ແຂວງສາລະວັນ ຕີລາຄາການຈັດຕັ້ງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຮ່ວມກັນສູນກາງ.​

    ແຂວງສາລະວັນ ເຂົ້າຮ່ວມກອງປະຊຸມຕີລາຄາການຈັດຕັ້ງປະຕິບັດມາດຕະການປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຮ່ວມກັບຄະນະສະເພາະກິດຂັ້ນສູນກາງ ໂດຍຜ່ານລະບົບ Video Conference ໃນວັນທີ 29 ກັນຍາ 2021 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະ ມົນຕີ ໂດຍເປັນປະທານຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ ປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ມີຄະນະສະເພາະກິດຂັ້ນສູນກາງ ບັນດາແຂວງໃນທົ່ວປະເທດເຂົ້າຮ່ວມ ເຊິ່ງແຂວງສາລະວັນຈັດຂື້ນຢູ່ທີ່ສະໂມ ສອນຂອງແຂວງ ເຂົ້າຮ່ວມໂດຍທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຫົວໜ້າຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ແຂວງ ພ້ອມດ້ວຍຄະນະ.

   ກອງປະຊຸມຄັ້ງນີ້ ໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ໃນການແກ້ໄຂ ແລະ ສະ ກັດກັ້ນພະຍາດດັ່ງກ່າວບໍ່ໃຫ້ແຜ່ລາມອອກສູ່ວົງກວ້າງ ໂດຍສະເພາະໃນຊຸມຊົນ ຕີລາຄາຜົນໄດ້ຮັບໃນການປະຕິບັດມາດຕະການປິດການເຂົ້າ-ອອກແຂວງ ເມືອງ ແລະ ການກໍານົດເຂດບ້ານຕ່າງໆ ການສຸມໃສ່ປີ່ນປົວຜູ້ຕິດເຊື້ອ ຕະຫຼອດຮອດການສັກວັກຊິນໃຫ້ປະຊາກອນໃນຂອບເຂດທົ່ວປະເທດ ເພື່ອສ້າງພູມຄຸ້ມກັນ ນອກນັ້ນ ຍັງໄດ້ປະເມີນບັນດາແຂວງທີ່ມີການລະບາດໃນຊຸມຊົນ ພ້ອມທັງທົບທວນຄືນການເຂັ້ມງວດໃນການຈັດຕັ້ງປະຕິບັດມາດຕະການຕ່າງໆ ການຕອບໂຕ້ ແລະ ຮັບມືໃນແຕ່ລະໄລຍະ ເປັນຕົ້ນແມ່ນບັນດາກິດຈະກຳຕ່າງໆທີ່ອາດຈະເຮັດໃຫ້ເກີດການລະບາດໃນຊຸມຊົນ ມາຮອດປັດຈຸບັນ ການຕິດເຊື້ອຈາກກໍລະນີນຳເຂົ້າໃນທົ່ວປະເທດແມ່ນມີທ່າອ່ຽງຫຼຸດລົງ ແຕ່ການຕິດເຊື້ອໃນຊຸມຊົນເພີ່ມຂຶ້ນ ແລະ ຍັງໄດ້ນຳໃຊ້ສູນຈຳກັດບໍລິເວນ 192 ສູນ.

    ແຂວງສາລະວັນ ພົບຜູ້ຕິດເຊື້ອຈາກກໍລະນີນຳເຂົ້າເລີ່ມຫຼຸດລົງ ແລະ ຍັງມີທ່າອ່ຽງການຕິດເຊື້ອໃນຊຸມຊົນ ມາຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມທັງໝົດ 1.596 ຄົນ ປິ່ນປົວຫາຍດີສະສົມ 1.424 ຄົນ ເສຍຊີວິດ 1 ຄົນ ແລະ ໄດ້ນຳໃຊ້ສູນຈຳກັດບໍລິເວນ 36 ສູນ ຂັ້ນແຂວງມີ 4 ສູນໃຫຍ່ ຂັ້ນເມືອງມີ 32 ສູນ ແລະ ໄດ້ເລັ່ງສັກຢາວັກຊິນໃຫ້ກຸ່ມເປົ້າໝາຍ ເປັນຕົ້ນ:ສັກວັກຊິນຊີໂນຟາມ ເຂັມທີ 1 ປະຕິບັດ ໄດ້ 67.634 ໂດສ ເຂັມທີ 2 ຈຳນວນ 36.814 ໂດສ ວັກຊິນຈອນສັນແອນຈອນສັນ ປະຕິບັດໄດ້ 56.956 ໂດສ ແລະ ສັກຢາວັກຊິນແອສຕາເຊເນກາ ຈໍານວນ 35.086 ໂດສ ນອກຈາກນັ້ນ ກໍໄດ້ເຂັ້ມງວດປະຕິບັດມາດຕະການຂອງຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຂັ້ນສູນກາງ ວາງອອກ ແລະ ຜັນຂະຫຍາຍປະຕິບັດຢູ່ພາຍໃນທ້ອງຖີ່ນຢ່າງເຂັ້ມງວດ.

   # ຂ່າວ – ພາບ :  ຊິລິການດາ

error: Content is protected !!