ສູນກາງສະຫະພັນແມ່ຍິງລາວ ໂດຍໄດ້ຮັບການສະໜັບສະໜູນຈາກອົງການຮ່ວມມືສາກົນ ສ ເກົາຫຼີ (KOICA) ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳລາວ ໄດ້ນຳເອົາອຸປະກອນການແພດລວມມູນຄ່າ 284 ລ້ານກວ່າກີບ ມາມອບໃຫ້ແກ່ໂຮງໝໍເສດຖາທິຣາດ ເພື່ອຕ້ານການລະບາດຂອງພະຍາດໂຄວິດ-19…
Author: VTm Indee
ການພັດທະນາໂທລະຄົມມະນາຄົມຂອງລາວ ແລະ ວິທີການໃນອະນາຄົດ
ການແຜ່ລະບາດຂອງພະຍາດໃນໄລຍະ 2-3 ປີຜ່ານມາ ໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ຊີວິດຂອງທຸກຄົນ ແຕ່ພວກເຮົາສາມາດເວົ້າໄດ້ວ່າ ຜົນກະທົບຈາກພະຍາດໂຄວິດ-19 ໄດ້ເລັ່ງການນໍາໃຊ້ເຕັກໂນໂລຊີດີຈີຕອນ ແລະ ການປ່ຽນແປງຫຼາຍຢ່າງທີ່ເກີດຂຶ້ນ ເຊິ່ງເປັນຜົນກະທົບທາງບວກ ແລະ ຈະຢູ່ກັບພວກເຮົາໄປດົນນານ ພ້ອມກັບການປິດປະເທດ ແລະ ມາດຕະການຮັກສາໄລຍະຫ່າງທາງສັງຄົມ…
ວັນນີ້ ກວດພົບຜູ້ຕິດເຊື້ອໂຄວິດ-19 ໃນ ສປປ ລາວ ເພີ່ມອີກ 166 ກໍລະນີ
ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 9 ກັນຍາ 2021 ຢູ່ກະຊວງສາທາລະນະສຸກວ່າ: ວັນຜ່ານມາ ໄດ້ກວດວິເຄາະຫາເຊື້ອທັງໝົດ 4.322 ຕົວຢ່າງ ຜົນການວິໄຈ…
ມ ຕົ້ນສົງ ເມືອງຫົງສາ ໄດ້ຮັບການຊຸກຍູ້ອຸປະກອນການຮຽນ
ວັນທີ 8 ກັນຍາ 2021 ພະອາຈານ ສຸນິກອນ ຈະເລີນສຸກ ເຈົ້າອາວາດວັດດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ນຳເອົາອຸປະກອນການຮຽນ ແລະ ເຄື່ອງໃຊ້ຫ້ອງການຈຳນວນໜຶ່ງ ໄປມອບໃຫ້ແກ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນສົງ…
ຜູ້ນຳ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 7
ອີງຕາມການເຊື້ອເຊີນຂອງສົມເດັດ ເຕໂຊ ຮຸນເຊັນ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກຳປູເຈຍ ໃນວັນທີ 9 ກັນຍາ 2021 ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ…
ສປປ ລາວ ຈະເລັ່ງໃສ່ຍົກລະດັບການສຶກສາໃຫ້ພົນລະເມືອງລາວຈົບການສຶກສາພາກບັງຄັບ 9 ປີ
ເນື່ອງໃນໂອກາດວັນສາກົນແຫ່ງການຮຽນຮູ້ໜັງສື ຄົບຮອບ 56 ປີ (08/09/1965 – 08/09/2021) ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ມີຄຳເຫັນຕໍ່ວັນດັ່ງກ່າວນີ້ວ່າ: ວັນທີ…
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ- ສ ເກົາຫຼີ ຄັ້ງທີ 11 ໃນຮູບແບບທາງໄກ
ວັນທີ 8 ກັນຍາ 2021 ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ສ ເກົາຫຼີ ຄັ້ງທີ 11 ໃນຮູບແບບກອງປະຊຸມທາງໄກ…
ມອບເຮືອລາດຕະເວນຊາຍແດນ ໃຫ້ 2 ກອງບັນຊາການ
ກະຊວງປ້ອງກັນປະເທດ ມອບເຮືອໃຫ້ກອງບັນຊາການທະຫານແຂວງວຽງຈັນ ແລະ ກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ວັນທີ 7 ກັນຍາ 2021 ເພື່ອນຳໃຊ້ໃນການຈັດຕັ້ງປະຕິບັດໜ້າທີ່ກວດກາລາດຕະເວນຕາມຊາຍແດນແມ່ນໍ້າຂອງ ເຊິ່ງມອບໂດຍທ່ານ ພັ.ອ ດວງ ມາລາ ຮອງຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ…
ອາຊຽນ ຫາລືຟື້ນຟູເສດຖະກິດຈາກຜົນກະທົບພະຍາດໂຄວິດ-19
ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມທາງໄກລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 53 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ຈັດຂຶ້ນວັນທີ 8-15 ກັນຍາ…