ມ ຕົ້ນສົງ ເມືອງຫົງສາ ໄດ້ຮັບການຊຸກຍູ້ອຸປະກອນການຮຽນ

    ວັນທີ 8 ກັນຍາ 2021 ພະອາຈານ ສຸນິກອນ ຈະເລີນສຸກ ເຈົ້າອາວາດວັດດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ນຳເອົາອຸປະກອນການຮຽນ ແລະ ເຄື່ອງໃຊ້ຫ້ອງການຈຳນວນໜຶ່ງ ໄປມອບໃຫ້ແກ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນສົງ ເມືອງຫົງສາ ແຂວງໄຊຍະບູລີ ຢູ່ໂຮງຮຽນແຫ່ງດັ່ງກ່າວ ໂດຍກ່າວຕ້ອນຮັບຂອງພະອາຈານ ສົມພອນ ຄຳຈະເລີນ ເຈົ້າຄະນະເມືອງ ຜູ້ອຳນວຍການໂຮງຮຽນ ມ ຕົ້ນສົງ ເມືອງຫົງສາ ພ້ອມດ້ວຍຄະນະ ມີຕາງໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ ພ້ອມພະນັກງານຄູ-ອາຈານໂຮງຮຽນ ມ ຕົ້ນສົງ ເຂົ້າຮ່ວມ.

    ອຸປະກອນທີ່ນຳມາມອບໃນຄັ້ງນີ້ ປະກອບມີ ເຈ້ຍ A4 ຈຳນວນ 5 ແກັດ ປຶ້ມຂຽນ 25 ມັດ ສໍດໍາ 10 ກັບ ຢາງລຶບ 2 ກັບ ບັນທັດ 10 ກັບ ໂຮງແຫຼມສໍ 2 ກັບ ແລະ ບິກ 7 ກັບ ລວມມູນຄ່າທັງໝົດ 2 ລ້ານ 5 ແສນກວ່າກີບ.

    ໂອກາດນີ້ ພະອາຈານ ສົມພອນ ຄຳຈະເລີນ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງພະອາຈານ ສຸນິກອນ ຈະເລີນສຸກ ພ້ອມດ້ວຍຄະນະ ທີ່ໄດ້ລະດົມອຸປະກອນການຮຽນມາໃຫ້ ແລະ ຈະເລີນພອນຕໍ່ຜູ້ທີ່ຮ່ວມປະກອບສ່ວນຊ່ວຍເຫຼືອແບ່ງເບົາອຸປະກອນການຮຽນໃນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າ: ຈະແຈກຢາຍອຸປະກອນທີ່ນຳມາຄັ້ງນີ້ໃຫ້ສາມະເນນຢ່າງທົ່ວເຖິງ ພ້ອມນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.

# ຂ່າວ – ຮູບ : ບຸນມີ

error: Content is protected !!