ຫົວເຫວີຍລາວ ມອບອຸປະກອນການແພດປ້ອງກັນພະຍາດໂຄວິດ-19 ໃຫ້ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

    ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈຳກັດຜູ້ດຽວ ມອບຜ້າອັດປາກ 38.000 ແຜ່ນ ຖົງມື 1.000 ຖົງ ແລະ ເຄື່ອງວັດແທກອຸນຫະພູມແບບຕັ້ງ 2 ເຄື່ອງ ໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ເພື່ອນໍາໃຊ້ເຂົ້າໃນວຽກງານສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19 ພາຍໃນກະຊວງດັ່ງກ່າວ ວັນທີ 1 ມິຖຸນາ 2021 ເຊິ່ງມອບໂດຍທ່ານ ຫູ ເຫວີຍຫົວ ຜູ້ອຳນວຍການໃຫຍ່ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈຳກັດຜູ້ດຽວ ແລະ ຮັບໂດຍທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງ ຕສ. 

    ໂອກາດນີ້ ທ່ານ ປອ ສັນຕິສຸກ ສິມມາລາວົງ ກໍໄດ້ສະແດງຄວາມຂອບໃຈບໍລິສັດຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດຜູ້ດຽວ ທີ່ເຫັນໄດ້ຄວາມຈໍາເປັນ ແລະ ໃຫ້ການຊ່ວຍເຫຼືອດ້ານອຸປະກອນປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃນຄັ້ງນີ້ ແລະ ຫວັງວ່າສອງປະເທດ ກໍຄື ສປປ ລາວ-ສປ ຈີນ ຈະຜ່ານພົ້ນຈາກການລະບາດຂອງພະຍາດດັ່ງກ່າວໄດ້ໂດຍໄວ. 

    ທ່ານ ຫູ ເຫວີຍຫົວ ໄດ້ສະແດງຄວາມຂອບໃຈທີ່ກະຊວງ ຕສ ໃຫ້ຄວາມເຂົ້າໃຈ ຄວາມໄວ້ວາງໃຈ ການສະໜັບສະໜູນ ແລະ ການຊ່ວຍເຫຼືອຕໍ່ຫົວເຫວີຍລາວ ເປັນໄລຍະເວລາຍາວນານ ປັດຈຸບັນ ປະເທດລາວຢູ່ໃນໄລຍະທີ່ພົບກັບຄວາມຫຍຸ້ງຍາກຍ້ອນພະຍາດລະບາດ ແຕ່ພວກເຮົາເຊື່ອໝັ້ນຢ່າງຍິ່ງວ່າ ຕາບໃດທີ່ພວກເຮົາສາມັກຄີ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພວກເຮົາຈະສາມາດຜ່ານພົ້ນກັບອຸປະສັກດັ່ງກ່າວໄປໄດ້ດ້ວຍດີ. 

    20 ກວ່າປີຜ່ານມາ ຫົວເຫວີຍລາວໄດ້ເຝິກອົບຮົມຜູ້ທີ່ມີພອນສະຫວັນດ້ານໄອຊີທີໃຫ້ປະເທດລາວຫຼາຍກວ່າ 3.000 ຄົນ ແລະ ໃນອະນາຄົດ ຈະຍັງສືບຕໍ່ປະຕິບັດຢ່າງຕັ້ງໜ້າ ປີຜ່ານມາ ພວກເຮົາໄດ້ຮ່ວມມືກັບສະຖາບັນເຕັກໂນໂລຊີ-ການສື່ສານຂໍ້ມູນຂ່າວສານ ຈັດເຝິກອົບຮົມເພີ່ມຄວາມສາມາດແກ່ຜູ້ທີ່ມີພອນສະຫວັນດ້ານໄອຊີທີ ເປັນປະຈໍາທຸກເດືອນໃຫ້ນັກສຶກສາໄວໜຸ່ມ ເພື່ອຖ່າຍທອດ ແລກປ່ຽນຄວາມຮູ້ດ້ານໄອຊີທີ ແລະ ຊ່ວຍໃຫ້ບັນລຸວິໄສທັດດີຈີຕອນຂອງປະເທດລາວ ນອກນີ້ ແຕ່ລະປີ ໂຄງການແກ່ນພັນແຫ່ງອະນາຄົດຂອງພວກເຮົາ ຍັງໄດ້ຄັດເລືອກເອົານັກສຶກສາ 10-15 ຄົນ ຈາກມະຫາວິທະຍາໄລ ເພື່ອເຂົ້າຮ່ວມເຝິກອົບຮົມເປັນເວລາ 2 ອາທິດ ຢູ່ສຳນັກງານໃຫຍ່ຂອງຫົວເຫວີຍ ທີ່ນະຄອນເຊີນເຈີ້ນ ສປ ຈີນ ທັງສອງໂຄງການ ມີຈຸດປະສົງເພື່ອຊ່ວຍເຫຼືອ ແລະ ເຝິກອົບຮົມຜູ້ທີ່ມີພອນສະຫວັນດ້ານໄອຊີທີໃນທ້ອງຖິ່ນ ສົ່ງເສີມການຖ່າຍທອດຄວາມຮູ້ດ້ານໄອຊີທີ ເພີ່ມຄວາມເຂົ້າໃຈ ແລະ ຄວາມສົນໃຈຕໍ່ອຸດສາຫະກຳໄອຊີທີ ແລະ ຊ່ວຍໃນການພັດທະນາດີຈີຕອນລາວ. 

    ທ່ານ ຫູ ເຫວີຍຫົວ ກ່າວຕື່ມອີກວ່າ: ດັ່ງທີ່ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ກ່າວໄວ້ໃນເວທີປຶກສາຫາລືໂບອາວເພື່ອອາຊີ ປີ 2021 ຊີ້ໃຫ້ເຫັນວ່າ ໄອຊີທີຈະຊ່ວຍໃນການພັດທະນາເສດຖະກິດລາວ ແລະ ລັດຖະບານລາວຈະເຜີຍແຜ່ແຜນພັດທະນາເສດຖະກິດດີຈີຕອນ ເພື່ອໃຫ້ເໝາະສົມກັບແນວທາງດິຈິຕອນໂລກ ຫົວເຫວີຍ ໄດ້ສະສົມປະສົບການຢ່າງເລິກເຊິ່ງໃນຂະແໜງໄອຊີທີທົ່ວໂລກ ແລະ ມີຄວາມຍິນດີທີ່ຈະປະກອບສ່ວນແບ່ງປັນປະສົບການຕົວຈິງທີ່ຮັບຜົນສຳເລັດໃນທົ່ວໂລກ ໃຫ້ແຜນພັດທະນາເສດຖະກິດດີຈີຕອນລາວ ພວກເຮົາຍິນດີຮ່ວມມືກັບກະຊວງ ຕສ ເພື່ອຮ່ວມກັນຄົ້ນຄວ້າແຜນພັດທະນາເສດຖະກິດດີຈີຕອນທີ່ເໝາະສົມກັບການພັດທະນາຂອງລາວ. 

# ຂ່າວ & ພາບ: ສະບາໄພ 

error: Content is protected !!