ພິທີຖະແຫຼງຂ່າວຜ່ານສື່ອອນລາຍ ຄູ່ຮ່ວມມືການຕະຫຼາດ ລະຫວ່າງສະຫະພັນບານເຕະແຫ່ງຊາດລາວ (ສຕລ) ແລະ ບໍລິສັດ MKTG ໄດ້ຈັດຂຶ້ນໃນວັນທີ 1 ມີຖຸນາ 2021 ເຂົ້າຮ່ວມໃນພິທີດັ່ງກ່າວ ມີທ່ານ ວີເພັດ ສີຫາຈັກ ປະທານ ສຕລ ທ່ານນາງ ກັນຍາ ແກ້ວມະນີ ເລຂາທິການ ສຕລ ພະນັກງານ ສື່ມວນຊົນ ພະນັກງານວິຊາການຂອງ ສຕລ ແລະ ຕົວແທນຈາກບໍລິສັດ MKTG ໂດຍມີທ່ານ ດຣ ໄຊບັນດິດ ຣາຊະພົນ ຜູ້ອຳນວຍການໃຫຍ່ ແລະ ເປັນຜູ້ບໍລິຫານສູງສຸດ (CEO) ຂອງບໍລິສັດ MKTG ແລະ ທ່ານ ມະໂນ ຍູວັນນະສັກ ຜູ້ພັດທະນາທຸລະກິດການກີລາ ເຊິ່ງທັງ 2 ທ່ານ ຈະສືບຕໍ່ພັດທະນາບານເຕະ ແລະ ຊີ້ນໍາການເປັນຄູ່ຮ່ວມມືທາງການຄ້າຫຼັກ ການຕະຫຼາດ ການສ້າງດິຈິຕອນ ແລະ ຍຸດທະສາດທາງທຸລະກິດໃນຂົງເຂດໃໝ່ນີ້.

ທ່ານ ວີເພັດ ສີຫາຈັກ ປະທານ ໄດ້ກ່າວວ່າ: ບໍລິສັດ MKTG ຈະມາຊ່ວຍເຮັດໜ້າທີ່ຈັດການເລື່ອງການຕະຫຼາດ ແລະ ໂຄສະນາເຜີຍແຜ່ໃຫ້ກ້ວາງຂວາງຂຶ້ນຕື່ມ ເຊິ່ງຜ່ານມາ ພວກເຮົາກໍໄດ້ປະຕິບັດແລ້ວ ແຕ່ເທື່ອນີ້ຢາກໃຫ້ໄດ້ມາດຕະຖານກ່ວາເກົ່າ ໂດຍຈະມອບໝາຍກິດຈະກໍາໃຫ້ບໍລິສັດດັ່ງກ່າວຮັບຜິດຊອບໃນການໄປຊອກຫາຜູ້ສະໜັບສະໜູນ ແລະ ຄູ່ຮ່ວມທຸລະກິດ ໂດຍສະເພາະແມ່ນປີ 2021 ຊ່ວຍເງິນລາງວັນການແຂ່ງຂັນ ແລະ ລາງວັນອື່ນໆໃນອະນາຄົດ.
ຈາກນັ້ນ ທ່ານ ດຣ ໄຊບັນດິດ ຣາຊະພົນ ກໍໄດ້ມີຄໍາເຫັນວ່າ: ມີຄວາມຮູ້ສຶກເປັນກຽດທີ່ຈະເຮັດວຽກຮ່ວມກັບ ສຕລ ແລະ ພວກເຮົາຕື່ນເຕັ້ນ ທີ່ບໍລິສັດ MKTG ຈໍາກັດ ຈະເປັນສ່ວນໜຶ່ງໃນການຮ່ວມມື ເຊິ່ງກ່ຽວກັບການເປັນຕົວແທນບານເຕະໃນ ສປປ ລາວ ບໍ່ພຽງແຕ່ພາຍໃນຊຸມຊົນທ້ອງຖິ່ນເທົ່ານັ້ນ ແຕ່ຍັງລວມເຖິງລະດັບຊາດ ທີ່ລວມເອົາທຸກໆແຂວງ ແລະ ລະດັບສາກົນອີກດ້ວຍ ວິທີການໃໝ່ຂອງພວກເຮົາ ແມ່ນຈະສ້າງໂອກາດໃໝ່ໃຫ້ແກ່ພວກເຮົາ ແລະ ຄູ່ຮ່ວມມືການຕະຫຼາດ ສື່ມວນຊົນ ແລະ ຊຸມຊົນ ໃນການສະໜອງແພລດຟອມທີ່ລວມກັນ/ແບບອັອຟລາຍ ທີ່ສາມາດເຂົ້າເຖິງລະດັບພື້ນຖານ ຈົນເຖິງລະດັບມືອາຊີບໃນທົ່ວປະເທດ ພວກເຮົາຄາດຫວັງທີ່ຈະເຫັນການມີສ່ວນຮ່ວມທີ່ຕື່ນເຕັ້ນ ການປະກາດ ແລະ ການເປັນຄູ່ຮ່ວມມືການຕະຫຼາດ.

