ຄະນະສະເພາະກິດ ໂຄວິດ-19 ເມືອງສີສັດຕະນາກ ໄດ້ຮັບການຊຸກຍູ້

    ໃນວັນທີ 2 ມິຖຸນາ 2021 ທີ່ຫ້ອງວ່າການປົກຄອງເມຶອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ທ່ານ ປະສາດໄຊ ພິລາພັນເດຊ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ປະຈຳເຂດເລືອກຕັ້ງທີ 1 ເມືອງສີສັດຕະນາກ ພ້ອມຄະນະ ໄດ້ມອບເງິນ 50 ລ້ານກີບ ໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຂັ້ນເມືອງ ຕາງໜ້າຮັບໂດຍທ່ານ ເດດ ສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ ຫົວໜ້າຄະນະສະເພາະກິດ ໂຄວິດ-19 ຂັ້ນເມືອງ ພ້ອມຄະນະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ນອກຈາກນີ້ ຍັງມີບໍລິສັດ ລາວໂຕໂຢຕ້າ ບໍລິການ ຈຳກັດ ມອບນ້ຳດື່ມຈຳນວນ 150 ແພັກ ແລະ ການປະກອບສ່ວນຂອງສ່ວນບຸກຄົນຈຳນວນ 200 ແພັກ ລວມ 350 ແພັກ ມູນຄ່າ 8 ລ້ານກວ່າກີບ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວຂອງຄະນະສະເພາະກິດໂຄວິດ-19 ຂອງເມືອງ. 

    ໂອກາດນີ້ ທ່ານ ເດດສົງຄາມ ທຳມະວົງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານ ປະສາດໄຊ ພິລາພັນເດຊ ກໍຄືບໍລິສັດ ລາວໂຕໂຢຕ້າ ບໍລິການ ຈຳກັດ ພ້ອມດ້ວຍຄະນະ ກໍຄືທຸກທ່ານ ແລະ ທຸກພາກສ່ວນທີ່ໃຫ້ການປະກອບສ່ວນໃນຄັ້ງນີ້ ແລະ ຫວັງວ່າຈະໄດ້ຮັບການຊຸກຍູ້ຈາກທ່ານອີກໃນໂອກາດຕໍ່ໄປ. 

# ຂ່າວ & ພາບ: ບຸນມີ

error: Content is protected !!