ບັນຫາການນຳໃຊ້ກັນຊາຢ່າງຖືກກົດໝາຍ

ໃນ​ບົດ​ປະ­ຈຳ​ວັນ​ນີ້ ຜູ້​ຂຽນ​ໄດ້​ສັງ​ລວມ​ເອົາ​ບົດ­ຮຽນ​ການ​ນຳ​ໃຊ້​ກັນ­ຊາ ​ຢ່າງ​ຖືກ­ຕ້ອງ​ຕາມ​ກົດ­ໝາຍ​ມາ​ເລົ່າ​ສູ່​ຟັງ ຢູ່​ປະ­ເທດ​ລາວ​ພວກ​ເຮົາ ກັນ­ຊາ ຈັດ​ເປັນ​ປະ­ເພດ​ຢາ​ເສບ​ຕິດ​ໃຫ້​ໂທດ ທີ່​ຕ້ອງ​ຫ້າມ​ຕາມ​ກົດ­ໝາຍ ແຕ່​ພ້ອມ​ດຽວ​ກັນ​ນັ້ນ ທາງ​ການ​ກໍ​ໄດ້​ມີ​ທິດ​ທາງ​ສຶກ​ສາ​ຄົ້ນ­ຄວ້າ​ ການ​ນຳ​ໃຊ້​ກັນ­ຊາ​ທີ່​ຖືກ​ກົດ­ໝາຍ​ໃນ​ທາງ​ການ​ແພດ.

ທີ່​ອົດ​ສະ​ຕຣາ​ລີ: ໃນ​ວັນ​ທີ 25 ກັນ­ຍາ 2019 ລັດ​ຖະ​ສະ­ພາ​ອົດ​ສະ​ຕຣາ​ລີ ໄດ້​ລົງ­ມະ­ຕິ​ຮັບ­ຮອງ​ເອົາ​ກົດ­ໝາຍ​ທີ່ອະ­ນຸ­ຍາດ​ໃຫ້​ປະ­ຊາ­ຊົນ​ທີ່​ມີ​ອາ­ຍຸ ແຕ່ 18 ປີ​ຂຶ້ນ​ໄປ ສາ­ມາດ​ຄອບ​ຄອງ​ກັນ­ຊາ​ແຫ້ງ ເພື່ອ​ສຳ­ລັບ​ໃຊ້​ສ່ວນ​ຕົວ​ໄດ້​ບໍ່​ເກີນ 50 ກຣາມ/ຄົນ ຫຼື ສາ­ມາດ​ປູກ​ຕົ້ນ​ກັນ­ຊາ​ເອົາ​ເອງ​ໄດ້​ບໍ່​ເກີນ ຄົນ​ລະ 2 ຕົ້ນ ແລະ ສູງ​ສຸດ​ບໍ່​ເກີນ 4 ຕົ້ນ​ຕໍ່​ໜຶ່ງ​ຄົວ​ເຮືອນ ກົດ­ໝາຍ​ສະ­ບັບ​ນີ້​ມີ​ຜົນ​ບັງ­ຄັບ​ໃຊ້​ແຕ່​ວັນ​ທີ 1 ມັງກອນ ປີ 2020 ເປັນ­ຕົ້ນ​ມາ ພາຍ­ຫຼັງ​ກົດ­ໝາຍ​ສະ­ບັບ​ນີ້​ອອກ​ມາ ນະ­ຄອນ­ຫຼວງ​ແຄນ​ເບີ​ຣາ (ລັດ​ແຄນ​ເບີ​ຣາ) ກໍ​ໄດ້​ອອກ​ກົດ­ໝາຍ​ຮັບ­ຮອງ​ການ​ນຳ​ໃຊ້ ແລະ ປູກ​ກັນ­ຊາ​ໃນ​ປະ­ລິ­ມານ​ໜ້ອຍ​ຢ່າງ​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ເພື່ອ​ເປົ້າ​ໝາຍ​ບໍ­ລິ­ໂພກ ຂ່າວ​ບອກ​ວ່າ ກົດ­ໝາຍ​ຢາ​ເສບ​ຕິດ​ຂອງ​ອົດ​ສະ​ຕຣາ​ລີ ຍັງ​ກຳ­ນົດ​ໃຫ້​ກັນ­ຊາ​ເປັນ​ຢາ​ເສບ​ຕິດ​ທີ່​ຕ້ອງ​ຫ້າມ​ຄື­ເກົ່າ ຟັງ​ເບິ່ງ​ແລ້ວ​ຄື​ສີ​ຂັດໆ​ກັນ​ລະ­ຫວ່າງ​ການ​ຫ້າມກັບ​ການ​ໃຫ້.