ສຕລ ໄດ້ປະກາດເປັນຄູ່ຮ່ວມມືທາງດ້ານການຕະຫຼາດໄລຍະຍາວເປັນຄັ້ງທຳອິດ ກັບບໍລິສັດ MKTG ຈຸດປະສົງແມ່ນເພື່ອສຸມໃສ່ໂຄສະນາທາງດ້ານການຕະຫຼາດຮ່ວມກັນກັບບໍລິສັດ MKTG ເປັນບໍລິສັດການຕະຫຼາດທາງດ້ານການກີລາ ທີ່ຈະມາເພີ່ມມູນຄ່າ ແລະ ແນະນຳອຸປະກອນເຄື່ອງໃຊ້ກີລາປະຈຳວັນທີ່ທັນສະໄໝ ຢູ່ໃນ ສປປ ລາວ ນອກຈາກນີ້ ຍັງເປັນຕົວແທນໃຫ້ແກ່ ສຕລ ໃນການຮ່ວມມືປົກປ້ອງສິດປະໂຫຍດກັບຄູ່ຮ່ວມທຸລະກິດ ພ້ອມທັງລິຂະສິດການຖ່າຍທອດສົດຂອງບານເຕະລາວ ໃນລະດັບທີມຊາດລາວຊຸດໃຫຍ່ ຮຸ່ນຊາວໜຸ່ມ ຮຸ່ນເຍົາວະຊົນ ທັງຍິງ ແລະ ຊາຍ ລວມທັງການຖ່າຍທອດສົດລີກພາຍໃນ ການແຂ່ງຂັນແຊັມປຽນຊິບຕ່າງໆ ໃຫ້ກັບບັນດາເຈົ້າຂອງສະໜາມແຂ່ງຂັນ ແລະ ສະຖານທີ່ຕ່າງໆຂອງ ສຕລ ອີກດ້ວຍ.
ບໍລິສັດ MKTG ໄດ້ເຊັນສັນຍາຮ່ວມກັບ ສຕລ ລວມໄລຍະເວລາ 5 ປີ ພ້ອມໃຫ້ຄໍາໝັ້ນສັນຍາວ່າຈະສ້າງອະນາຄົດແບບຍືນຍົງໃຫ້ກັບບານເຕະບ້ານເຮົາ ກ່ຽວກັບ ສຕລ ເຊິ່ງ ສຕລ ແມ່ນເປັນອົງການບໍລິຫານບານເຕະຂອງ ສປປ ລາວ ເຊິ່ງມີໜ້າທີ່ຮັບຜິດຊອບຕໍ່ກັບທີມບານເຕະແຫ່ງຊາດທັງທີມຍິງ ແລະ ຊາຍ ນອກນັ້ນ ຍັງລວມມີການແຂ່ງຂັນພາຍໃນປະເທດ ເຊັ່ນ: ລາວລີກ 1 ລາວ ດີວີຊັນ 2 ຊີງຂັນ ສຕລ ຊີງຂັນຊາວໜຸ່ມ ຊີງຂັນບານເຕະຍິງ ແລະ ການພັດທະນາບານເຕະເຍົາວະຊົນ.
# ຂ່າວ & ພາບ: ສີພອນ ຈັນທະດາລາ