ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ອັດລົງດ້ວຍຜົນສໍາເລັດອັນຈົບງາມ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງ ຊາດ ຊຸດທີ X ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 10 ກໍລະກົດ 2026 ຢູ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະ ທານສະພາແຫ່ງຊາດ ມີທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ບັນດາທ່ານການນໍາຂັ້ນສູງ ອາ ດີດການນໍາຂັ້ນສູງຂອງພັກ-ັລດ ທ່ານນາຍົກລັດຖະມົນ ຕີ ຮອງນາຍົກລັດ ຖະມົນຕີ ສະມາຊິກລັດຖະບານ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ:ກອງປະຊຸມຄັ້ງນີ້ ໄດ້ດໍາເນີນມາແຕ່ວັນທີ 6 ກໍລະກົດ 2026 ດ້ວຍຈິດໃຈເຄັ່ງຮ້ອນ ທີ່ເຕັມໄປດ້ວຍບັນຍາກາດຟົດຟື້ນແຫ່ງການເສີມຂະຫຍາຍສິດ ປະຊາທິປະໄຕ ການຍົກສູງຄວາມຮັບ ຜິດຊອບການເມືອງ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ມາຮອດມື້ນີ້ ໄດ້ບັນລຸຜົນສໍາເລັດຕາມຈຸດປະ ສົງລະດັບຄາດໝາຍທີ່ວາງໄວ້. ກອງປະຊຸມສະໄໝວິສາ ມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ພິຈາລະ ນາ ຮັບຮອງເອົາ ເນື້ອໃນສໍາຄັນຈຳນວນໜຶ່ງ ດັ່ງນີ້: ພິຈາ ລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມພະຍາ ຍາມຂອງລັດຖະບານ ໃນການບໍລິຫານ ບັນຊາໂດຍໄດ້ນໍາໃຊ້ທຸກທ່າແຮງ ແລະ ປຸກລະດົມປະຊາ ຊົນລາວບັນດາເຜົ່າ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຜນງົບ ປະມານແຫ່ງລັດ ແລະ ແຜນເງິນຕາ ໃນ 6 ເດືອນຕົ້ນປີ 2026 ເຊິ່ງສາມາດເຮັດໃຫ້ເສດຖະກິດຂະຫຍາຍ ຕົວໃນລະດັບ 5% ມີການນໍາໃຊ້ເຄື່ອງມືທັນສະໄໝ ໃນການເກັບລາຍຮັບໄດ້ຕາມແຜນ ແລະ ຄາດຄະເນຈະລື່ນແຜນໃນທ້າຍປີ 2026 ອັດຕາເງິນເຟີ້ມີທ່າອ່ຽງຫຼຸດລົງ ການແກ້ໄຂຄວາມທຸກຍາກໄດ້ຮັບການເຂົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.

ກອງປະຊຸມ ສະເໜີໃຫ້ລັດຖະບານເອົາໃຈໃສ່ຊຸກຍູ້ການປະຕິບັດຕາມກົດໝາຍຢ່າງເຂັ້ມງວດ ແລະ ສຸມໃສ່ການເກັບລາຍຮັບດ້ວຍການຫັນເປັນທັນສະໄໝທົ່ວປະເທດ ເຂົ້າສູ່ລະບົບເທື່ອລະກ້າວ ສາມາດ ເຊື່ອມຕໍ່ກັບທຸກຂະ ແໜງການ ໃຫ້ມີນະໂຍບາຍການດຶງດູດການລົງທຶນທີ່ຊັດເຈນ ສືບຕໍ່ເກັບລາຍຮັບງົບປະ ມານຈາກການຂຸດຄົ້ນ ແລະ ສົ່ງອອກແຮ່ທາດໃຫ້ຄົບຖ້ວນຕາມກົດໝາຍ ຫຼຸດຜ່ອນການຍົກເວັ້ນ ແລະ ຜ່ອນຜັນພາສີ-ອາກອນ ທີ່ຈະເຮັດໃຫ້ລັດເສຍລາຍຮັບງົບປະມານ ຊຸກຍູ້ສົ່ງເສີມ ແລະ ອໍານວຍຄວາມສະ ດວກໃນການເຂົ້າຫາແຫຼ່ງທຶນ ຂອງທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ມີນະໂຍບາຍໃນການນໍາໃຊ້ລົດໄຟຟ້າ ເພື່ອຫຼຸດຜ່ອນລາຍຈ່າຍໃນການຊື້ພະລັງງານເຊື້ອໄຟ ສືບຕໍ່ດໍາເນີນການປະຕິຮູບລັດວິສາ ຫະກິດ ໃຫ້ມີຄວາມແຂງແຮງ ມີຄຸນນະພາບ ແລະ ມີປະສິດທິຜົນ.

