ເພື່ອຄວາມໝັ້ນຄົງ ແລະ ຄວາມປອດໄພ

ທີ່​ຍີ່­ປຸ່ນ: ໃນ​ທ້າຍ​ເດືອນ​ມີ­ນາ 2017 ລັດ­ຖະ­ບານ​ຍີ່­ປຸ່ນ ໄດ້​ມີ​ມະ­ຕິ​ເຫັນ​ດີ​ໃຫ້​ປັບ­ປຸງ​ກົດ­ໝາຍ​ວ່າ​ດ້ວຍ​ອາ​ຊະ​ຍາ​ກຳ ແນ­ໃສ່​ຕ້ານ​ອົງ­ການ​ກໍ່​ການ​ຮ້າຍ ແລະ ບັນ­ດາ​ກຸ່ມ​ອາ​ຊະ​ຍາ​ກຳ​ອື່ນໆ ທີ່​ໃຊ້​ຄວາມ​ຮຸນ​ແຮງ ເຊິ່ງ​ເປັນ​ການ​ລະ­ເມີດ​ກົດ­ໝາຍ​ຂອງ​ຍີ່­ປຸ່ນ ກົດ­ໝາຍ​ໄດ້​ກຳ­ນົດ​ຄວາມ​ຜິດ​ຕໍ່​ບັນ­ດາ​ການ​ກະ­ທຳ​ດັ່ງ​ຕໍ່​ໄປ​ນີ້​ຄື: ການ​ລະ­ດົມ​ທຶນ ການ​ຈັດ​ຊື້​ວັດ­ຖຸ​ສິ່ງ​ຂອງ ການ­ເຄື່ອນ­ໄຫວ​ເພື່ອ​ກະ­ກຽມ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ ການ​ຄາ­ຕະ­ກຳ ການ​ໃຊ້​ກຳ­ລັງ​ເຂົ້າ​ຢຶດ​ພາ­ຫະ­ນະ ກໍ​ຄື ອາ​ຊະ​ຍາ​ກຳ​ທີ່​ພົວ­ພັນ​ກັບ​ຢາ​ເສບ​ຕິດ ເຊິ່ງ​ຈະ​ຕ້ອງ​ໄດ້​ຮັບ​ໂທດ​ຈຳ​ຄຸກ 5 ປີ ເຖິງ​ໂທດ​ປະ­ຫານ​ຊີ­ວິດ ຮ່າງ​ກົດ­ໝາຍ​ທີ່​ກຳ­ນົດ​ເນື້ອ​ໃນ​ເຄັ່ງ​ຄັດ​ເຊັ່ນ​ນີ້ ເຄີຍ​ໄດ້​ສະ­ເໜີ​ມາ​ແລ້ວ 3 ຄັ້ງ ແຕ່​ບໍ່​ຜ່ານ ຍ້ອນ​ມີ​ສຽງ​ວິ­ຈານ​ວ່າ ການ​ກຳ­ນົດ​ຄວາມ​ຜິດ​ທີ່​ກວ້າງ­ຂວາງ​ເກີນ​ໄປ ອາດ​ຈະ​ຖືກ​ນຳ​ໃຊ້​ເພື່ອ​ປິດ​ປາກ​ພວກ​ເຄື່ອນ​ໄຫວ​ຕໍ່­ຕ້ານ​ລັດ­ຖະ­ບານ ຫຼື ກຸ່ມ​ພົນ­ລະ­ເມືອງ​ທີ່​ຕໍ່­ຕ້ານ​ຖານ​ທັບ​ຂອງ ສ ອາ​ເມ​ຮິ​ກາ ທີ່​ເກາະ​ໂອ​ກິ​ນາ­ວາ ສ່ວນ​ສະ­ພາ​ທະ­ນາຍ­ຄວາມ​ຍີ່­ປຸ່ນ​ເອງ ກໍ​ມີ​ຄຳ​ເຫັນ​ຄັດ­ຄ້ານ​ກົດ­ໝາຍ​ສະ­ບັບ​ນີ້​ເຊັ່ນ​ກັນ ໂດຍ​ອ້າງ​ວ່າ ມັນ​ຈະ​ແຕະ­ຕ້ອງ​ສິດ​ເສລີ­ພາບ​ຂອງ​ປະ­ຊາ­ຊົນ ແລະ ວ່າ​ກົດ­ໝາຍ​ອາ­ຍາ​ທີ່​ໃຊ້​ຢູ່​ໃນ​ປັດ­ຈຸ­ບັນ ກໍ​ໄດ້​ກຳ­ນົດ​ມາດ​ຕະ­ການ​ຢັບ​ຢັ້ງ​ການ​ກະ­ກຽມ​ການ​ກໍ່​ອາ​ຊະ​ຍາ​ກຳ​ຮ້າຍ​ແຮງ​ຢູ່​ແລ້ວ ເຊັ່ນ: ການ​ຄາ­ຕະ­ກຳ ການ​ວາງ​ເພີງ ຫຼື ການ​ກໍ່​ວິ­ນາດ­ສະ­ກຳ ແລະ ອື່ນໆ ດັ່ງ­ນັ້ນ ຈຶ່ງ​ບໍ່​ເຫັນ​ມີ​ຄວາມ​ຈຳ­ເປັນ​ຕ້ອງ​ອອກ​ກົດ­ໝາຍ​ສະ­ເພາະ​ຕື່ມ​ອີກ ສ່ວນ​ທາງ​ເບື້ອງ​ລັດ­ຖະ­ບານ​ນັ້ນ ໄດ້​ຢັ້ງ­ຢືນ​ຄວາມ​ຈຳ­ເປັນ​ຕ້ອງ​ມີ​ກົດ­ໝາຍ​ນີ້​ສະ­ເພາະ ເພື່ອ​ເພີ່ມ​ມາດ​ຕະ­ການ​ປ້ອງ​ກັນ​ການ​ກໍ່​ການ​ຮ້າຍ ກ່ອນ​ທີ່​ນະ­ຄອນ­ຫຼວງ​ໂຕ​ກຽວ ຈະ​ເປັນ​ເຈົ້າ­ພາບ​ມະ​ຫະ​ກຳ​ກີ­ລາ​ໂອ​ລິ​ປິກ 2020.

