ການພັດທະນາໂທລະຄົມມະນາຄົມຂອງລາວ ແລະ ວິທີການໃນອະນາຄົດ

    ການແຜ່ລະບາດຂອງພະຍາດໃນໄລຍະ 2-3 ປີຜ່ານມາ ໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ຊີວິດຂອງທຸກຄົນ ແຕ່ພວກເຮົາສາມາດເວົ້າໄດ້ວ່າ ຜົນກະທົບຈາກພະຍາດໂຄວິດ-19 ໄດ້ເລັ່ງການນໍາໃຊ້ເຕັກໂນໂລຊີດີຈີຕອນ ແລະ ການປ່ຽນແປງຫຼາຍຢ່າງທີ່ເກີດຂຶ້ນ ເຊິ່ງເປັນຜົນກະທົບທາງບວກ ແລະ ຈະຢູ່ກັບພວກເຮົາໄປດົນນານ ພ້ອມກັບການປິດປະເທດ ແລະ ມາດຕະການຮັກສາໄລຍະຫ່າງທາງສັງຄົມ ເຮັດໃຫ້ລັດຖະບານ ທຸລະກິດ ແລະ ໂຮງຮຽນຫຼາຍແຫ່ງ ຫັນໄປປະຕິບັດໃນຮູບແບບອອນລາຍ ວິກິດໂຄວິດ-19 ໄດ້ຕອກຢ້ຳຄວາມສໍາຄັນຂອງພື້ນຖານໂຄງລ່າງ ແລະ ການບໍລິການດ້ານການສື່ສານ ລວມເຖິງການຄຸ້ມຄອງ ແລະ ການເຂົ້າເຖິງຂໍ້ມູນ.

    ທ່ານ ປອ ປະດັບໄຊ ໄຊຍະໂຄດ ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກ່າວວ່າ: ການແກ້ໄຂບັນຫາດີຈີຕອນໃນຕົວເມືອງ ແລະ ຊົນນະບົດ ລວມເຖິງກຸ່ມສັງຄົມເສດຖະກິດທີ່ດ້ອຍໂອກາດໃນການເຂົ້າເຖິງບຣອດແບນ (ສັນຍານອິນເຕີເນັດ) ການຍົກລະດັບເຄືອຂ່າຍໄປສູ່ວິວັດທະນາການຕໍ່ໄປຂອງບຣອດແບນຄົງທີ່ ແລະ ໄຮ້ສາຍ ແລະ ປັບປຸງການເຂົ້າເຖິງ ແລະ ການແລກປ່ຽນຂໍ້ມູນ ຈະຊ່ວຍຊຸກຍູ້ຜົນປະໂຫຍດດ້ານເສດຖະກິດ ແລະ ສັງຄົມ ວິກິດການ ແລະ ຜົນສະທ້ອນທີ່ຕາມມາ ເຕັກໂນໂລຊີດີຈີຕອນຈະສາມາດປ່ຽນແປງວິທີການດໍາລົງຊີວິດ ແລະ ການເຮັດວຽກຂອງພວກເຮົາໄດ້ ການປະກົດຕົວຂອງ 5G ແລະ IoT ຈະເປັນການຊຸກຍູ້ການຜະລິດຂໍ້ມູນຂະໜາດໃຫຍ່.