ທີ່​ລຸກ​ຊຳ​ບວກ: ໃນ​ກາງ​ເດືອນ​ສິງ­ຫາ 2019 ທາງ​ການ​ປະ­ເທດ​ລຸກ​ຊຳ​ບວກ ໄດ້​ເປີດ­ເຜີຍ​ໃຫ້​ຮູ້​ເຖິງ​ແຜນ​ຜ່ອນ­ຜັນ​ກົດ­ໝາຍ​ວ່າ​ດ້ວຍ​ຢາ​ເສບ​ຕິດ ທີ່​ໄດ້​ນຳ​ໃຊ້​ມາ​ແລ້ວ​ເຖິງ 50 ປີ ໂດຍ​ຈະ​ອະ­ນຸ­ຍາດ​ໃຫ້​ປະ­ຊາ­ຊົນ​ທີ່​ມີ​ອາ­ຍຸ​ແຕ່ 18 ປີ​ຂຶ້ນ​ໄປ ສາ­ມາດ​ຊື້​ກັນ­ຊາ​ມາ​ເສບ ເພື່ອ​ຄວາມ​ຜ່ອນ­ຄາຍ ພາຍ­ຫຼັງ​ກົດ­ໝາຍ​ໄດ້​ຖືກ​ຮັບ­ຮອງ (ໃນ​ທ້າຍ​ປີ 2019) ແຕ່​ກໍ​ມີ​ການ​ກຳ­ນົດ​ຫ້າມ​ປູກ​ກັນ­ຊາ​ເອົາ​ເອງ​ຢູ່​ເຮືອນ ຫຼື ທີ່​ພັກ​ຂອງ​ຕົນ ສ່ວນ​ນັກ​ທ່ອງ​ທ່ຽວ​ຕ່າງ­ປະ­ເທດ​ນັ້ນ ຫ້າມ​ຊື້-ຂາຍ ຫຼື ນຳ​ໃຊ້​ກັນ­ຊາ​ໃນ​ປະ­ເທດ​ລຸກ​ຊຳ​ບວກ​ຢ່າງ​ເດັດ­ຂາດ ໄວ​ໜຸ່ມ​ລຸກ​ຊຳ​ບວກ​ທີ່​ມີ​ອາ­ຍຸ​ລະ­ຫວ່າງ 12-17 ປີ ຖ້າ​ພົບ​ເຫັນ​ວ່າ​ມີ​ກັນ­ຊາ​ປະ­ມານ 5 ກຣາມ ໄວ້​ໃນ​ຄອບ​ຄອງ ຈະ​ບໍ່​ຖືກ​ດຳ­ເນີນ​ຄະ­ດີ​ທາງ​ອາ­ຍາ ແຕ່​ຖ້າ​ກາຍ​ຈຳ­ນວນ​ດັ່ງ­ກ່າວ ກໍ​ຈະ​ຖືກ​ດຳ­ເນີນ​ຄະ­ດີ​ຢ່າງ​ໜັກ­ໜ່ວງ.

