ກຸ່ມບໍລິສັດໂຄລາວ ມອບລົດໃຫ້ ນວ ນໍາໃຊ້ຊົ່ວຄາວໃນການຕ້ານການລະບາດພະຍາດໂຄວິດ-19

    ວັນທີ 30 ກັນຍາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ກຸ່ມບໍລິສັດໂຄລາວ ຕາງໜ້າໂດຍທ່ານ ວຽງທອງ ຈັນລີວົງ ຄະນະຜູ້ບໍລິຫານກຸ່ມບໍລິສັດໂຄລາວ ມອບລົດຮຸນໄດ H 100 ຈໍານວນ 3 ຄັນ ໃຫ້ນະຄອນຫຼວງວຽງຈັນນໍາໃຊ້ຊົ່ວຄາວ ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ຕາງໜ້າຮັບຂອງທ່ານ ໂພຄໍາ ໄຊຍະສອນ ຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ.

    ໂອກາດນີ້ທ່ານ ໂພຄໍາ ໄຊຍະສອນ ໄດ້ສະແດງຄວາມຂອບໃຈຕໍ່ກຸ່ມບໍລິສັດໂຄລາວ ທີ່ເຫັນໄດ້ເຖິງຄວາມຈໍາເປັນ ແລະ ຮີບດ່ວນຂອງວຽກງານຕ້ານ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ຢູ່ໃນນະຄອນຫຼວງວຽງຈັນ ເຊິ່ງເປັນການປະກອບສ່ວນທີ່ທັນເວລາ ໄລຍະຜ່ານມາ ຄັ້ງທີ 1 ກຸ່ມບໍລິສັດໂຄລາວໄດ້ມອບລົດຈໍານວນ 10 ຄັນ ແລະ ໄດ້ສົ່ງຄືນເປັນທີ່ຮຽບຮ້ອຍແລ້ວ ຄັ້ງທີ 2 ຈໍານວນ 5 ຄັນ ກຳລັງນໍາໃຊ້ຢູ່ ແລະ ຄັ້ງນີ້ ຈໍານວນ 3 ຄັນ ເຊິ່ງມີກໍານົດການນໍາໃຊ້ 3 ເດືອນ ເລີ່ມແຕ່ວັນທີ 30 ກັນຍາ ຫາ 30 ທັນວາ 2021.

   # ຂ່າວ – ພາບ :  ຂັນທະວີ

error: Content is protected !!