ອີງຕາມການເຊື້ອເຊີນຂອງສົມເດັດ ເຕໂຊ ຮຸນເຊັນ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກຳປູເຈຍ ໃນວັນທີ 9 ກັນຍາ 2021 ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 7 ຕາມແຜນງານການຮ່ວມມືທາງດ້ານເສດຖະກິດອະນຸພາກພື້ນແມ່ນໍ້າຂອງ (Greater Mekong Subregion Economic Cooperation Program: GMS) ຜ່ານລະບົບກອງປະຊຸມທາງໄກ ພາຍໃຕ້ຫົວຂໍ້ “ການສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືອະນຸພາກພື້ນແມ່ນໍ້າຂອງຄືນໃໝ່ ເພື່ອຮອງຮັບສິ່ງທ້າທາຍໃນທົດສະວັດໃໝ່ – GMS Renewed Strength to Face the Challenges of the New Decade” ໂດຍການເປັນປະທານຂອງສົມເດັດ ເຕໂຊ ຮຸນເຊັນ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກໍາປູເຈຍ ມີບັນດາຜູ້ນໍາ 6 ປະເທດທີ່ເປັນສະມາຊິກ ຄື: ສປ ຈີນ ກຳປູເຈຍ ສປປ ລາວ ມຽນມາ ໄທ ແລະ ສສ ຫວຽດນາມ ພ້ອມດ້ວຍປະທານທະນາຄານພັດທະນາອາຊີ ແລະ ອົງການຈັດຕັ້ງສາກົນຕ່າງໆເຂົ້າຮ່ວມ.

ກອງປະຊຸມສຸດຍອດຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 7 ນີ້ ຈະໄດ້ທົບທວນຄືນການຮ່ວມມືໃນໄລຍະ 3 ປີຜ່ານມາ ໂດຍສະເພາະ ການຕີລາຄາຄືນຜົນການຈັດຕັ້ງປະຕິບັດແຜນງານການຮ່ວມມືທາງດ້ານເສດຖະກິດອະນຸພາກພື້ນແມ່ນໍ້າຂອງໃນໄລຍະ 3 ປີທີ່ຜ່ານມາ ການຜັນຂະຫຍາຍໝາກຜົນຂອງກອງປະຊຸມສຸດຍອດຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 6 ຜ່ານມາ ຂອບການລົງທຶນພາກພື້ນ (Regional Investment Framework: RIF) 2018-2022 ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດຍຸດທະສາດການຮ່ວມມືຶອະນຸພາກພື້ນແມ່ນໍ້າຂອງ 2012-2022 ພ້ອມທັງຈະກໍານົດທິດທາງຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ຈະພິຈາລະນາຮັບຮອງເອົາ 3 ເອກະສານສໍາຄັນ ຄື:
1) ຍຸດທະສາດການຮ່ວມມືທາງດ້ານເສດຖະກິດອະນຸພາກພື້ນແມ່ນໍ້າຂອງ 2030
2) ແຜນດໍາເນີນງານການຟື້ນຟູ ແລະ ຕອບໂຕ້ພະຍາດ Covid-19 ສໍາລັບ ປີ 2021-2023;
3) ຖະແຫຼງການຮ່ວມກອງປະຊຸມສຸດຍອດຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 7 (Joint Summit Declaration).