ທີ່​ສະ­ຫະ­ລັດ​ອາ​ເມ​ຣິ​ກາ: ຂ່າວ​ຕ່າງ­ປະ­ເທດ​ໃນ​ກາງ​ເດືອນ​ກໍ­ລະ­ກົດ 2019 ໃຫ້​ຮູ້​ວ່າ ຢູ່​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ນັ້ນ ມີ 33 ລັດ​ແລ້ວ ທີ່​ອະ­ນຸ­ຍາດ​ໃຫ້​ໃຊ້​ກັນ­ຊາ​ໄດ້​ຢ່າງ​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ໃນ​ທາງ​ການ​ແພດ​ເທົ່າ​ນັ້ນ ແລະ ມີ​ພຽງ 10 ລັດ​ທີ່​ອະ­ນຸ­ຍາດ​ໃຫ້​ນຳ​ໃຊ້​ກັນ­ຊາ ​ເພື່ອ​ຄວາມ​ຜ່ອນ­ຄາຍ ກົດ­ໝາຍ​ກ່ຽວ​ກັບ​ກັນ­ຊາ​ຂອງ​ທຸກໆ​ລັດ ກຳ­ນົດ​ຫ້າມ​ບຸກ­ຄົນ​ອາ­ຍຸ​ຕ່ຳ​ກວ່າ 18 ປີ​ເສບ​ກັນ­ຊາ ຂ່າວ​ໃຫ້​ຮູ້​ຕື່ມ​ວ່າ ໃນ​ບັນ­ດາ​ລັດ​ທີ່​ອະ­ນຸ­ຍາດ​ໃຫ້​ເສບ​ກັນ­ຊາ​ໄດ້​ນັ້ນ ຈຳ­ນວນ​ຊາວ​ໜຸ່ມ​ທີ່​ເສບ​ກັນ­ຊາ​ໄດ້​ຫຼຸດ​ລົງ​ເກືອບ 10% ນີ້​ຄື​ຜົນ​ສຳ​ຫຼວດ​ຂອງ​ມະ­ຫາ­ວິ­ທະ­ຍາ­ໄລ ລັດ​ມອນ​ຕາ­ນາ.

ທີ່​ນິວ​ຊີ​ແລນ: ຂ່າວ​ນີ້​ອ່າວ​ເກົ່າ ອອກ​ມາ​ໃນ​ທ້າຍ​ປີ 2017 ຊຶ່ງ​ບອກ​ວ່າ ໃນ​ຕອນ​ນັ້ນ ພັກ​ຂຽວ ຊຶ່ງ​ເປັນ​ພັກ​ຂອງ​ນາ­ຍົກ​ນິວ​ຊີ​ແລນ​ຄົນ​ປັດ­ຈຸ­ບັນ ໄດ້​ມີ​ເປົ້າ​ໝາຍ​ການ​ລົງ​ປະ­ຊາ​ມະ­ຕິ​ກ່ຽວ​ກັບ​ການ​ໃຊ້​ກັນ­ຊາ ເພື່ອ​ຄວາມ​ຜ່ອນ­ຄາຍ ກ່ອນ​ໜ້າ​ນັ້ນ ພັກ​ຂຽວ​ກໍ​ເຄີຍ​ພະ­ຍາ­ຍາມ​ປ່ຽນ­ແປງ​ກົດ­ໝາຍ ເພື່ອ​ເຮັດ​ໃຫ້­ການ​ຄອບ​ຄອງ ແລະ ນຳ​ໃຊ້​ກັນ­ຊາ​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ໃນ​ຕອນ​ນັ້ນ ທາງ​ການ​ນິວ​ຊີ​ແລນ ວາງ​ເປົ້າ​ໝາຍ​ຜ່ານ​ກົດ­ໝາຍ​ເລື່ອງ​ກັນ­ຊາ​ໃຫ້​ສຳ­ເລັດ​ພາຍ​ໃນ​ປີ 2020 ນີ້​ເອງ ກົດ­ໝາຍ​ຈະ​ເນັ້ນ​ການ​ນຳ​ໃຊ້​ກັນ­ຊາ​ຂອງ​ສ່ວນ​ບຸກ­ຄົນ ລວມ​ທັງ​ການ​ຄອບ​ຄອງ ແລະ ການ​ປູກ ກົດ­ໝາຍ​ຈະ​ກຳ­ນົດ​ອາ­ຍຸ​ຂອງ​ບຸກ­ຄົນ ​ທີ່​ຈະ​ສາ­ມາດ​ນຳ​ໃຊ້​ກັນ­ຊາ​ອື່ນໆ​ໃຫ້​ລະ­ອຽດ​ຕື່ມ.

error: Content is protected !!