    ສປປ ລາວ ມີການປ່ຽນແປງໂຄງສ້າງພາກໂທລະຄົມມະນາຄົມຫຼາຍຄັ້ງໃນທົດສະວັດຜ່ານມາ ລວມເຖິງການແນະນຳການລົງທຶນພາກເອກະຊົນໂດຍຜ່ານການຮ່ວມທຶນ ເຊິ່ງມີສ່ວນເຮັດໃຫ້ພື້ນຖານໂຄງລ່າງໂທລະຄົມນາຄົມມີຄວາມທັນສະໄໝ ແລະ ມີການພັດທະນາເຕັກໂນໂລຊີຂັ້ນສູງ ເຮັດໃຫ້ມີຜູ້ຈຳໜ່າຍ ແລະ ຜູ້ສະໜອງອຸປະກອນຊັ້ນແນວໜ້າແກ່ຜູ້ປະກອບການຢູ່ລາວຈຳນວນໜຶ່ງ ລວມທັງຜູ້ໃຫ້ບໍລິການດ້ານການແກ້ໄຂຫຼັກ (solution) ເຊັ່ນ: ບໍລິສັດ ຫົວເຫວີຍ ທີ່ຮອງຮັບເຄືອຂ່າຍການສື່ສານໂທລະຄົມມະນາຄົມຂອງຜູ້ໃຫ້ບໍລິການ Telco ເຊັ່ນ: ເຄືອຂ່າຍ 3G ທໍາອິດ ປີ 2008 ແລະ 4G ປີ 2012 ເພື່ອຮັບໃຊ້ປະຊາຊົນ ສປປ ລາວ ໄດ້ສ້າງຄວາມກ້າວໜ້າທີ່ໜ້າປະທັບໃຈໃນຊຸມປີ 1990 ໃນການສົ່ງເສີມເຄືອຂ່າຍໂທລະສັບພື້ນຖານ ລະບົບເຄືອຂ່າຍໂທລະສັບມືຖືແບບອະນາລັອກຂັ້ນສູງ (AMPS) ໄດ້ຖືກນໍາສະເໜີປີ 1993 ໃຫ້ບໍລິການຢູ່ນະຄອນຫຼວງວຽງຈັນ ແລະ 1 ປີຕໍ່ມາລະບົບເຄືອຂ່າຍການສື່ສານມືຖືທົ່ວໂລກ (GSM) 900 ໄດ້ຖືກນໍາເຂົ້າໃຊ້ປີ 1994 ມາດຕະຖານໄຮ້ສາຍທີ່ຮຸ່ນຕໍ່ໆມາ ເຊິ່ງຫຍໍ້ມາເປັນ “G” ໄດ້ນຳສະເໜີຄວາມກ້າວໜ້າຂອງຄວາມສາມາດໃນການຮັບ-ສົ່ງຂໍ້ມູນ ແລະ ການຕອບສະໜອງ ຫຼຸດລົງ.

    ການເກີດຂຶ້ນຂອງ 5G Cloud AI big data ແລະ IoT ຈະສົ່ງເສີມການຜະລິດຂໍ້ມູນ ເພີ່ມຄວາມຮີບດ່ວນໃຫ້ການສົນທະນານະໂຍບາຍຢ່າງຕໍ່ເນື່ອງກ່ຽວກັບການຄຸ້ມຄອງຂໍ້ມູນ ຄວາມເປັນສ່ວນຕົວ ແລະ ຄວາມປອດໄພທາງໄຊເບີ ໃນຖານະເປັນຜູ້ສ້າງນະໂຍບາຍເພື່ອປະເມີນຜົນນະໂຍບາຍດີຈີຕອນທີ່ມີຢູ່ແລ້ວ ໃນສະພາບວິກິດໂຄວິດ-19 ພວກເຮົາຈະປະເຊີນບັນຫາທີ່ສັບຊ້ອນ ແລະ ກ່ຽວຂ້ອງກັນ ເຊິ່ງຮຽກຮ້ອງໃຫ້ມີການປະສານງານລະຫວ່າງປະເທດຮ່ວມກັນ ການຮ່ວມມືສອງຝ່າຍ ການຮ່ວມມືລະດັບພາກພື້ນ ເຊັ່ນ: ອາຊີ APT ລວມເຖິງເວທີລະຫວ່າງປະເທດ ຄື: ສະຫະພັນໂທລະຄົມມະນາຄົມສາກົນ (ITU).