ກອງປະຊຸມ ສະເໜີໃຫ້ລັດຖະບານເອົາໃຈໃສ່ການສະໜອງແນວພັນ ການສົ່ງເສີມຜະລິດສິນຄ້າ ທີ່ເປັນທ່າແຮງຂອງທ້ອງຖິ່ນ ໃຫ້ສອດຄ່ອງກັບແນວທາງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ສົ່ງ ເສີມພາກເອກະຊົນໃນການຜະລິດຝຸ່ນ ປຸ໋ຍ ແລະ ອາຫານສັດ ແລະ ມີມາດຕະການຈຳກັດການນໍາເຂົ້າ ສິນຄ້າທີ່ສາມາດຜະລິດໄດ້ພາຍໃນຢ່າງເຂັ້ມງວດ ປັບປຸງລະບົບຊົນລະປະທານ ເພື່ອສາມາດຮັບໃຊ້ການ ຜະລິດໃນລະດູແລ້ງ ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ປົກປັກຮັກສາ ນໍາໃຊ້ປ່າໄມ້ ເພື່ອໃຫ້ບັນລຸ ເນື້ອທີ່ປົກຫຸ້ມຂອງປ່າໄມ້ໄດ້ 65% ໃນປີ 2030 ສຸມໃສ່ການຂຶ້ນສຳມະໂນຄົວທີ່ດິນ ເພື່ອສ້າງຖານລາຍຮັບໃໝ່ ມີມາດຕະການ ສົ່ງເສີມການເກັບລາຍຮັບຈາກອາກອນທີ່ດິນ ດ້ວຍລະບົບທັນສະໄໝ ມີມາດຕະ ການເດັດຂາດ ຕໍ່ການບຸກລູກທໍາລາຍປ່າໄມ້ 3 ປະເພດປ່າ ແລະ ອຸທິຍານແຫ່ງ ຊາດ ຕິດຕາມກວດກາໂຄງການໃຫ້ເຊົ່າ ແລະ ສຳປະທານທີ່ດິນຂອງລັດ ມີການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ມີມາດຕະການຢ່າງເຂັ້ມງວດ ຕໍ່ຜູ້ກະທຳຜິດ ແລະ ລະເມີດກົດໝາຍ.

ກອງປະຊຸມ ສະເໜີໃຫ້ລັດຖະບານ ເອົາໃຈໃສ່ການສ້ອມ ແປງເສັ້ນທາງທີ່ເປ່ເພ ໂດຍສະເພາະ ໃນ ເຂດຫ່າງໄກສອກຫຼີກ-ຊົນນະບົດ ເສັ້ນທາງລຽບ ແລະ ອອກສູ່ບໍລິເວນຊາຍແດນ ທາງຫຼວງແຫ່ງຊາດ ໂຄງການຟື້ນຟູໄພພິບັດສຸກເສີນ ໂຄງການການກໍ່ສ້າງດ້ານເຈື່ອນ ຄຸ້ມຄອງນໍ້າໜັກລົດບັນທຸກສິນຄ້າ ຢ່າງ ເຂັ້ມງວດ ເດັດຂາດ ມີມາດຕະການປັບໄໝ ຕໍ່ຜູ້ປະກອບການທີ່ລະເມີດລະບຽບກົດ ໝາຍ.

