ໂຮງໝໍເສດຖາທິຣາດ ໄດ້ຮັບເຫຼືອຊ່ວຍເຫຼືອອຸປະກອນການແພດມູນຄ່າຫຼາຍກວ່າ 284 ລ້ານກີບ

    ສູນກາງສະຫະພັນແມ່ຍິງລາວ ໂດຍໄດ້ຮັບການສະໜັບສະໜູນຈາກອົງການຮ່ວມມືສາກົນ ສ ເກົາຫຼີ (KOICA) ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳລາວ ໄດ້ນຳເອົາອຸປະກອນການແພດລວມມູນຄ່າ 284 ລ້ານກວ່າກີບ ມາມອບໃຫ້ແກ່ໂຮງໝໍເສດຖາທິຣາດ ເພື່ອຕ້ານການລະບາດຂອງພະຍາດໂຄວິດ-19 ເຊິ່ງພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 9 ກັນຍາ 2021 ທີ່ໂຮງໝໍດັ່ງກ່າວ ຕາງໜ້າມອບໂດຍທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ຕາງໜ້າຮັບໂດຍທ່ານ ດຣ ຫວັງນະຄອນ ຈິດຕະພົງ ອຳນວຍການໂຮງໝໍເສດຖາທິຣາດ ມີທ່ານ ຊັງຈູນຄິມ ຮັກສາການຜູ້ຕາງໜ້າອົງການ KOICA ປະຈຳລາວ ທ່ານນາງ ລີຄາດາ ໂຣເຈີ ຜູ້ຕາງໜ້າ UNDP ປະຈຳລາວ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ສຳລັບອຸປະກອນການແພດທີ່ນຳມາມອບໃນຄັ້ງນີ້ ປະກອບມີ ເສື້ອປ້ອງກັນ ຫຼື ຊຸດ PPE ຈຳນວນ 1.000 ຊຸດ ເຄື່ອງວັດແທກຄວາມດັນລະບົບໂອໂຕມາຕິກ ຈຳນວນ 10 ໜ່ວຍ ເຄື່ອງວັດແທກອຸນຫະພູມລະດັບດິຈີຕອນ ຈຳນວນ 45 ອັນ ເຫຼັກຫ້ອຍນໍ້າທະເລ ຈຳນວນ 30 ອັນ ສະແລັງປໍ້າໂດຍໃຊ້ລະບົບໄຟຟ້າ ຈຳນວນ 5 ອັນ ລວມມູນຄ່າທັງໝົດ 284 ລ້ານກວ່າກີບ.

    ທ່ານ ນາງ ອິນລາວັນ ແກ້ວບຸນພັນ ໄດ້ກ່າວມອບວ່າ: ສູນກາງສະຫະພັນແມ່ຍິງລາວ ໄດ້ຮ່ວມມືກັບອົງການຈັດຕັ້ງສາກົນຕ່າງໆ ໂດຍສະເພາະອົງການ KOICA ແລະ ອົງການ UNDP ໄດ້ຮ່ວມມືກັນພາຍໃຕ້ໂຄງການຕ້ານພະຍາດໂຄວິດ-19 ໂດຍໄດ້ຊອກຫາອຸປະກອນການແພດ ແລະ ເຄື່ອງຊ່ວຍເຫຼືອຕ່າງໆມາມອບໃຫ້ບັນດາໂຮງໝໍ ແລະ ສູນກັກກັນຕ່າງໆເພື່ອປະກອບສ່ວນຊ່ວຍເຫຼືອທາງດ້ານອຸປະກອນການແພດເຂົ້າໃນການປິ່ນປົວຄົນເຈັບພະຍາດໂຄວິດ-19 ທີ່ມີການລະບາດໃນປັດຈຸບັນ ເພື່ອແນໃສ່ຕ້ານ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທັງເປັນການສະແດງຄວາມຫ່ວງໄຍຕໍ່ພະນັກງານແພດໝໍທີ່ເຂົ້າປິ່ວປົວຄົນເຈັບໃຫ້ມີຄວາມປອດໄພຈາກພະຍາດໂຄວິດ-19.

    ທ່ານ ດຣ ຫວັງນະຄອນ ຈິດຕະພົງ ໄດ້ກ່າວວ່າ: ໂຮງໝໍເສດຖາທິຣາດຂອງພວກເຮົາ ແມ່ນໂຮງໝໍໜຶ່ງທີ່ໄດ້ຮັບປິ່ນປົວຄົນເຈັບພະຍາດໂຄວິດ-19 ເຊິ່ງປັດຈຸບັນມີຄົນເຈັບໂຄວິດ-19 ເຂົ້າມາປິ່ນປົວ ຈຳນວນ 30 ກວ່າຄົນ ສຳລັບເຄື່ອງທີ່ນຳມາຊ່ວຍເຫຼືອໃນຄັ້ງນີ້ລ້ວນແລ້ວແຕ່ເປັນເຄື່ອງທີ່ມີຄວາມສຳຄັນ ແລະ ຈຳເປັນຕ້ອງໄດ້ນຳໃຊ້ເຂົ້າໃນການປິ່ນປົວພະຍາດດັ່ງກ່າວ ເຊິ່ງທາງໂຮງໝໍຂອງພວກເຮົາຈະຮັກສາ ແລະ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.

# ຂ່າວ & ຮູບ :  ເພັດສະໝອນ

error: Content is protected !!