ຫົງສາປະຕິບັດຄໍາຕັດສິນຂອງສານ ສໍາເລັດ 24 ເລື່ອງ

    ວັນທີ 28 ກັນຍາ 2021 ເມືອງຫົງສາ ແຂວງໄຊຍະບູລີ ໄດ້ເປັນເຈົ້າພາບຈັດກອງປະຊຸມຊີ້ນຳວຽກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ 4 ເມືອງເໜືອຂອງແຂວງຂຶ້ນ ທີ່ຫ້ອງປະຊຸມຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໂດຍເປັນປະທານຂອງ ທ່ານ ເພັດພິໄຊ ສູນວິໄລ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນໍາວຽກງານຍຸຕິທໍາ ມີຕາງໜ້າພະແນກຍຸຕິທຳແຂວງ ຄະນະປະຈຳພັກເມືອງ ຄະນະພັກເມືອງ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຫົງສາ ພ້ອມດ້ວຍຫົວໜ້າ ຮອງຫົວ ໜ້າຫ້ອງການ ຫົວໜ້າຫ້ອງການຍຸຕິທຳ 3 ເມືອງ ຄື: ເມືອງເງິນ ຊຽງຮ່ອນ ເມືອງຄອບ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມ ໄດ້ຮັບຟັງບົດລາຍງານວຽກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຄະດີທີ່ມີຄວາມຫຍຸ້ງຍາກ ຢູ່ເມືອງຫົງສາຈາກທ່ານ ວັນໄຊ ຢົວລໍວື ຫົວໜ້າຫ້ອງການຍຸຕິທຳເມືອງ ເຊິ່ງໄດ້ຍົກໃຫ້ເຫັນ ຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕໍ່ກັບວຽກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ສະແດງອອກຄື: ແຕ່ປີ 2020 ມາເຖິງປັດຈຸບັນ ເມືອງຫົງສາ ໄດ້ລວມຄໍາຕັດສິນຂອງສານ ທັງໝົດ ມີ 161 ເລື່ອງ (ເປັນຄະດີອາຍາ 77 ເລື່ອງ ຄະດີແພ່ງ 84 ເລື່ອງ) ແລະ ຈັດຕັ້ງປະຕິບັດສໍາເລັດ 24 ເລື່ອງ (ເປັນຄະດີອາຍາ 17 ເລື່ອງ ຄະດີແພ່ງ 7 ເລື່ອງ) ເທົ່າກັບ 14,9% ຂອງຈຳນວນຄຳຕັດສິນທັງໝົດ ພ້ອມດຽວກັນປະທານ ກໍ່ໄດ້ມີຄຳຄິດເຫັນເຈາະຈີ້ມ ຕໍ່ກອງປະຊຸມ ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກໍ່ໄດ້ພັດປ່ຽນກັນປະກອບຄຳຄິດຄຳເຫັນ ແລະ ສະເໜີຂໍ້ຫຍຸ້ງຍາກຕໍ່ກອງປະຊຸມ ເພື່ອຄົ້ນຄວ້າພິຈາລະນາ.

    ໃນໂອກາດນີ້ ທ່ານ ເພັດພິໄຊ ສູນວິໄລ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານຕະຫຼອດໄລຍະຜ່ານມາ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ຂະແໜງການທີ່ກ່ຽວຂ້ອງແຕ່ລະເມືອງ ຈົ່ງພ້ອມກັນສືບຕໍ່ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນ ສະມາຊິກພັກ ໃຫ້ມີຄວາມຕື່ນຕົວ ແລະ ເປັນເຈົ້າການຈັດຕັ້ງປະຕິບັດກົດໝາຍຢ່າງເຂັ້ມງວດ ແລະ ເດັດຂາດ ພິຈາລະນາຄະດີອາຍາ ຄະດີແພ່ງ ວິນິດໄສໃຫ້ລະອຽດ ຈະແຈ້ງ ພາວະວິໄສ ມີຂໍ້ມູນຫຼັກຖານຖືກຕ້ອງຕາມກົດໝາຍ ພ້ອມທັງລົງຄຳຕັດສິນ ຫຼື ການໄກ່ເກ່ຍໄຈ້ແຍກແຕ່ລະປະເດັນຢ່າງຊັດເຈນ ເພີ່ມທະວີ ການພົວພັນປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອຮ່ວມມືກັນໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດໃຫ້ມີຜົນສຳເລັດ ສ່ວນພະນັກງານຈັດຕັ້ງປະຕິບັດຄຳຕັດສິີນຂອງສານ ຕ້ອງເຂັ້ມງວດ-ເດັດຂາດ ແລະ ຂໍຄໍາເຫັນຊີ້ນໍາ ຈາກສາຍຕັ້ງ-ສາຍຂວາງ ເພື່ອຈັດຕັ້ງປະຕິບັດຄໍາຕັດສິນຂອງສານໃຫ້ສຳເລັດ.

error: Content is protected !!