ກອງປະຊຸມ ສະເໜີໃຫ້ລັດຖະບານ ປະເມີນການຈັດຕັ້ງປະຕິບັດຄໍາສັ່ງ ສະບັບເລກທີ 06/ນຍ ເລກ ທີ 46/ນຍ ແລະ ຄໍາສັ່ງສະບັບເລກທີ 11/ກມສພ ຢ່າງເຂັ້ມງວດ ເພີ່ມທະວີຄວາມເອົາໃຈໃສ່ຕິດຕາມກວດ ກາປະເມີນຜົນໂຄງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ແລະ ມີມາດຕະການເຂັ້ມງວດ ຕໍ່ບັນດາບໍລິສັດ ທີ່ບໍ່ປະຕິບັດຕາມສັນຍາ ລະບຽບກົດໝາຍ ແລະ ບໍ່ໄດ້ມາດຕະຖານ ໂຄງ ການມີຄວາມຄືບໜ້າຊ້າ ບໍ່ມີປະສິດທິຜົນ ຢຸດຕິໂຄງການປະເພດ C C+ ແລະ ແຈ້ງໃຫ້ທ້ອງຖິ່ນຮັບຊາບ ແລະ ມີຄວາມເປັນເອກະ ພາບໃນການຈັດຕັ້ງປະຕິບັດ ສະເໜີໃຫ້ພິຈາລະນາຄືນການຂະຫຍາຍຕາຂ່າຍໄຟຟ້າສູ່ຊົນນະບົດ ສົ່ງເສີມ ພະລັງງານທາງເລືອກ ເປັນຕົ້ນພະລັງງານລົມ ແສງຕາເວັນ ການສະໜອງໄຟຟ້າເພື່ອນໍາໃຊ້ເຂົ້າໃນໂຄງ ການລົງທຶນ ເພື່ອສາມາດຈັດຕັ້ງປະຕິບັດໂຄງການໄດ້ ແລະ ສາມາດປະຕິບັດພັນທະທາງດ້ານການເງິນໃຫ້ ລັດຖະບານ. ກອງປະຊຸມ ສະເໜີໃຫ້ລັດຖະບານ ເພີ່ມທະວີການແກ້ໄຂບັນຫາຄູອາສາສະໝັກ ແລະ ຂາດແຄນຄູ ການກຳນົດເວລາໃນການປັບປຸງຫຼັກສູດ 6+3+3 ໃຫ້ສາມາດປະຕິບັດໃນສົກຮຽນ 2028-2029 ປັບປຸງຄຸນນະພາບການສຶກສາ ມີການຈັດສັນໂຄຕາລັດຖະກອນໃຫ້ຂະແໜງສຶກສາ ແລະ ສາທາລະນະສຸກໃຫ້ຫຼາຍຂຶ້ນ ຕິດຕາມ ຊຸກຍູ້ການຈັດສັນງົບປະມານ ໃຫ້ແກ່ຂົງເຂດການສຶກສາ ສາທາລະນະສຸກ ໃຫ້ສົມຄູ່ກັບຄວາມສໍາຄັນທີ່ພັກ-ລັດໃຫ້ຄວາມເອົາໃຈໃສ່ ສືບຕໍ່ພັດທະນາສີມືແຮງງານດ້ານຕ່າງໆ ໃຫ້ມີຄຸນນະພາບ ຕອບສະໜອງໄດ້ຕະຫຼາດແຮງງານພາຍໃນ ແລະ ຕ່າງປະ ເທດ ແລະ ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍ ຕອບແທນບຸນຄຸນຕໍ່ບຸກຄົນ ແລະ ຄອບຄົວທີ່ມີຄຸນງາມ ຄວາມດີຕໍ່ປະເທດຊາດ.

ກອງປະຊຸມພິຈາລະນາ ແລະ ຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຊິ່ງເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກວາງອອກ ກອງປະຊຸມ ເຫັນດີໂດຍພື້ນຖານ ຕໍ່ການກຳນົດໂຄງຮ່າງວ່າ ລະແຫ່ງຊາດສະບັບນີ້ ເວລາການຈັດຕັ້ງປະຕິບັດແຕ່ປີ 2027-2030 ເຊິ່ງສອດຄ່ອງຕາມແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ເຫັນດີຕໍ່ການກຳນົດທັດສະນະ ຫຼັກການ ຄາດໝາຍ ທິດທາງ ວຽກຈຸດສຸມໃຫຍ່ ແລະ ມາດຕະການຈັດຕັ້ງປະຕິບັດ ທີ່ລະອຽດສົມຄວນ.

