ພັກ ເອົາໃຈໃສ່ເພີ່ມທະວີບົດບາດການນຳພາຕໍ່ສື່ມວນຊົນໃນໄລຍະໃໝ່ ເນັ້ນຫັນເປັນດີຈີຕອນ ແລະ ຍົກລະດັບບຸຄະລາກອນຮອບດ້ານ

ກອງປະຊຸມສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ແກ່ກອງປະຊຸມວຽກສື່ມວນຊົນທົ່ວປະ ເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2026 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນກຽດເຂົ້າຮ່ວມເຜີຍແຜ່ເອກະສານຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ປະທານສະພາທິດສະດີສູນກາງພັກ ໂດຍການເປັນປະທານຂອງທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ (ຄອສພ) ຮອງປະທານສະພາທິດສະດີສູນກາງພັກ ມີຄະນະເລຂາທິການສູນກາງພັກ ກໍາມະການສູນກາງພັກ ມີບັນດາການນໍາພັກ-ລັດ ຜູ້ແທນສື່ມວນຊົນ ສູນກາງ ແລະ ທ້ອງຖິ່ນ ທົ່ວປະເທດເຂົ້າຮ່ວມ.


ໃນໂອກາດນີ້ ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ກຽດຂຶ້ນເຜີຍແຜ່ ເອກະສານ ເພີ່ມທະວີບົດບາດການນຳພາຂອງພັກຕໍ່ວຽກງານສື່ມວນຊົນ ແລະ ຈັນຍາບັນສື່ມວນຊົນ ໂດຍມີບາງຕອນກ່າວວ່າ: ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ກຳນົດເອົາວຽກງານສື່ມວນຊົນເປັນວຽກງານຍຸດທະສາດອັນໜຶ່ງທີ່ມີຄວາມສຳຄັນຍິ່ງ ໂດຍໄດ້ເອົາໃຈໃສ່ນຳພາ-ຊີ້ນຳຢ່າງຈົດຈໍ່ຕໍ່ວຽກງານໂຄສະນາສຶກສາອົບຮົມ ເພື່ອແນໃສ່ເພີ່ມທະວີບົດບາດການນຳພາຂອງພັກ ຕໍ່ຮາກຖານສື່ມວນຊົນໃນໄລຍະໃໝ່ ໃຫ້ກາຍເປັນເຄື່ອງມືທາງດ້ານການເມືອງ-ແນວຄິດ ທີ່ແຫຼມຄົມ ແລະ ເປັນພາຫະນະສື່ສານມວນຊົນທີ່ມີປະສິດທິຜົນສູງສຸດ ໃນການເຊື່ອມໂຍງ ລະຫວ່າງ ພັກ-ລັດ ກັບ ປະຊາຊົນບັນດາເຜົ່າ.


ໃນທິດທາງແຜນການພັດທະນາວຽກງານສື່ມວນຊົນ ໄດ້ລະບຸຢ່າງຊັດເຈນວ່າ ການເພີ່ມທະວີບົດບາດການນຳພາຂອງພັກ ໝາຍເຖິງການຍົກສູງຖານະ ອິດທິພົນຂອງພັກ ໃນການນຳພາ ແລະ ຄຸ້ມຄອງສື່ມວນຊົນ ພາຍໃຕ້ລະບຽບກົດໝາຍ ຮັບປະກັນໃຫ້ສື່ມວນຊົນເປັນກະບອກສຽງທີ່ແຫຼມຄົມຂອງການຈັດຕັ້ງພັກ ລັດ ແລະ ສັງຄົມ ພ້ອມກັນນັ້ນ ຍັງເປັນການຍົກສູງຄວາມສາມາດໃນການນຳພາຢ່າງຮອບດ້ານ ຕໍ່ສື່ສິ່ງພິມ ສື່ເອເລັກໂຕຣນິກ ແນໃສ່ພັດທະນາສື່ມວນຊົນໃຫ້ສາມາດປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຢ່າງມີໄຊ ປົກປ້ອງທິດສະດີປະຕິວັດ ແນວທາງການເມືອງ ແຜນນະໂຍບາຍຂອງພັກ ແລະ ກົດ ໝາຍຂອງລັດຢ່າງເຂັ້ມງວດ.


ເພື່ອເຮັດໃຫ້ວຽກງານດັ່ງກ່າວປະກົດຜົນເປັນຈິງໃນໄລຍະໃໝ່ນີ້ ໄດ້ມີການກຳນົດທິດທາງປັບປຸງ ແລະ ພັດທະນາສື່ມວນຊົນຢ່າງຮອບດ້ານ ໂດຍເນັ້ນໃສ່ວຽກງານຈຸດສຸມ ການພັດທະນາບຸກຄະລາກອນສື່ມວນຊົນ ເນັ້ນການສ້າງນັກຂ່າວ ບັນນາທິການ ໃຫ້ມີຄຸນສົມບັດສິນທຳປະຕິວັດ ມີຈັນຍາບັນ ຍົກລະດັບຄວາມຮູ້ທາງດ້ານການເມືອງ ແລະ ວິຊາສະເພາະ ສົ່ງເສີມການສ້າງນັກຂ່າວທີ່ມີຄວາມສາມາດຮອບດ້ານ ທີ່ສາມາດເຮັດໜ້າທີ່ເປັນທັງຜູ້ຜະລິດເນື້ອຫາ ແລະ ຜູ້ມີອິດທິພົນທາງສັງຄົມທີ່ມີຄຸນນະພາບ ສາມາດຕອບໂຕ້ຂໍ້ມູນຂ່າວສານທີ່ບິດເບືອນ ຫຼື ຂ່າວປອມ ໃນສື່ສັງຄົມອອນລາຍໄດ້ຢ່າງທັນການ.