    ຄື້ນຄວາມຖີ່ ແມ່ນຊັບພະຍາກອນທີ່ຫາຍາກ  ພວກເຮົາຕ້ອງວາງແຜນຢ່າງລະມັດລະວັງ ເພື່ອປະສິດທິຜົນ  ແລະ  ການນໍາໃຊ້ທີ່ເໝາະສົມ ໃນລະດັບນະໂຍບາຍພວກເຮົາ ມີຄະນະກໍາມະການປະສານງານຮ່ວມກັນ ສໍາລັບການຄຸ້ມຄອງຄື້ນຄວາມຖີ່ທີ່ປະຊຸມປະຈໍາປີ ເພື່ອເຮັດວຽກຮ່ວມກັນ ແນໃສ່ຮັບປະກັນຄວາມກົມກຽວກັນລະຫວ່າງຄວາມຖີ່ ແລະ ຫຼຸດຜ່ອນການແຊກແຊງຄວາມຖີ່ຢູ່ຕາມຊາຍແດນ ຂະນະທີ່ລະດັບພາກພື້ນ ພວກເຮົາມີກຸ່ມຍ່ອຍຂອງອາຊຽນ ແລະ ກຸ່ມບໍລິສັດໂທລະຄົມອາຊີ-ປາຊີຟິກ ກຸ່ມເຮັດວຽກຄື້ນຄວາມຖີ່ເພື່ອປະສານງານການຄຸ້ມຄອງຄວາມຖີ່ ພ້ອມທັງເຮັດວຽກຢ່າງໃກ້ຊິດກັບITU ເພື່ອຄວາມກົມກຽວກັນ ແລະ ມາດຕະຖານຂອງຄື້ນຄວາມຖີ່ຈະຕ້ອງປະຕິບັດຕາມມາດຕະຖານສາກົນ ໂດຍສະເພາະການມອບຄວາມຖີ່ ແລະ ການຮັບຮອງເອົາຄວາມຖີ່ ສິ່ງສຳຄັນແມ່ນຄວາມປອດໄພທາງໄຊເບີ ຂໍ້ມູນແຫ່ງຊາດມີຄວາມສຳຄັນຫຼາຍ ແລະ ເປັນໄປບໍ່ໄດ້ທີ່ຈະຕໍ່ສູ້ກັບອາຊະຍາກຳທາງອິນເຕີເນັດ/ການໂຈມຕີພຽງຢ່າງດຽວ ພວກເຮົາໄດ້ເຮັດວຽກຢ່າງໃກ້ຊິດກັບປະເທດໃກ້ຄຽງ ແລະ ໃນພາກພື້ນ ໂດຍມີກຸ່ມເຮັດວຽກດ້ານຄວາມປອດໄພເຄືອຂ່າຍອາຊຽນ ເພື່ອປະສານງານ ແລະ ເຮັດວຽກຮ່ວມກັນກ່ຽວກັບການພັດທະນານະໂຍບາຍທາງໄຊເບີ ແບ່ງປັນຂໍ້ປະຕິບັດທີ່ດີທີ່ສຸດ ແລກປ່ຽນຂໍ້ມູນທີ່ກ່ຽວຂ້ອງກັບຄວາມປອດໄພຂອງເຄືອຂ່າຍ ແລະ ເລື່ອງຄວາມປອດໄພທາງໄຊເບີ.

    ສິ່ງທີ່ຈະເປັນບັນຫາໃຫຍ່ຕໍ່ໄປ ແມ່ນອິນເຕີເນັດຂອງສິ່ງຕ່າງ (internet of things) ເຊິ່ງກ່ຽວຂ້ອງກັບການກຳເນີດຂອງ 5G ດ້ວຍການສັນຍາວ່າ 5G ຈະມີຄວາມສາມາດ ຈະເຊື່ອມຕໍ່ອຸປະກອນຄວາມໄວສູງ ແລະ ອຸປະກອນອັດສະລິຍະຫຼາຍຂຶ້ນ ເຊິ່ງບໍ່ພຽງແຕ່ການປະມວນຜົນຂໍ້ມູນເພີ່ມເຕີມ ແຕ່ອະນຸຍາດໃຫ້ມີການດໍາເນີນທຸລະກໍາໄດ້ຢ່າງຄ່ອງຕົວ ສິ່ງທີ່ໂດດເດັ່ນກ່ຽວກັບ 5G ແມ່ນຄວາມສາມາດໃນການປັບປຸງຄວາມໄວສູງຂອງໂທລະສັບມືຖື ການສື່ສານປະເພດເຄື່ອງຈັກຂະໜາດໃຫຍ່ ແລະ ການສື່ສານທີ່ໄວຂຶ້ນ ແລະ ເຊື່ອຖືໄດ້ ປັດຈຸບັນຢູ່ອາຊຽນ 5 ໃນ 10 ປະເທດສະມາຊິກ ໄດ້ເປີດໃຊ້ເຄືອຂ່າຍການຄ້າ 5G ໃນຮູບແບບການຄ້າ ຫຼື ວາງແຜນຈະເປີດໃຊ້ໃນປີນີ້ ສປປ ລາວ ເລີ່ມທົດລອງນຳໃຊ້ 5G (ກ່ອນການນໍາໃຊ້ໃນຮູບແບບການຄ້າ) ໂດຍການຮ່ວມມືກັບຫົວເຫວີຍ ປີ 2019 ຫຼັງຈາກຄົ້ນຄວ້າເກືອບ 2 ປີ ແລະ ການພັດທະນາລະບົບນິເວດອຸປະກອນ 5G (ສະມາດໂຟນທີ່ມີລາຄາຖືກຮຸ່ນຫຼ້າສຸດ ທີ່ຮອງຮັບຟັງຊັນ 5G) ພວກເຮົາເຊື່ອວ່າໃນປີໜ້າ 5G ຮູບແບບການຄ້າ ເຄືອຂ່າຍຈະເປີດໃຫ້ບໍລິການໃນລາວ (ໃນເບື້ອງຕົ້ນຢູ່ນະຄອນຫຼວງ ແລະ ບາງຕົວເມືອງໃຫຍ່).