ກອງປະຊຸມ ສະເໜີລັດຖະບານເອົາໃຈໃສ່ຕື່ມບາງດ້ານເຊັ່ນ: ຄວນມີງົບປະມານເປັນບ້ວງສະເພາະ ອາດຈະຄົ້ນຄວ້າບ້ວງເງິນເກີນແຜນຂອງແຕ່ລະແຂວງ ແລະ ການປະກອບສ່ວນຂອງປະຊາຊົນ ແລະ ສັງ ຄົມ ມີນະໂຍບາຍດຶງດູດການລົງທຶນໃນຂົງເຂດກະສິກຳ-ອຸດສາຫະກຳປຸງແຕ່ງ ຢູ່ເຂດຊົນນະບົດຫ່າງໄກ ສອກຫຼີກ ອຳນວຍຄວາມສະດວກໃຫ້ປະຊາຊົນສາມາດເຂົ້າເຖິງແຫຼ່ງທຶນ ແລະ ສິນເຊື່ອໄດ້ງ່າຍ ສະດວກ ວ່ອງໄວ ແລະ ມີອັດຕາດອກເບ້ຍທີ່ເໝາະສົມ ມີການຈັດສັນເຂດການຜະລິດ ເອົາໃຈໃສ່ການອອກໃບ ຕາດິນ ມີການແນະນໍາທາງດ້ານເຕັກນິກ ວິຊາການ ເຂົ້າໃນວຽກງານການປູກ-ການລ້ຽງ ສ້າງໂຮງງານປຸງ ແຕ່ງ ຕິດພັນກັບຕະຫຼາດ ສ້າງ ແລະ ປັບປຸງສູນທົດລອງ ສູນສົ່ງ ເສີມກະສິກຳ ສ້າງ ແລະ ສ້ອມແປງເສັ້ນ ທາງທີ່ເປ່ເພ ໃຫ້ສາມາດນໍາໃຊ້ໄດ້ຕະຫຼອດປີ ສະໜອງໄຟຟ້າ ນໍ້າສະອາດ ລະບົບໂທລະຄົມ ແລະ ການ ສື່ສານໃຫ້ທົ່ວເຖິງ ປັບປຸງສະຖານການສຶກສາ ແລະ ສະໜອງອຸປະກອນການຮຽນ-ການສອນ ມີນະໂຍ ບາຍແກ່ນັກຮຽນທີ່ຮຽນດີ ຮຽນເກ່ງ ຜູ້ທຸກຍາກ ແລະ ດ້ອຍໂອກາດ ເອົາໃຈໃສ່ການປັບປຸງສຸກສາລາໃຫ້ ດີ ໃຫ້ມີແພດຊ່ວຍການເກີດລູກ ແລະ ສັກຢາວັກຊິນກັນພະຍາດໃຫ້ທົ່ວເທິ ມີການສ້າງວຽກເຮັດງານ ທຳຢູ່ຊົນນະບົດໃຫ້ແກ່ຊາວໜຸ່ມ ສ້າງສູນເຝິກອົບຮົມວິຊາອາຊີບໃຫ້ແກ່ຊາວໜຸ່ມ ປຸກລະດົມການມີ ສ່ວນຮ່ວມຂອງລະບົບການເມືອງຂັ້ນຮາກຖານເຂົ້າຮ່ວມການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ດ້ວຍການຂົນຂວາຍ ປຸກລະດົມຈິດໃຈຮັກຊາດ ຮັກບ້ານເກີດເມືອງນອນ ສ້າງຄວາມມຸ່ງໝັ່ນໃນການພັດທະນາຂອງປະຊາຊົນ ເພື່ອສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ.

