ທ່ານ ນາງ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວປະຈໍາວັນທີ 3 ມິຖຸນາ 2021 ທີ່ກະຊວງສາທາລະນະສຸກວ່າ:

ວັນທີ 2 ມີຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.725 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 9 ກໍລະນີ (ຈາກນະຄອນຫຼວງວຽງຈັນ 6 ກໍລະນີ ຕິດໃນຊຸມຊົນ ແຂວງຈໍາປາສັກ 1 ກໍລະນີ ແລະ ສະຫວັນນະເຂດ 2 ກໍລະນີ ແມ່ນກວດພົບເຊື້ອໃນແຮງງານລາວທີ່ກັບຄືນມາຈາກປະເທດໄທຖືກຕ້ອງຕາມກົດໝາຍ) ມາຮອດປັດຈຸບັນ ມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 1.943 ປິ່ນປົວຫາຍດີທັງໝົດ 1.654 ກໍລະນີ (ໃໝ່ 17) ແລະ ກໍາລັງປິ່ນປົວ 275 ກໍລະນີ.

ເຂດສ່ຽງ/ສະຖານທີ່ ທີ່ຜູ້ຕິດເຊື້ອໃໝ່ໃນນະຄອນຫຼວງວຽງຈັນໄດ້ເດີນທາງໄປມີດັ່ງນີ້
- ວັນທີ 22-23 ພຶດສະພາ ແລະ ວັນທີ 29 ພຶດສະພາ ໄປສວນຢູ່ບ້ານສິມມະໂນ
- ເວລາ 16:00-17:00 ໂມງ ຂອງວັນທີ 30 ພຶດສະພາ ໄປຕະຫຼາດສີຂຽວ ບ້ານດອນກອຍ
- ເວລາ 16:00-17:00 ໂມງ ຂອງວັນທີ 2 ມິຖຸນາ ໄປຕະຫຼາດສະພານທອງ ແລະ ຕະຫຼາດໂຮງງານ ບ້ານໂພນປ່າເປົ້າ
- ນອກນີ້ ວັນທີ 27 ແລະ ວັນທີ 30 ພຶດສະພາ ໄປຫ້ອງແຖວຫຼັງຕະຫຼາດໂພນສະຫວ່າງ
- ວັນທີ 27 ພຶດສະພາ ໄປເອົາເຄື່ອງຢູ່ເຮືອນໝູ່ບ້ານຫ້ວຍຫົງ
- ວັນທີ 29 ພຶດສະພາ ໄປກິນເຂົ້າເຮືອນພີ່ນ້ອງ ບ້ານອາມອນ
ປັດຈຸບັນ ຈຳນວນບ້ານແດງໃນນະຄອນຫຼວງວຽງຈັນ ແມ່ນມີ 25 ບ້ານ ໃນ 7 ເມືອງ. ສ່ວນສະຖານທີ່ເກັບກໍາຕົວຢ່າງກວດຫາເຊື້ອພະຍາດໂຄວິດ-19 ສະເພາະນະຄອນຫຼວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ ໂຮງໝໍສູນກາງ 103 ກອງທັບ ນອກນັ້ນ ຍັງມີຈຸດກວດຢູ່ ມສ ລາວ-ຫວຽດ ທີ່ຍັງໃຫ້ບໍລິການເກັບຕົວຢ່າງ 9-12 ໂມງທຸກມື້ ແລະ ຖ້າມີກໍລະນີ positive (+) ໃໝ່ ຢູຈຸດໃດໜຶ່ງ ຈະມີທີມງານເຄື່ອນທີ່ລົງໄປເກັບຕົວຢ່າງຜູ້ສໍາຜັດໃກ້ຊິດໃນຈຸດທີ່ມີຜູ້ຕິດເຊື້ອໃໝ່.
# ຂ່າວ & ພາບ: ຂັນທະວີ