ນັກສຶກສາວິທະຍາໄລສີລະປະສຶກສາ ໄດ້ຮັບການຊ່ວຍເຫຼືອ

    ໃນວັນທີ 3 ມິຖຸນາ 2021 ໜ່ວຍງານອາສາພັດທະນາຊຸມຊົນ ຮ່ວມກັບສູນພາສາ ແລະ ວິຊາຊີບ DH ໄດ້ລົງມາມອບເຄື່ອງຊ່ວຍເຫຼືອໃຫ້ແກ່ພະນັກງານ ຄູ-ອາຈານ ແລະ ນັກສຶກສາໃນຫໍພັກຂອງວິທະຍາໄລສີລະປະສຶກສາ ທີ່ພົບຄວາມຫຍຸ້ງຍາກຂາດເຂີນໃນໄລຍະວິກິດການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ບໍ່ສາມາດເດີນທາງກັບບ້ານ ຕົກຄ້າງຢູ່ຫໍພັກຂອງວິທະຍາໄລ 120 ຄົນ ຍິງ 96 ຄົນ. 

    ເຄື່ອງທີ່ນໍາໄປຊ່ວຍເຫຼືອໃນຄັ້ງນີ້ ເປັນປະເພດສະບຽງອາຫານຈຳນວນ 100 ຊຸດ ເພື່ອເປັນການປະ ກອບສ່ວນຊ່ວຍເຫຼືອບັນເທົາທຸກໃຫ້ກັບນັກສຶກສາທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ ກ່າວຮັບໂດຍທ່ານ ສຸລິເດດ ຄອງທຳ ຮອງຜູ້ອຳນວຍການວິທະຍາໄລສີລະປະສຶກສາ ມີພະນັກງານຄູ-ອາຈານ ນັກສຶກສາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດນີ້ ທ່ານ ສຸລິເດດ ຄອງທໍາ ຄະນະພັກ ຕາງໜ້າໃຫ້ຄະນະນຳ ພະນັກງານຄູ-ອາຈານ ແລະນັກສຶກສາວິທະຍາໄລສີລະປະສຶກສາ ແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງໜ່ວຍງານອາສາພັດທະນາຊຸມຊົນ ຮ່ວມກັບສູນພາສາ ແລະ ວິຊາຊີບ DH ທີ່ໄດ້ລົງມາໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ອວຍພອນໃຫ້ບັນດາທ່ານ ພ້ອມດ້ວຍສະມາຊິກທຸກໆທ່ານຈົ່ງມີສຸຂະພາບແຂງແຮງ ຈະເລີນກ້າວໜ້າໃນໜ້າທີ່ການງານທຸກປະການ.

# ຂ່າວ-ພາບ : ບຸນມີ ສີວິໄລ

error: Content is protected !!