ມອບເຮືອລາດຕະເວນຊາຍແດນ ໃຫ້ 2 ກອງບັນຊາການ

    ກະຊວງປ້ອງກັນປະເທດ ມອບເຮືອໃຫ້ກອງບັນຊາການທະຫານແຂວງວຽງຈັນ ແລະ ກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ວັນທີ 7 ກັນຍາ 2021 ເພື່ອນຳໃຊ້ໃນການຈັດຕັ້ງປະຕິບັດໜ້າທີ່ກວດກາລາດຕະເວນຕາມຊາຍແດນແມ່ນໍ້າຂອງ ເຊິ່ງມອບໂດຍທ່ານ ພັ.ອ ດວງ ມາລາ ຮອງຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ ແລະ ຮັບຜູ້ຕາງໜ້າ 2 ກອງບັນຊາການດັ່ງກ່າວ ມີທ່ານ ພັ.ອ ບຸນວານ ພົມມະວົງ ຫົວໜ້າການທະຫານກອງບັນຊາການທະຫານນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ສໍາລັບເຮືອທີ່ມອບໃຫ້ກອງບັນຊາການທະຫານແຂວງວຽງຈັນ ປະກອບມີ 5 ລຳ ໃນນີ້ ມີເຮືອລາດຕະ ເວນໃຫຍ່ 3 ລໍາ ທີ່ໄດ້ຮັບຈາກການຊ່ວຍເຫຼືອຈາກກະຊວງປ້ອງກັນປະເທດ ສປ ຈີນ ແລະ ເຮືອລາດ ຕະເວນນ້ອຍ 2 ລໍາ ທີ່ໄດ້ຮັບການຊ່ວຍເຫຼືອຈາກສູນຮ່ວມມືປະຕິບັດກົດໝາຍ ແລະ ຮັກສາຄວາມສະ ຫງົບຕາມລຳແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສ່ວນເຮືອທີ່ມອບໃຫ້ກອງບັນຊາການທະຫານ ນວ ປະກອບມີ 3 ລໍາ ເຊິ່ງເປັນເຮືອລາດຕະເວນນ້ອຍ ທີ່ໄດ້ຮັບການຊ່ວຍເຫຼືອຈາກສູນຮ່ວມມືປະຕິບັດກົດໝາຍ ແລະ ຮັກສາຄວາມສະຫງົບຕາມລຳແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

    ໂອກາດນີ້ ທ່ານ ພັ.ອ ດວງ ມາລາ ກໍໄດ້ກ່າວເຖິງແນວທາງນະໂຍບາຍຂອງຂັ້ນເທິງ ທີ່ຍາມໃດກໍມີຄວາມເປັນຫວ່ງເປັນໄຍຕໍ່ໜ້າທີ່ຂອງກອງທັບ ເວົ້າສະເພາະກອງບັນຊາການທະຫານແຂວງວຽງຈັນ ແລະ ກອງບັນຊາການທະຫານ ນວ ພ້ອມທັງໄດ້ເນັ້ນໃຫ້ 2 ກອງບັນຊາການດັ່ງກ່າວ ນຳໃຊ້ເຮືອລາດຕະເວນຈຳນວນນີ້ໃຫ້ຖືກຕ້ອງເໝາະສົມກັບໜ້າທີ່ຕົວຈິງ ແລະ ບໍາລຸງຮັກສານຳໃຊ້ໃຫ້ຍາວນານ ຮັບປະກັນໃຫ້ວຽກງານກວດກາຊາຍແດນໃຫ້ໄດ້ຮັບຜົນສູງ.

    ທ່ານ ພັ.ອ ບຸນວານ ພົມມະວົງ ໄດ້ຕາງໜ້າໃຫ້ 2 ກອງບັນຊາການດັ່ງກ່າວ ສະແດງຄວາມຂອບໃຈ ຂັ້ນເທິງທີ່ເຫັນໄດ້ຄວາມໝາຍຄວາມສຳຄັນໃນການປະຕິບັດໜ້າທີ່ວຽກງານການເມືອງຂອງກົມກອງ ແລະ ໄດ້ໃຫ້ຄຳໝັ້ນວ່າຈະນຳເອົາເຮືອຈຳນວນດັ່ງກ່າວໄປມອບຕໍ່ໃຫ້ກອງຮ້ອຍທະຫານຊາຍແດນ ເພື່ອນຳໃຊ້ໃນໜ້າທີ່ວຽກງານໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະການກວດກາລາດຕະເວນເພື່ອສະກັດກັ້ນບໍ່ໃຫ້ກຸ່ມຄົນບໍ່ຫວັງດີ ສວຍໂອກາດລັກລອບເຂົ້າ-ອອກເມືອງຢູ່ຕາມຂອບເຂດບໍລິເວນຊາຍແດນແບບບໍ່ຖືກຕ້ອງຢ່າງເດັດຂາດ ເພື່ອເຮັດໃຫ້ ນວ ມີຄວາມສະຫງົບ ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ເຮັດໜ້າທີ່ປ້ອງກັນຄວບຄຸມ ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ມີຄວາມເຂັ້ມງວດ.

# ຮູບ & ຂ່າວ: ສະບາໄພ

error: Content is protected !!