ນັກສຶກສາວິທະຍາໄລສີລະປະສຶກສາ ໄດ້ຮັບການຊ່ວຍເຫຼືອ

    ໃນວັນທີ 3 ມິຖຸນາ 2021 ໜ່ວຍງານອາສາພັດທະນາຊຸມຊົນ ຮ່ວມກັບສູນພາສາ ແລະ ວິຊາຊີບ DH ໄດ້ລົງມາມອບເຄື່ອງຊ່ວຍເຫຼືອໃຫ້ແກ່ພະນັກງານ ຄູ-ອາຈານ ແລະ ນັກສຶກສາໃນຫໍພັກຂອງວິທະຍາໄລສີລະປະສຶກສາ ທີ່ພົບຄວາມຫຍຸ້ງຍາກຂາດເຂີນໃນໄລຍະວິກິດການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ບໍ່ສາມາດເດີນທາງກັບບ້ານ ຕົກຄ້າງຢູ່ຫໍພັກຂອງວິທະຍາໄລ…

LaoVietBank ຊ່ວຍເຫຼືອນັກສຶກສາຄະນະວິທະຍາສາດທຳມະຊາດ ຕ້ານໂຄວິດ-19

    ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ໄດ້ສະໜັບສະໜູນນໍ້າດື່ມ ແລະ ເງິນສົດຈໍານວນໜຶ່ງ ເພື່ອຊ່ວຍເຫຼືອໃຫ້ແກ່ບັນດານັກສຶກສາທີ່ອາໄສຢູ່ຫໍພັກ ນັກສຶກສາທີ່ຖືກຜົນກະທົບໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາ ໄລແຫ່ງຊາດ.     ໃນຫຼາຍປີຜ່ານມາ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ…

ສຕລ ຮ່ວມມືກັບບໍລິສັດການຕະຫຼາດທາງດ້ານການກີລາ

     ພິທີຖະແຫຼງຂ່າວຜ່ານສື່ອອນລາຍ ຄູ່ຮ່ວມມືການຕະຫຼາດ ລະຫວ່າງສະຫະພັນບານເຕະແຫ່ງຊາດລາວ (ສຕລ) ແລະ ບໍລິສັດ MKTG ໄດ້ຈັດຂຶ້ນໃນວັນທີ 1 ມີຖຸນາ 2021 ເຂົ້າຮ່ວມໃນພິທີດັ່ງກ່າວ ມີທ່ານ ວີເພັດ ສີຫາຈັກ ປະທານ…

ຕະຫຼາດ ມຊ ສີດຢາຂ້າເຊື້ອ ພ້ອມເປີດໃຫ້ບໍລິການປົກກະຕິ 4 ມິຖຸນາ

     ທ່ານ ແສງອາລຸນ ຄໍາວົງສາ ຫົວໜ້າຈັດສັນຕະຫຼາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໃຫ້ສໍາພາດວັນທີ 3 ມິຖຸນາ 2021 ວ່າ: ວັນທີ 2-3 ມິຖຸນາຜ່ານມາ ຕະຫຼາດ ມຊ…

ວັນນີ້ ສປປ ລາວ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 9 ກໍລະນີ

    ທ່ານ ນາງ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວປະຈໍາວັນທີ 3 ມິຖຸນາ 2021 ທີ່ກະຊວງສາທາລະນະສຸກວ່າ:…

ຮ່ວມແຮງຮ່ວມໃຈຟື້ນຟູລະບົບນິເວດ

    ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ຈັດພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ຄົບຮອບ 49 ປີ ວັນທີ 5 ມິຖຸນາ 2021 ຂຶ້ນໃນວັນທີ 2 ມິຖຸນາ 2021…

ສປປ ລາວ ໄດ້ຮັບວັກຊິນຟາຍເຊີ (Pfizer BioNTech) ຈຳນວນ 100.620 ໂດສ

    ວັນທີ 2 ມິຖຸນາ 2021 ສປປ ລາວ ໄດ້ຮັບວັກຊິນກັນພະຍາດໂຄວິດ-19 ຊຸດໃໝ່ ຈາກໂຄງການການຮ່ວມມືເພື່ອວັກຊິນກັນພະຍາດໂຄວິດ-19 (COVAX Facility) ເຊິ່ງເປັນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາ ເພື່ອຮັບມືກັບພະຍາດລະບາດ (CEPI) ອົງການກາວີ (Gavi)…

ຫົວເຫວີຍລາວ ມອບອຸປະກອນການແພດປ້ອງກັນພະຍາດໂຄວິດ-19 ໃຫ້ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

    ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈຳກັດຜູ້ດຽວ ມອບຜ້າອັດປາກ 38.000 ແຜ່ນ ຖົງມື 1.000 ຖົງ ແລະ ເຄື່ອງວັດແທກອຸນຫະພູມແບບຕັ້ງ 2 ເຄື່ອງ ໃຫ້ກະຊວງເຕັກໂນໂລຊີ…

ຄະນະສະເພາະກິດ ໂຄວິດ-19 ເມືອງສີສັດຕະນາກ ໄດ້ຮັບການຊຸກຍູ້

    ໃນວັນທີ 2 ມິຖຸນາ 2021 ທີ່ຫ້ອງວ່າການປົກຄອງເມຶອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ທ່ານ ປະສາດໄຊ ພິລາພັນເດຊ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ປະຈຳເຂດເລືອກຕັ້ງທີ 1 ເມືອງສີສັດຕະນາກ ພ້ອມຄະນະ ໄດ້ມອບເງິນ…

error: Content is protected !!