ຕະຫຼາດ ມຊ ສີດຢາຂ້າເຊື້ອ ພ້ອມເປີດໃຫ້ບໍລິການປົກກະຕິ 4 ມິຖຸນາ

     ທ່ານ ແສງອາລຸນ ຄໍາວົງສາ ຫົວໜ້າຈັດສັນຕະຫຼາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໃຫ້ສໍາພາດວັນທີ 3 ມິຖຸນາ 2021 ວ່າ: ວັນທີ 2-3 ມິຖຸນາຜ່ານມາ ຕະຫຼາດ ມຊ ໄດ້ປິດການໃຫ້ບໍລິການ ເນື່ອງຈາກວ່າໄດ້ສີດຢາຂ້າເຊື້ອພາຍໃນຕະຫຼາດ ຮັບປະກັນໃຫ້ຕະຫຼາດປອດເຊື້ອພະຍາດໂຄວິດ-19 ພ້ອມນັ້ນ ເພື່ອສ້າງຄວາມໝັ້ນໃຈໃຫ້ກັບຊາວຄ້າຂາຍ ແລະ ພໍ່ແມ່ປະຊາຊົນທີ່ມາຊື້ເຄື່ອງອຸປະໂພກ-ບໍລິໂພກໃນຕະຫຼາດ ມີຄວາມໝັ້ນໃຈວ່າຕະຫຼາດແຫ່ງນີ້ປອດຈາກເຊື້ອພະຍາດໂຄວິດ-19 ພາຍຫຼັງທີ່ສີດຢາຂ້າເຊື້ອແລ້ວ ວັນທີ 4 ມິຖຸນານີ້ ຕະຫຼາດ ມຊ ດັ່ງກ່າວ ຈະໄດ້ເປີດໃຫ້ບໍລິການປົກກະຕິ.

    ແມ່ຄ້າຊາວຂາຍ ແລະ ລູກຄ້າທີ່ມາຊື້ອາຫານການກິນ ແລະ ເຄື່ອງໃຊ້ຕ່າງໆ ຕ້ອງປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ເຊັ່ນ: ກ່ອນຈະເຂົ້າຕະຫຼາດ ຕ້ອງໄດ້ຮັບການກວດຄັດກອງວັດແທກອຸນຫະພູມ ໃສ່ຜ້າອັດປາກ-ອັດດັງ ແລະ ໝັ່ນລ້າງມືດ້ວຍເຈວຂ້າເຊື້ອ ຖ້າບໍ່ດັ່ງນັ້ນ ຄະນະຈັດສັນຈະບໍ່ອະນຸຍາດໃຫ້ເຂົ້າຕະຫຼາດ ທັງນີ້ກໍເພື່ອເປັນການປະຕິບັດມະຕິຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ມະຕິຄໍາສັ່ງຂອງ ມຊ ແລະ ໜ່ວຍສະເພາະກິດຂັ້ນເມືອງວາງອອກຢ່າງເຂັ້ມງວດ. 

     ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງມາຍັງຊາວຄ້າຂາຍ ແລະ ຜູ້ມາໃຊ້ບໍລິການຕະຫຼາດ ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຕົນເອງ ເຊັ່ນ: ໝັ່ນລ້າງມືດ້ວຍສະບູ ຫຼື ເຈວລ້າງມື ໃສ່ຜ້າອັດປາກ-ດັງ ເວັ້ນໄລຍະຫ່າງ ຫຼີກລ່ຽງການຊຸມແຊວ ແລະ ອື່ນໆ. 

# ຂ່າວ & ພາບ: ສີພອນ ຈັນທະດາລາ

error: Content is protected !!