ອາຊຽນ ຫາລືຟື້ນຟູເສດຖະກິດຈາກຜົນກະທົບພະຍາດໂຄວິດ-19

      ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມທາງໄກລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 53 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ຈັດຂຶ້ນວັນທີ 8-15 ກັນຍາ 2021 ພາຍໃຕ້ການເປັນປະທານຂອງທ່ານ Dato Dr.Amin Liew Abdullah ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການເງິນ ແລະ ເສດຖະກິດປະເທດບຣູໄນ ດາຣູຊາລາມ ໃນຖານະປະທານໝູນວຽນອາຊຽນໃນປີ 2021.     

    ກອງປະຊຸມຄັ້ງນີ້ ໄດ້ມີກອງປະຊຸມປິ່ນອ້ອມທັງໝົດ 19 ກອງປະຊຸມ ເຊິ່ງປະກອບດ້ວຍກອງປະຊຸມສະພາເຂດການຄ້າເສລີອາຊຽນ ຄັ້ງທີ 35 ກອງປະຊຸມສະພາເຂດການລົງທຶນອາຊຽນຄັ້ງທີ 24 ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 53 ກອງປະຊຸມປຶກສາຫາລືລະຫວ່າງລັດຖະມົນຕີເສດຖະກິດອາຊຽນ ແລະ ຄູ່ຮ່ວມເຈລະຈາ ເຊັ່ນ ສປ ຈີນ ສ ເກົາຫຼີ ຍີ່ປຸ່ນ ອາຊຽນ+3 ຮົງກົງ ອິນເດຍ ອົດສະຕຣາລີ-ນູແວນເຊລັງ ອີຢູ ຣັດເຊຍ ອາເມຣິກາ ອັງກິດ ສະວິດ ກອງປະຊຸມລັດຖະມົນຕີເສດຖະກິດອາຊີຕາເວັນອອກ ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນກັບສະພາທີ່ປຶກສາທຸລະກິດອາຊຽນ ກອງປະຊຸມລັດຖະມົນຕີເສດຖະກິດກຳປູເຈຍ-ລາວ-ມຽນມາ-ຫວຽດນາມ ແລະ ລັດຖະມົນຕີເສດຖະກິດແມ່ນ້ຳຂອງ-ຍີ່ປຸ່ນ ນອກນັ້ນຍັງມີກອງປະຊຸມພົບປະສອງຝ່າຍລະຫວ່າງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກໍາ ສິງກະໂປ. 

     ກອງປະຊຸມໄດ້ມີການແລກປ່ຽນທັດສະນະກ່ຽວກັບສະພາບເສດຖະກິດອາຊຽນ ແລະ ການຟື້ນຟູເສດຖະກິດພາຍຫຼັງທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 ແຜນວຽກບູລິມະສິດພາຍໃຕ້ເສົາຄໍ້າເສດຖະກິດທີ່ສະເໜີໂດຍບຣູໄນ ໃນນາມເປັນປະທານອາຊຽນປີ 2021 ການສົ່ງເສີມການພົວພັນເສດຖະກິດລະຫວ່າງອາຊຽນກັບພາຍນອກ ການຫັນເປັນດີຈິຕອນເພື່ອສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ລະບຽບການ ແລະ ຂັ້ນຕອນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າໃນອາຊຽນ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ ພ້ອມນັ້ນ ກອງປະຊຸມຍັງໄດ້ເນັ້ນໃສ່ການປຶກສາຫາລືກ່ຽວກັບການສືບຕໍ່ຮັກສາການເປີດຕະຫຼາດການຄ້າ ການບໍລິການ ແລະການລົງທຶນໃນພາກພື້ນ ເພື່ອຮັບປະກັນຄວາມຕໍ່ເນື່ອງຂອງຕ່ອງໂສ້ການສະໜອງ ໂດຍສະເພາະ ການຂະຫຍາຍລາຍການສິນຄ້າທີ່ຈຳເປັນໃຫ້ກວມເອົາສິນຄ້າປະເພດກະສິກຳ ແລະ ສະບຽງອາຫານ ນອກຈາກສິນຄ້າປະເພດຢາປົວພະຍາດ ແລະ ອຸປະກອນການແພດ ພ້ອມທັງບໍ່ສ້າງບັນຫາໃຫ້ບັນດາມາດຕະການທີ່ເປັນອຸປະສັກຕໍ່ການຄ້າ-ການລົງທຶນ ແນໃສ່ເພື່ອສ້າງຄວາມເຂັ້ມແຂງດ້ານເສດຖະກິດ ແລະ ການເຊື່ອມຈອດຕ່ອງໂສ້ການສະໜອງອາຊຽນໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19.

    ກອງປະຊຸມຍັງໄດ້ຮັບຮອງເອົາຫຼາຍເອກະສານສຳຄັນ ເປັນຕົ້ນ ການປະເມີນແບບຮອບດ້ານ ເພື່ອປັບປຸງບັນດາມາດຕະການທີ່ບໍ່ແມ່ນອັດຕາພາສີ ບົດລາຍງານທົບທວນການລົງທຶນອາຊຽນປີ 2021 ຂອບວຽກການອຳນວຍຄວາມສະດວກການລົງທຶນອາຊຽນ ແລະ ບັນຊີລາຍການສິນຄ້າຈໍາເປັນເພີ່ມເຕີມຂອງອາຊຽນ.

     ພິເສດ ໃນກອງປະຊຸມລັດຖະມົນຕີເສດຖະກິດແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 13 ປີ 2021 ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປັນປະທານຮ່ວມກັບທ່ານ Kajiyarna Hiroshi ລັດຖະມົນຕີກະຊວງເສດຖະກິດການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ໃນກອງປະຊຸມລັດຖະມົນຕີເສດຖະກິດແມ່ນ້ຳຂອງ-ຍີ່ປຸ່ນຄັ້ງທີ 13  ໄດ້ປືກສາຫາລືກັນໃນຫຼາຍວາລະເປັນຕົ້ນ ທົບທວນຄືນການຈັດຕັ້ງປະຕິບັດແຜນການຮ່ວມມືດ້ານຂະແໜງອຸດສາຫະກຳ ການຄ້າທາງເອເລັກໂຕຣນິກ ແລະ ການສົ່ງເສີມການອຳນວຍຄວາມສະດວກທາງດ້ານການຄ້າ ລະຫວ່າງປະເທດພາກພື້ນແມ່ນ້ຳຂອງ ແລະ ຍີ່ປຸ່ນ ພາຍໃຕ້ຂອບການຮ່ວມມືດັ່ງກ່າວໃຫ້ມີຜົນສຳເລັດເທື່ອລະກ້າວ.

.# ຮູບ & ຂ່າວ: ລັດເວລາ

error: Content is protected !!