ຮ່ວມແຮງຮ່ວມໃຈຟື້ນຟູລະບົບນິເວດ

    ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ຈັດພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ຄົບຮອບ 49 ປີ ວັນທີ 5 ມິຖຸນາ 2021 ຂຶ້ນໃນວັນທີ 2 ມິຖຸນາ 2021 ຢູ່ທີ່ສະຖານີອຸຕຸນິຍົມ ແລະ ອຸທົກກະສາດ ແຂວງຫຼວງນໍ້າທາ ໂດຍມີທ່ານ ສົມຫວັງ ນາບຸນແພງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ ພ້ອມດ້ວຍຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ ພະນັກງານ-ລັດຖະກອນພາຍໃນພະແນກເຂົ້າຮ່ວມ.

    ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກປີນີ້ ພາຍໃຕ້ຄໍາຂັວນທີ່ວ່າ: “ຮ່ວມແຮງ ຮ່ວມໃຈ ຟື້ນຟູລະບົບນິເວດ” (Ecosystem restoration) ເພື່ອເປັນການສ້າງຈິດສໍານຶກໃຫ້ປວງຊົນລາວທັງຊາດ ໃນການປົກປັກຮັກສາ ແລະ ຟື້ນຟູລະບົບນິເວດໃນຂອບເຂດທົ່ວປະເທດ ເວົ້າລວມ ເວົ້າສະເພາະ ພໍ່ແມ່ປະ ຊາຊົນພາຍໃນແຂວງຫຼວງນໍ້າທາ ພ້ອມທັງເປັນການຊຸກຍູ້ໃຫ້ເຂົາເຈົ້າເຂົ້າຮ່ວມໃນວຽກງານດັ່ງກ່າວ.

    ເພື່ອເຮັດໃຫ້ວັນດັ່ງກ່າວມີຄວາມໝາຍຄວາມສໍາຄັນ ທາງພະແນກຊັບພະຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ໄດ້ຈັດພິທີປະຖະກະຖາຄວາມເປັນມາຂອງວັນສິ່ງແວດລ້ອມໂລກ ແລະ ໄດ້ປູກຕົ້ນໄມ້ຢູ່ສະຖານີອຸຕຸນິຍົມ ແລະ ອຸທົກກະສາດ ຈໍານວນ 180 ເບ້ຍ ເພື່ອເປັນການປະກອບ ສ່ວນເຂົ້າໃນການຟື້ນຟູລະບົບນິເວດໃຫ້ມີຄວາມອຸດົມສົມບູນ.

# ພາບ & ຂ່າວ : ບຸນມີ ສີວິໄລ

error: Content is protected !!