ໂຮງໝໍຊຸມຊົນເມືອງຫົງສາ ໄດ້ຮັບຕຽງອະເນກປະສົງ ເຂົ້າໃນວຽກງານບໍລິຈາກເລືອດ.

    ວັນທີ 29 ກັນຍາ 2021 ໂຮງໝໍຊຸມຊົນເມືອງຫົງສາ ແຂວງໄຊຍະບູລີ ໄດ້ຮັບອຸປະກອນຊ່ວຍເຫຼືອວຽກງານກາແດງ ປະເພດຕຽງອະເນກປະສົງ ຈຳນວນ 2 ຊຸດ ລວມມູນຄ່າ 1 ລ້ານກີບ ເຊິ່ງໄດ້ຮັບການໜັບສະໜູນຈາກອົງການກາແດງແຂວງໄຊຍະບູລີ ຕາງໜ້າມອບໂດຍ ທ່ານ ແຫຼ້ ອ່ອນສົມບູນ ຮອງເຈົ້າເມືອງຫົງສາ ຕາງໜ້າຮັບອຸປະກອນດັ່ງກ່າວແມ່ນທ່ານ ດຣ ສົມພອນ ບຸດດາວົງ ຜູ້ອຳນວຍການໂຮງໝໍຊຸມຊົນເມືອງຫົງສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

   ໂອກາດນີ້ ທ່ານ ດຣ ສົມພອນ ບຸດດາວົງ ໄດ້ກ່າວຂອບໃຈມາຍັງອົງການກາແດງແຂວງ ທີ່ເຫັນຄວາມສຳຄັນວຽກງານຮັບບໍລິຈາກເລືອດໃນໂຮງໝໍຊຸມຊົນ  ແລະ ຈະນຳໃຊ້ອຸປະກອນດັ່ງກ່າວ ເຂົ້າໃນວຽກງານຕົວຈິງໃຫ້ແທດເໜາະກັບສະພາບການປະຕິບັດວຽກງານ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ.

error: Content is protected !!