ສປປ ລາວ ຈະເລັ່ງໃສ່ຍົກລະດັບການສຶກສາໃຫ້ພົນລະເມືອງລາວຈົບການສຶກສາພາກບັງຄັບ 9 ປີ

    ເນື່ອງໃນໂອກາດວັນສາກົນແຫ່ງການຮຽນຮູ້ໜັງສື ຄົບຮອບ 56 ປີ (08/09/1965 – 08/09/2021) ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ມີຄຳເຫັນຕໍ່ວັນດັ່ງກ່າວນີ້ວ່າ:  ວັນທີ 8 ກັນຍາ  ແມ່ນວັນສາກົນແຫ່ງການຮຽນຮູ້ໜັງສື ເຊິ່ງປີນີ້ ໝູນວຽນມາຄົບຮອບ 56 ປີ ວັນດັ່ງກ່າວແມ່ນວັນທີ່ມີຄວາມໝາຍສຳຄັນຢ່າງຍິ່ງ ຕໍ່ກັບປະຊາຊາດໃນທົ່ວໂລກ ໂດຍສະເພາະແມ່ນຜູ້ດ້ອຍໂອກາດ ພາດໂອກາດທາງການສຶກສາ ເຊິ່ງຕົ້ນຕໍແມ່ນຄວາມບໍ່ຮູ້ໜັງສື ແລະ ການຮຽນບໍ່ຈົບການສຶກສາຂັ້ນພື້ນຖານ ມັນໄດ້ກາຍເປັນອຸປະສັກຢ່າງໃຫຍ່ຫຼວງຕໍ່ກັບການພັດທະນາຄົນ ກໍຄືການພັດທະນາຊັບພະຍາກອນມະນຸດ ພັດທະນາເສດຖະກິດ-ສັງຄົມຂອງຊາດ ຂອງສັງຄົມ ຄອບຄົວ ແລະ ຂອງຕົນເອງ ດ້ວຍເຫດຜົນດັ່ງກ່າວ ປະຊາຊົນຜູ້ຮັກຫອມສັນຕິພາບ ປະຊາທິປະໄຕ ແລະ ຮັກຄວາມເປັນທຳຢູ່ໃນທົ່ວໂລກ ຈຶ່ງໄດ້ພ້ອມກັນສະເໜີເພື່ອທວງເອົາສິດໃນການສຶກສາຮ່ຳຮຽນ ແນ່ໃສ່ເຮັດໃຫ້ປະຊາຊົນເຫຼົ່ານັ້ນຫຼຸດພົ້ນອອກຈາກຄວາມບໍ່ຮູ້ໜັງສື ແລະ ຮຽນຈົບຊັ້ນປະຖົມ ຫຼື ຮຽນສູງກວ່ານັ້ນ ເພື່ອໃຫ້ຄົນເຮົາມີລະດັບຄວາມຮູ້ຄວາມສາມາດສູງຂື້ນໄປເລື້ອຍໆ.

    ກອງປະຊຸມສາກົນລະດັບລັດຖະມົນຕີກະຊວງສຶກສາທິການໃນປີ 1966 ທີ່ນະຄອນຫຼວງ ເຕເຮລັງ ປະເທດອີຣ່ານ ໄດ້ຄົ້ນຄວ້ານໍາສະເໜີໃຫ້ມີວັນສາກົນແຫ່ງການຮຽນຮູ້ໜັງສື ໃນຊຸມປີຕໍ່ມາ ຄືປີ 1986 ກອງປະຊຸມໃຫຍ່ອົງການອຸຍເນສໂກ ຄັ້ງທີ 14 ຈຶ່ງມີມະຕິຮັບຮອງເອົາວັນທີ 8 ກັນຍາຂອງທຸກໆປີ ໃຫ້ເປັນວັນສາກົນແຫ່ງການຮຽນຮູ້ໜັງສື ແລະ ພ້ອມກັນນັ້ນ ກໍໄດ້ຮຽກຮ້ອງໃຫ້ທຸກໆປະເທດ ທີ່ເປັນສະມາຊິກຂອງອົງການສະຫະປະຊາຊາດ ຈັດຕັ້ງສະເຫຼີມສະຫຼອງວັນດັ່ງກ່າວໃນທຸກໆປີ ເພື່ອສະຫຼຸບຕີລາຄາຜົນຂອງການຈັດຕັ້ງປະຕິບັດແຜນການຮຽນຮູ້ໜັງສືໃນປະເທດຂອງຕົນ ພ້ອມກັນນັ້ນ ກໍໄດ້ກຳນົດທິດທາງ ແຜນການ ຄາດໝາຍສູ້ຊົນ ແລະ ວິທີການຈັດການສຶກສາ ແນໃສ່ການລົບລ້າງຄວາມບໍ່ຮູ້ໜັງສືໃນປີຕໍ່ໆໄປ.

    ໃນແຕ່ລະປີ ຜູ້ອໍານວຍການໃຫຍ່ອົງການອຸຍເນສໂກ ໄດ້ມີສານໃຫ້ລັດພາຄີໃຫ້ເອົາໃຈໃສ່ສົ່ງເສີມການຮູ້ໜັງສື ແລະ ການພັດທະນາແບບຍືນຍົງ ພ້ອມທັງມີຄໍາຂວັນອອກໃນແຕ່ລະປີ ສໍາລັບ ປີ 2021 ນີ້ ແມ່ນ “ການຮູ້ໜັງສື ເພື່ອການຟື້ນຟູທີ່ຖືເອົາຄົນເປັນໃຈກາງ:ຫຼຸດດຜ່ອນຄວາມແຕກໂຕນດ້ານເຕັກໂນໂລຊີສື່ສານ” (LITERACY A HUMAN-CENTRED RECOVERY: NARROWING THE DIGITAL DIVIDE).

.

# ຮູບ & ຂ່າວ: ຊິລິການດາ

error: Content is protected !!