ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ໄດ້ສະໜັບສະໜູນນໍ້າດື່ມ ແລະ ເງິນສົດຈໍານວນໜຶ່ງ ເພື່ອຊ່ວຍເຫຼືອໃຫ້ແກ່ບັນດານັກສຶກສາທີ່ອາໄສຢູ່ຫໍພັກ ນັກສຶກສາທີ່ຖືກຜົນກະທົບໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາ ໄລແຫ່ງຊາດ.

ໃນຫຼາຍປີຜ່ານມາ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ພວກເຮົາໄດ້ໃຫ້ການສະໜັບສະໜູນທາງດ້ານວັດຖຸ-ອຸປະກອນຮັບໃຊ້ແກ່ວຽກງານການສຶກສາຢູ່ມະຫາວິທະຍາໄລແຫ່ງຊາດຫຼາຍຄັ້ງ. ສໍາລັບຄັ້ງນີ້ ກໍໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ເຫັນໄດ້ເຖິງຄວາມຈໍາເປັນຂອງນ້ອງໆນັກສຶກສາຕ່າງແຂວງອາໄສຢູ່ຫໍພັກ ທີ່ໄດ້ຮັບຜົນກະທົບຈາກການລະບາດຮອບໃໝ່ຂອງພະຍາດໂຄວິດ-19.


ອາຈານຜູ້ຕາງໜ້າຂອງຄະນະວິທະຍາສາດທໍາມະຊາດທ່ານໜຶ່ງ ໃຫ້ຮູ້ວ່າ: ສໍາລັບນໍ້າດື່ມ ແລະ ເຄື່ອງຮັບໃຊ້ຈໍານວນໜຶ່ງທີ່ທາງທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ໄດ້ຈັດສົ່ງມາໃຫ້ກ່ອນໜ້ານີ້ ພວກເຮົາໄດ້ຂົນເອົາໄປໄວ້ບ່ອນຈຸດແຈກຢາຍເປັນທີ່ຮຽບຮ້ອຍ ເພື່ອກະກຽມແຈກຢາຍໃຫ້ແກ່ນັກສຶກສາຕໍ່ໄປ ສ່ວນເງິນສົດ ແມ່ນຈະໄດ້ຈັດແບ່ງໃຫ້ຕາມຄວາມເໝາະສົມເລື່ອງອາຫານການກິນ ແລະ ເຂົາເຈົ້າຕ້ອງໄດ້ຈ່າຍຄ່າອິນເຕີເນັດໃນການຮຽນອອນລາຍນໍາອີກ.

ພິທີມອບເຄື່ອງຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນໃນວັນທີ 02 ມິຖຸນາ 2021 ຜ່ານມາ ຢູ່ຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ ຕາງໜ້າ LaoVietBank ໃຫ້ກຽດມອບໂດຍທ່ານ ຫງວຽນ ຈ່ຽວ ນາມ ຫົວໜ້າພະແນກຂໍ້ມູນຂ່າວສານ ແລະ ຮັບໂດຍ ທ່ານ ຮສ.ປອ. ບຸນຜັນ ຕົ້ນແພງ ຄະນະບໍດີ-ຄະນະວິທະຍາສາດ ທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ.
[ເນື້ອໃນ-ພາບ: LaoVietBank]