ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ- ສ ເກົາຫຼີ ຄັ້ງທີ 11 ໃນຮູບແບບທາງໄກ

    ວັນທີ 8 ກັນຍາ 2021 ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ສ ເກົາຫຼີ ຄັ້ງທີ 11 ໃນຮູບແບບກອງປະຊຸມທາງໄກ ເປັນປະທານຮ່ວມຂອງທ່ານ ປຣາກ ໂຊຄົນ (Prak SOKHONN) ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນແຫ່ງ]າຊະອານາຈັກກໍາປູເຈຍ ແລະ ທ່ານ ຈອງ ອຸຍຢອງ (Chung Eui-yong) ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສ ເກົາຫຼີ ມີບັນດາລັດຖະມົນຕີຕ່າງປະເທດຈາກປະເທດສະມາຊິກແມ່ນໍ້າຂອງຄື: ມຽນມາ ໄທ ແລະ ຫວຽດນາມເຂົ້າຮ່ວມຢ່າງພ້ອມພຽງ. 

    ກອງປະຊຸມ ໄດ້ທົບທວນຄືນຄວາມຄືບໜ້າໃນການຮ່ວມມືພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ສ ເກົາຫຼີ ໃນໄລຍະ 10 ປີ ຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນງານພາຍໃຕ້ 3 ເສົາຄໍ້າຂອງການຮ່ວມມື (ປະຊາຊົນ ຄວາມຈະເລີນຮຸ່ງເຮືອງ ແລະ ສັນຕິພາບ) ແລະ 7 ຂົງເຂດບູລິມະສິດ (ຂົງເຂດວັດທະນະທໍາ ແລະ ການທ່ອງທ່ຽວ ການພັດທະນາຊັບພະຍາກອນມະນຸດ ກະສິກໍາ ແລະ ພັດທະນາຊົນນະບົດ ພັດທະນາພື້ນຖານໂຄງລ່າງ ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ ສິ່ງແວດລ້ອມ ແລະ ສິ່ງທ້າທາຍແບບໃໝ່) ພ້ອມນັ້ນ ກອງປະຊຸມຍັງໄດ້ທົບທວນຄືນໝາກຜົນຂອງການຈັດຕັ້ງປະຕິບັດບັນດາເນື້ອໃນທີ່ໄດ້ຕົກລົງກັນໃນກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ສ ເກົາຫຼີ ຄັ້ງທີ 10 ແລະ ກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ສ ເກົາຫຼີ ຄັ້ງທີ 2 ໃນປີ 2020 ຜ່ານມາ ນອກນີ້ ກອງປະຊຸມຍັງໄດ້ຮ່ວມກັນປຶກສາຫາລື ແລະ ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ເຊິ່ງບັນດາລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ ແລະ ສ ເກົາຫຼີ ໄດ້ໃຫ້ຄວາມສໍາຄັນໃນການຟື້ນຟູສະພາບເສດຖະກິດ-ສັງຄົມ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍການສືບຕໍ່ຜັນຂະຫຍາຍແຜນປະຕິບັດງານໄລຍະ 5 ປີ ເພື່ອຈັດຕັ້ງປະຕິບັດຖະແຫຼງການແມ່ນໍ້າຂອງ-ແມ່ນໍ້າຮານ (2021-2025) ນອກນີ້ ກອງປະຊຸມ ຍັງໄດ້ປຶກສາຫາລື ເພື່ອກຽມຄວາມພ້ອມໃຫ້ແກ່ການຈັດກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ສ ເກົາຫຼີ ຄັ້ງທີ 3 ໃນທ້າຍເດືອນຕຸລາທີ່ຈະມາເຖິງນີ້ ແລະ ບັນດາລັດຖະມົນຕີຍັງໄດ້ຮ່ວມກັນສະແດງຄວາມຊົມເຊີຍ ເນື່ອງໃນໂອກາດຄົບຮອບ 10 ປີ ແຫ່ງການຮ່ວມມືແມ່ນໍ້າຂອງ – ສ ເກົາຫຼີ ແລະ ປີແລກປ່ຽນແມ່ນໍ້າຂອງ-ສ ເກົາຫຼີ ໃນປີ 2021 ນີ້ (Mekong-ROK Exchange Year).

# ຂ່າວ & ຮູບ : ຂັນທະວີ

error: Content is protected !!