ວມກັນ ໄປຈົນເຖິງການແຂ່ງຂັນສິລະປະການຕໍ່ສູ້ແບບປະສົມປະສານ ຄັ້ງທຳອິດໃນເຂດບໍລິເວນທຳນຽບຂາວລວມໄປເຖິງການສະແດງຄວາມສາມາດທາງດ້ານກິລາ ແລະ ຄວາມສຳເລັດທີ່ໜ້າປະທັບໃຈເຫຼົ່ານີ້ແມ່ນການສະເຫຼີມສະຫຼອງຄວາມເປັນເລີດ, ການເຮັດວຽກເປັນທີມ, ພະລັງອັນໂດດເດັ່ນດ້ານກິລາເພື່ອເຊື່ອມໂຍງຜູ້ຄົນເຂົ້າຫາກັນແບບບໍ່ມີພົມແດນ ແລະ ໃນຂະນະທີ່ພວກເຮົາກຳລັງຄອງຄອຍມະຫາກຳກິລາໂອລິມປິກປີ 2028 ທີ່ ລອສແອງເຈລິສ, ພວກເຮົາໄດ້ຢໍ້າເຕືອນເຖິງຄຸນຄ່າທີ່ເປັນຫົວໃຈສຳຄັນຂອງການແຂ່ງຂັນເຫຼົ່ານັ້ນ ບໍ່ວ່າຈະເປັນຄວາມອົດທົນ, ການແຂ່ງຂັນທີ່ຍຸຕິທຳ ແລະ ຄວາມມຸ່ງໝັ້ນສູ່ຄວາມເປັນເລີດ ລ້ວນເປັນຄ່ານິຍົມທີ່ຊາວອາເມລິກາ ແລະ ປະຊາຊົນລາວ ພາກັນຢຶດຖືຮ່ວມກັນຢ່າງໜັກແໜ້ນ.

ໃນຂະນະທີ່ພວກເຮົາສະເຫຼີມສະຫຼອງວາລະຄົບຮອບ 250 ປີຂອງສະຫະລັດອາເມລິກາ ແລະ ໃຫ້ກຽດລະນຶກ ຄົບຮອບ 10 ປີ ຂອງການເປັນຄູ່ຮ່ວມມືແບບກວມລວມ ລະຫວ່າງ ສອງຊາດຂອງພວກເຮົາ, ພວກຂ້າພະເຈົ້າມີຄວາມປິຕິຍີນດີເປັນຢ່າງຍິ່ງຕໍ່ສາຍພົວພັນ ລະຫວ່າງ ປະຊາຊົນຂອງສອງຊາດພວກເຮົາ ກໍຄືມິດຕະພາບທີ່ໄດ້ຫຼໍ່ຫຼອມເສັ້ນທາງຮ່ວມກັນຂອງພວກເຮົາຕະຫຼອດໄລຍະທີ່ຜ່ານມາ ທັງຍັງມີຄວາມເຊື່ອໝັ້ນຕໍ່ກັບສິ່ງດີງາມທີ່ຈະເກີດຂື້ນໃນອະນາຄົດ. ເລື່ອງລາວສາຍພົວພັນ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ຍັງຄົງສຶບຕໍ່ຖືກບັນທຶກໄວ້ ແລະ ຂ້າພະເຈົ້າເຊື່ອວ່າ ບົດຄວາມທີ່ງົດງາມທີ່ສຸດຂອງເລື່ອງລາວນີ້ຈະຍັງຄົງຄອຍຖ້າຢູ່ໃນອະນາຄົດຂ້າງໜ້າ.

error: Content is protected !!