ການຫັນເປັນດີຈີຕອນ ແລະ ຄວາມທັນສະໄໝ ຊຸກຍູ້ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ລະບົບດີຈີຕອນ ປັນຍາປະດິດ (AI) ແລະ ລະບົບ Cloud Storage ເຂົ້າໃນການບໍລິຫານຈັດການຂ່າວ ການຜະລິດ ແລະ ການກະຈາຍຂໍ້ມູນຂ່າວສານ ເພື່ອເພີ່ມຄວາມວ່ອງໄວ ຊັດເຈນ ແລະ ເຂົ້າເຖິງກຸ່ມເປົ້າໝາຍຢ່າງກວ້າງຂວາງ.


ເພີ່ມທະວີການຮ່ວມມືກັບສາກົນ ຕັ້ງໜ້າຮ່ວມມືກັບບັນດາປະເທດດເພື່ອນມິດຍຸດທະສາດ ເປັນຕົ້ນແມ່ນການຮ່ວມມືໃນຂອບ “ໜຶ່ງແລວ ໜຶ່ງເສັ້ນທາງ” (Belt and Road Initiative) ເພື່ອຍົກລະດັບເຕັກນິກວິຊາການ ພ້ອມທັງສືບຕໍ່ພັດທະນາໂຄງການຮ່ວມມືກັບອົງການຈັດຕັ້ງສາກົນ ເຊັ່ນ: UNICEF UNESCO UNDP CARE EU ແລະ ອົງການອື່ນໆ ຢ່າງມີປະສິດທິຜົນ ຜ່ານການຈັດຕັ້ງປະຕິບັດບັນດາມາດຕະການ ແລະ ທິດທາງດັ່ງກ່າວ ຈະເປັນບາດກ້າວສຳຄັນໃນການຫັນປ່ຽນວຽກງານສື່ມວນຊົນລາວ ໃຫ້ມີຄວາມເຂັ້ມແຂງ ທັນສະໄໝ ກາຍເປັນກະບອກສຽງທີ່ໜ້າເຊື່ອຖື ແລະ ເປັນກຳລັງແຮງອັນຕັ້ງໜ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຂອງພັກຢ່າງໜັກແໜ້ນ.


ພ້ອມນີ້ ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ຍົກໃຫ້ເຫັນຈັນຍາບັນຂອງສື່ມວນຊົນ ຖືເປັນຫຼັກການທາງສິນທຳ ຂໍ້ບັງຄັບ ແລະ ມາດຕະ ຖານຄວາມປະພຶດ ທີ່ນັກຂ່າວ ບັນນາທິການ ແລະ ຜູ້ຜະລິດລາຍການທຸກຄົນຕ້ອງໄດ້ເອົາໃຈໃສ່ ທັງນີ້ ກໍເພື່ອປ້ອງກັນບໍ່ໃຫ້ເກີດຄວາມເສຍຫາຍແກ່ ພັກ ລັດ ລວມໝູ່ ບຸກຄົນ ແລະ ສັງຄົມ ໂດຍມີ 6 ຫຼັກການພື້ນຖານທີ່ຖັນແຖວສື່ມວນຊົນລາວຕ້ອງກຳແໜ້ນ ຄື:ຕ້ອງມີຄວາມຊື່ສັດ ເຄົາລົບຄວາມຈິງ ບໍ່ບິດເບືອນ ແລະ ບໍ່ສ້າງຂ່າວປອມ ຕ້ອງມີຄວາມສະໜິດແໜ້ນ ແລະ ນຳສະເໜີຂໍ້ມູນທີ່ເປັນປະໂຫຍດຕໍ່ປະຊາຊົນ ແລະ ປະເທດຊາດ ຕ້ອງມີຄວາມເປັນມືອາຊີບ ແລະ ໝັ່ນພັດທະນາຕົນເອງໃນການວິເຄາະຂໍ້ມູນຢ່າງມີຄຸນນະພາບ ຕ້ອງປົກປ້ອງຄວາມລັບຂອງລັດ ແລະ ແຫຼ່ງຂ່າວ ທີ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງ ຕ້ອງເຄົາລົບສິດສ່ວນຕົວ ແລະ ກຽດສັກສີຂອງບຸກຄົນອື່ນ ບໍ່ສວຍໃຊ້ໜ້າທີ່ນັກຂ່າວເພື່ອຫາຜົນປະໂຫຍດສ່ວນຕົວ ແລະ ຕ້ອງເຄົາລົບກົດໝາຍຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ຂໍ້ມູນຂ່າວສານມີຄວາມຖືກຕ້ອງ ທ່ຽງທຳ ວ່ອງໄວທັນເຫດການ ແລະ ສ້າງສັນ ພາຍໃຕ້ລະບຽບກົດໝາຍຂອງ ສປປ ລາວ.

error: Content is protected !!