ວັນນີ້ ກວດພົບຜູ້ຕິດເຊື້ອໂຄວິດ-19 ໃນ ສປປ ລາວ ເພີ່ມອີກ 166 ກໍລະນີ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 9 ກັນຍາ 2021 ຢູ່ກະຊວງສາທາລະນະສຸກວ່າ: ວັນຜ່ານມາ ໄດ້ກວດວິເຄາະຫາເຊື້ອທັງໝົດ 4.322 ຕົວຢ່າງ ຜົນການວິໄຈ ພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 166 ກໍລະນີ ໃນນັ້ນ ກໍລະນີນຳເຂົ້າ 84 ກໍລະນີ ແລະ ຕິດເຊື້ອໃນຊຸມຊົນ 82 ກໍລະນີ ທີ່ມີການສຳຜັດກັບຜູ້ຕິດເຊື້ອຜ່ານມາ ເຊິ່ງລາຍລະອຽດມີດັ່ງນີ້:

    ນະຄອນຫຼວງວຽງຈັນ (+26 ) ກໍລະນີ ທີ່ປະກອບດ້ວຍ “(+ 23 ) ກໍລະນີນຳເຂົ້າ ແລະ (+3) ກໍລະນີຊຸມຊົນ ທີ່ໄກ້ຊິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ ຈາກຈຳນວນການວິເຄາະທັງໝົດ 969 ຕົວຢ່າງ.

    ແຂວງບໍແກ້ວ (+11) ກໍລະນີ (ຕິດເຊື້ອໃນຊຸມຊົນ) ທີ່ໄກ້ຊິດຕິດແທດກັບຜູ້ຕິດເຊື້ອກໍລະນີຜ່ານມາ.

    ແຂວງຫຼວງນໍ້າທາ (+3) (ຕິດເຊື້ອໃນຊຸມຊົນ)

    ແຂວງຫຼວງພະບາງ (+10) ກໍລະນີນຳເຂົ້າ ແລະ (+2) ກໍລະນີຊຸມຊົນ ທີ່ໄກ້ຊິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ

    ແຂວງຄຳມ່ວນ (+42 ) ກໍລະນີ ທີ່ປະກອບດ້ວຍ 6 ກໍລະນີນຳເຂົ້າ ແລະ (+36) ກໍລະນີຊຸມຊົນ ທີ່ໄກ້ຊິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ

    ແຂວງສາລະວັນ (+ 12) ກໍລະນີ ທີ່ປະກອບດ້ວຍ (+3) ກໍລະນີນຳເຂົ້າ ແລະ (+9) ກໍລະນີຊຸມຊົນ ທີ່ໄກ້ຊິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ

    ແຂວງສະຫວັນນະເຂດ (+40) ກໍລະນີ ປະກອບດ້ວຍ (+35 ) ກໍລະນີນຳເຂົ້າ ແລະ (+5 ) ກໍລະນີຊຸມຊົນ ທີ່ໄກ້ຊິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ

    ແຂວງຈຳປາສັກ (+7) ກໍລະນີນຳເຂົ້າ ແລະ (+13) ກໍລະນີຊຸມຊົນ ທີ່ໄກ້ຂິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ”

    ລວມສະຖິຕິຜູ້ຕິດເຊື້ອສະສົມປັດຈຸບັນ ມີທັງໝົດ 16.742 ກໍລະນີ ລວມຍອດຜູ້ທີ່ຍັງຮັບການປິ່ນປົວ 4.219 ກໍລະນີ ລວມສະຖິຕິຜູ້ທີ່ປິ່ນປົວຫາຍດີທັງໝົດ ແລະ ອອກຈາກໂຮງໝໍແລ້ວ 12.507 ກໍລະນີ ຜູ້ເສຍຊີວິດສະສົມ 16 ກໍລະນີ.

# ຂ່າວ & ຮູບ :  ລັດເວລາ

error: Content is protected !!