ທີ່​ມຽນ​ມາ: ໃນ​ເດືອນ​ກຸມ­ພາ 2019 ທາງ​ການ​ມຽນ​ມາ ໄດ້​ຈັບ​ກຸມ​ນັກ​ທ່ອງ​ທ່ຽວ​ຄົນ​ຝຣັ່ງ​ທີ່​ໄດ້​ປ່ອຍ​ເຄື່ອງ​ບິນ​ແບບ​ບໍ່​ມີ​ຄົນ​ຂັບ (ໂດຼນ) ເວີ່ນ​ຢູ່​ເທິງ​ບໍ­ລິ­ເວນ​ອາ­ຄານ​ສະ­ພາ​ແຫ່ງ​ຊາດ ມຽນ​ມາ ທີ່​ນະ­ຄອນ­ຫຼວງ​ເນ​ປີ​ດໍ ອີງ​ຕາມ​ກົດ­ໝາຍ​ກ່ຽວ­ຂ້ອງ​ຂອງ​ມຽນ​ມາ​ແລ້ວ ຄວາມ​ຜິດ​ໃນ​ສະ­ຖານ​ນີ້ ຕ້ອງ​ໄດ້​ຮັບ​ໂທດ​ຈຳ​ຄຸກ​ເປັນ​ເວ­ລາ​ສູງ​ສຸດ 3 ປີ ໃນ​ປີ 2017 ນັກ​ຂ່າວ 3 ຄົນ ກໍ​ໄດ້​ຖືກ​ຕັດ­ສິນ​ຈຳ​ຄຸກ​ໃນ​ຄວາມ​ຜິດ​ແບບ​ດຽວ​ກັນ​ນີ້​ມາ​ແລ້ວ.

ທີ່​ມາ​ເລ​ເຊຍ: ຂ່າວ​ໜັງ­ສື­ພິມ​ວຽງ​ຈັນ​ທາມ ສະ­ບັບ​ວັນ​ທີ 17 ພະ­ຈິກ 2017 ໄດ້​ໃຫ້​ຮູ້​ວ່າ ທາງ​ການ​ມາ​ເລ​ເຊຍ ເລີກ​ຮື້​ກຸ່ມ​ຫົວ​ຮຸນ​ແຮງ​ທີ່​ເປັນ​ເຄືອ​ຄ່າຍ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ອາ​ບູ​ໄຊ​ຢັບ (Abu Sayyaf) ທີ່​ເລັດ​ລອດ​ເຂົ້າ​ໄປ​ເຄື່ອນ​ໄຫວ​ຢູ່​ດິນ­ແດນ​ຂອງ​ມາ​ເລ​ເຊຍ (ທີ່ ປູ​ຕຼາ​ຈາ​ຢາ ແລະ ເກາະ​ຊາ​ບາ) ໂດຍ​ໄດ້​ຈັບ​ຜູ້​ຕ້ອງ​ສົງ­ໄສ​ໄດ້​ທັງ​ໝົດ 8 ຄົນ ໃນ​ນັ້ນ ເປັນ​ຄົນ​ຟີ​ລິບ​ປິນ 7 ຄົນ ແລະ ຄົນ​ມາ​ເລ​ເຊຍ 1 ຄົນ ເປົ້າ​ໝາຍ​ການ­ເຄື່ອນ­ໄຫວ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ດັ່ງ­ກ່າວ ແມ່ນ​ເພື່ອ​ເກັບ​ເກນ​ເອົາ​ເດັກ­ນ້ອຍ​ໄປ​ເປັນ​ປ້ອມ​ກຳ​ບັງ​ຂອງ​ພວກ​ເຂົາ ເວ­ລາ​ຕໍ່­ສູ້​ກັບ​ທາງ​ການ​ຂອງ​ຟີ​ລິບ​ປິນ ກຸ່ມ​ກໍ່​ການ​ຮ້າຍ​ອາ​ບູ­ຊາ​ຢັບ ມີ​ຖານ​ທີ່​ໝັ້ນ​ຢູ່​ເກາະ​ມິນ​ດາ​ນາວ ທາງ​ພາກ​ໃຕ້​ຂອງ​ຟີ​ລິບ​ປິນ ກຸ່ມ​ດັ່ງ­ກ່າວ ເຄື່ອນ​ໄຫວ​ເພື່ອ​ແບ່ງ​ແຍກ​ດິນ­ແດນ ດ້ວຍ​ວິ­ທີ​ການ​ຈັບ​ຕົວ​ປະ­ກັນ​ເອົາ​ໄປ​ຂ້າ​ໂຫດ ເພື່ອ​ຮຽກ​ຄ່າ​ໄຖ່ ແລະ ອື່ນໆ.

error: Content is protected !!