ເພື່ອບັນລຸເປົ້າໝາຍໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ສະເໜີ ໃຫ້ລັດຖະ ບານມີກົນໄກປະສານງານກັບ 5 ພາກສ່ວນກ່ຽວຂ້ອງຢ່າງກົມກຽວເຊັ່ນ: ພາກລັດ ພາກເອກະ ຊົນຜູ້ປະກອບການ ພາກສ່ວທະນາຄານ ພາກສ່ວນເຕັກໂນໂລຊີ-ວິຊາການ ແລະ ພາກທຸລະກິດ. ກອງປະຊຸມໄດ້ພິຈາລະນາ ຮັບ ຮອງເອົາການສ້າງ ແລະ ປັບປຸງກົດໝາຍ 2 ສະບັບ ໃນນີ້ກົດໝາຍວ່າດ້ວຍ ຄັງເງິນແຫ່ງລັດ (ສະບັບສ້າງໃໝ່) ແລະ ກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ ( ສະບັບປັບ ປຸງ) ເພື່ອໃຫ້ສອດຄ່ອງກັບການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກຂອງປະຊາຊົນ ທັງເປັນການປະກອບສ່ວນສໍາຄັນໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ໃຫ້ເປັນຮູບປະທຳ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ກອງປະຊຸມມອບໃຫ້ຄະນະຮັບຜິດຊອບນໍາເອົາເນື້ອໃນ ຂອງຮ່າງກົດໝາຍສອງສະບັບໄປຮຽບ ຮຽງໃຫ້ຄົບຖ້ວນສົມບູນ ເພື່ອໄດ້ປະກາດໃຊ້ໂດຍໄວ ແລະ ນໍາໄປສູ່ການຈັດຕັ້ງປະຕິບັດໃຫ້ມີປະສິດ ພາບ ແລະ ປະສິດທິຜົນເປັນຢ່າງດີ. ກອງປະຊຸມໄດ້ຮັບຟັງການຊີ້ແຈງ ຕໍ່ຄໍາຊັກຖາມ ຂອງທ່ານນາຍົກລັດຖະມົນຕີ ແລະ ບັນດາທ່ານໃນຄະນະລັດຖະບານ ທັງໝົດ 9 ທ່ານ ເຊິ່ງເປັນບັນຫາເຄັ່ງຮ້ອນຂອງສັງຄົມ ຕໍ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ແຜນງົບປະມານແຫ່ງລັດ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ແລະ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ກອງປະຊຸມໄດ້ມີການປຶກສາຫາລື ແລະ ຮັບຮອງເອົາບັນດາບັນຫາທີ່ສໍາຄັນຂອງຊາດທີ່ກ່ຽວ ຂ້ອງກັບວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກຂອງ ປະຊາຊົນ ແລະ ກົດໝາຍສອງສະບັບ ໂດຍມີການຮັບຮອງເອົາ 4 ມະຕິທີ່ກ່ຽວຂ້ອງດ້ວຍຄະແນນສູງ ແຕ່ 90% ຂຶ້ນໄປ. ການດໍາເນີນກອງປະຊຸມສະໄໝວິສາ ມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງນີ້ ເປັນການ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ X ເຂົ້າສູ່ວຽກງານຕົວຈິງ ແມ່ນໝາກຜົນລວມຍອດສະຕິປັນຍາ ການໃຊ້ສິດປະຊາທິປະໄຕ ກໍຄືຜົນ ຂອງການຍົກສູງຄວາມຮັບຜິດຊອບທາງການເມືອງ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ການຕັດສິນ ໃຈສູງຂອງລັດຖະບານ ອົງການລັດທີ່ກ່ຽວຂ້ອງ ທີ່ມີຄວາມພະຍາ ຍາມ ແລະ ມີມາດຕະການຕົວຈິງໃນການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ຕົກໄປເທື່ອລະກ້າວ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ ປະຊາຊົນຕໍ່ການນໍາພາຂອງພັກ ແລະ ລັດເຮົາໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມໜັກແໜ້ນຂຶ້ນເລື້ອຍໆ.

error: Content is protected !!