ສປປ ລາວ ໄດ້ຮັບວັກຊິນຟາຍເຊີ (Pfizer BioNTech) ຈຳນວນ 100.620 ໂດສ

    ວັນທີ 2 ມິຖຸນາ 2021 ສປປ ລາວ ໄດ້ຮັບວັກຊິນກັນພະຍາດໂຄວິດ-19 ຊຸດໃໝ່ ຈາກໂຄງການການຮ່ວມມືເພື່ອວັກຊິນກັນພະຍາດໂຄວິດ-19 (COVAX Facility) ເຊິ່ງເປັນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາ ເພື່ອຮັບມືກັບພະຍາດລະບາດ (CEPI) ອົງການກາວີ (Gavi) ອົງການອຸຍນິເຊັບ (UNICEF) ແລະ ອົງການອະນາໄມໂລກ (WHO) ວັກຊິນກັນພະຍາດໂຄວິດ-19 ຊຸດໃໝ່ນີ້ ເເມ່ນປະກອບມີວັກຊິນຟາຍເຊີ (Pfizer BioNTech) ຈຳນວນ 100.620 ໂດສ. 

    ອີງຕາມແຜນປະຕິບັດການສັກວັກຊິນກັນພະຍາດໂຄວິດ-19 ແຫ່ງຊາດ ທີ່ລັດຖະບານແຫ່ງ ສປປ ລາວ ໄດ້ພັດທະນາຂຶ້ນ ວັກຊິນຊຸດນີ້ເເມ່ນຈະໄດ້ນຳໃຊ້ເພື່ອທຳການສັກຢາກັນພະຍາດໃຫ້ແກ່ປະຊາກອນຈຳນວນ 50.300 ຄົນ ທີ່ມີອາຍຸ 60 ປີຂຶ້ນໄປ ແລະ ເປັນພະຍາດຊໍ້າເຮື້ອ ການສັກວັກຊິນດັ່ງກ່າວນີ້ ຈະໄດ້ເລີ່ມຈັດຕັ້ງປະຕິບັດຢູ່ໃນນະຄອນຫຼວງວຽງຈັນກ່ອນ ເເລະ ຈະໄດ້ຖືກຜັນຂະຫຍາຍໄປສູ່ເຂດທີ່ມີຄວາມສ່ຽງສູງອື່ນໆເຊັ່ນ: ແຂວງບໍ່ແກ້ວ ແຂວງຈຳປາສັກ ແລະ ແຂວງສະຫວັນນະເຂດ. 

    ທ່ານ ດຣ.ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ການມາຮອດຂອງວັກຊິນຟາຍເຊີ ແມ່ນທັນການກັບເປົ້າໝາຍທີ່ລັດຖະບານແຫ່ງ ສປປ ລາວ ໄດ້ວາງໄວ້ ໃນການສັກວັກຊິນກັນພະຍາດໂຄວິດ-19 ເພື່ອປົກປ້ອງ 50% ຂອງຈຳນວນປະຊາກອນທັງໝົດໃນປີ 2021 ວັກຊິນເຫຼົ່ານີ້ ຈະຊ່ວຍໃຫ້ພວກເຮົາສາມາດກ້າວໄປສູ່ການບັນລຸເປົ້າໝາຍດັ່ງກ່າວ ຂ້າພະເຈົ້າຍັງຂໍເນັ້ນຕື່ມອີກວ່າ: ເຖິງເເມ່ນວ່າວັກຊິນຈະຊ່ວຍໃຫ້ບັນດາປະເທດຕ່າງໆຄວບຄຸມພະຍາດໂຄວິດ-19 ໄດ້ ພວກເຮົາກໍຍັງຕ້ອງສືບຕໍ່ປະຕິບັດການຮັກສາໄລຍະຫ່າງທາງສັງຄົມ ໃສ່ຜ້າອັດປາກ ເເລະ ໝັ່ນລ້າງມືຂອງຕົນເປັນປະຈຳ ເຖິງແມ່ນວ່າທ່ານໄດ້ສັກຢາວັກຊິນກັນພະຍາດໂຄວິດ-19 ຄົບ 2 ເຂັມແລ້ວກໍຕາມ. 

    ວັກຊິນກັນພະຍາດໂຄວິດ-19 ທີ່ນຳໃຊ້ໃນ ສປປ ລາວ ເເມ່ນໄດ້ຜ່ານຂັ້ນຕອນການທົດສອບດ້ານການພັດທະນາ ແລະ ຄວາມປອດໄພຢ່າງເຂັ້ມງວດ ເເລະ ກົມອາຫານ ແລະ ຢາຂອງກະຊວງສາທາລະນະສຸກ ໄດ້ເຮັດການປະເມີນຫຼັກຖານ ຜົນປະໂຫຍດ ແລະ ຄວາມສ່ຽງແລ້ວ ວັກຊິນຟາຍເຊີໄດ້ຖືກອະນຸມັດເຂົ້າໃນລາຍຊື່ການນຳໃຊ້ສຸກເສີນຂອງອົງການອະນາໄມໂລກ ໃນວັນທີ 31 ເດືອນທັນວາ 2020. 

    ນອກຈາກວັກຊິນແລ້ວ ໃນວັນທີ 6 ມິຖຸນາ 2021 ສປປ ລາວ ຍັງຈະໄດ້ຮັບການສະໜອງເຂັມສັກຢາຈຳນວນ 100.700 ເຂັມ ແລະ ກ່ອງສໍາລັບຂີ້ເຫຍື້ອບໍ່ອະເຊື້ອ 1.175 ກ່ອງຕື່ມອີກ ເຊິ່ງແມ່ນອົງການອຸຍນິເຊັບໄດ້ຈັດຊື້ໃຫ້.

.                    # ຂ່າວ & ພາບ : ຊິລິການດາ 

error: Content is protected !!