    ເຕັກໂນໂລຊີການສື່ສານ 5G ທີ່ປອດໄພ ຍັງເປັນສິ່ງຈໍາເປັນເພື່ອໃຫ້ມີວິທີການເປັນເອກະພາບກັນໃນການຮັກສາຄວາມປອດໄພທາງໄຊເບີ ໃນອຸດສາຫະກໍາໂທລະຄົມ ອົງການ GS ເຊັ່ນ: GSMA ແລະ 3GPP ຍັງໄດ້ເຮັດວຽກຮ່ວມກັບພາກສ່ວນກ່ຽວຂ້ອງຂອງອຸດສາຫະກໍາ ເພື່ອຈັດຕັ້ງປະຕິບັດມາດຕະຖານຄວາມປອດໄພທາງໄຊເບີເປັນທາງການ ເຊັ່ນ: ຂໍ້ກໍານົດການຮັບປະກັນຄວາມປອດໄພຂອງ NESAS ແລະ ການຢັ້ງຢືນອິດສະຫຼະ ພື້ນຖານເຫຼົ່ານີ້ຊີ້ໃຫ້ເຫັນວ່າອຸດສາຫະກໍາໄດ້ມີການຮັບຮູ້ຢ່າງກວ້າງຂວາງ ແລະ ຈະມີບົດບາດສໍາຄັນໃນການພັດທະນາ ແລະ ກວດສອບເຄືອຂ່າຍທີ່ປອດໄພ ເດືອນມີນາ 2020  5G RAN ຂອງຫົວເຫວີຍ ເປັນຜູ້ທໍາອິດທີ່ຜ່ານການກວດສອບ GSMA NESAS ເດືອນພຶດສະພາ 2020 ເຄືອຂ່າຍຫຼັກ 5G ຂອງຫົວເຫວີຍ ເປັນຜູ້ທໍາອິດທີ່ຜ່ານການກວດສອບ GSMA NESAS ເພື່ອພິຈາລະນາປະສົບການຜູ້ໃຊ້ 5G ທີ່ດີທີ່ສຸດ ພວກເຮົາຕ້ອງພິຈາລະນາມາດຕະຖານ ແລະ ລະບົບນິເວດຂອງໂລກທີ່ມີຢູ່ ສະເປັກທີ່ສໍາຄັນທີ່ຈະພິຈາລະນາແມ່ນຄື້ນຄວາມຖີ່ C-Band (3.5GHz) ສໍາລັບຄວາມສາມາດພື້ນຖານ ແລະ ຄື້ນຄວາມຖີ່ 700MHz ສໍາລັບການຄອບຄຸມດ້ວຍການປະສົມປະສານຂອງທັງສອງຜູ້ປະກອບການສາມາດຮັບປະກັນປະສົບການ 5G ທີ່ດີເລີດ ດ້ວຍຄວາມໄວຂໍ້ມູນ 10 ເທົ່າ ແລະ ຄ່າໃຊ້ຈ່າຍ 1/10 ຕໍ່ GB ທຽບກັບເຕັກໂນໂລຍີ 4G.

# ຂ່າວ & ຮູບ :  ສະບາໄພ

error: Content is protected !!