ເຄື່ອງບິນໂດຼນ ກັບບັນຫາຄວາມໝັ້ນຄົງ

ໃນ​ປັດ­ຈຸ­ບັນ ເຄື່ອງ​ບິນ​ແບບ​ບໍ່​ມີ​ຄົນ​ຂັບ ຫຼື ໂດຼນ ນັ້ນ ນິ­ຍົມ​ກັນ​ໃຊ້​ຢ່າງ​ແຜ່​ຫຼາຍ ເພື່ອ​ເປົ້າ​ໝາຍ​ອະ­ເນກ​ປະ­ສົງ ບໍ່​ວ່າ​ຈະ​ເປັນ​ໃຫ້​ບໍ­ລິ­ການ​ດ້ານ​ພົນ​ລະ​ເຮືອນ ກໍ​ຄື ທາງ​ການ​ທະ­ຫານ ແລະ ຄວາມ​ໝັ້ນ­ຄົງ ຍ້ອນ​ແນວ​ນີ້​ເອງ ຫຼາຍ​ປະ­ເທດ​ຈຶ່ງ​ໄດ້​ອອກ​ມາດ​ຕະ­ການ​ຄຸ້ມ​ຄອງ​ການ­ບິນ​ໂດຼນ ເພື່ອ​ນຳ​ໃຊ້​ໃຫ້​ເກີດ​ປະ­ໂຫຍດ​ສູງ​ສຸດ ແລະ ບໍ່​ໃຫ້​ແຕະ­ຕ້ອງ​ເຖິງ​ຄວາມ​ໝັ້ນ­ຄົງ​ຂອງ​ຊາດ.

ທີ່​ກາ​ນາ​ດາ: ຂ່າວ​ຕ່າງ­ປະ­ເທດ​ໃຫ້​ຮູ້​ວ່າ ທາງ​ການ​ປະ­ເທດ​ກາ​ນາ​ດາ ໄດ້​ປະ­ກາດ​ໃຊ້​ຂໍ້​ກຳ­ນົດ​ທີ່​ເຄັ່ງ​ຄັດ​ກວ່າ​ເກົ່າ ກ່ຽວ​ກັບ​ການ​ນຳ​ໃຊ້​ເຄື່ອງ​ບິນ-ອຸ­ປະ­ກອນ​ການ­ບິນ​ທີ່​ບໍ່​ມີ​ຄົນ​ຂັບ ເຊິ່ງ​ມີ​ຜົນ​ບັງ­ຄັບ​ໃຊ້​ນັບ​ແຕ່​ວັນ​ທີ 1 ມິ­ຖຸ­ນາ 2019 ເປັນ­ຕົ້ນ​ມາ ຂໍ້​ກຳ­ນົດ​ກ່ຽວ​ກັບ​ຄຸ້ມ​ຄອງ​ນີ້ ກວມ​ເອົາ​ໂດຼນ​ທີ່​ມີ​ນ້ຳ­ໜັກ​ແຕ່ 250 ກຣາມ ເຖິງ 25 ກິ​ໂລກ​ຣາມ ຂໍ້​ກຳ­ນົດ​ໄດ້​ລະ­ບຸ​ວ່າ ຜູ້​ບັນ­ຊາ ແລະ ນຳ​ໃຊ້​ໂດຼນ ຕ້ອງ​ມີ​ອາ­ຍຸ​ແຕ່ 14 ປີ​ຂຶ້ນ​ໄປ ຕ້ອງ​ໄດ້​ຜ່ານ​ການ​ທົດ​ສອບ​ຄວາມ​ຮູ້​ດ້ານ​ໄອ​ທີ-ອອນ​ລາຍ ເພື່ອ​ຮັບ​ໃບ­ຢັ້ງ­ຢືນ​ຄວາມ​ຊຳ­ນານ​ງານ​ໃນ​ການ​ບັງ­ຄັບ​ບັນ­ຊາ​ເຄື່ອງ​ບິນ​ໂດຼນ ຜູ້​ບັນ­ຊາ ແລະ ນຳ​ໃຊ້​ໂດຼນ ບໍ່​ມີ​ສິດ​ດື່ມ​ເຫຼົ້າ ຫຼື ໃຊ້​ສານ​ກະ​ຕຸ້ນ​ທຸກ​ປະ­ເພດ​ໃນ​ຂອບ​ເວ­ລາ 12 ຊົ່ວ­ໂມງ ກ່ອນ​ການ​ນຳ​ໃຊ້​ໂດຼນ ຜູ້­ນຳ​ໃຊ້ ແລະ ບັນ­ຊາ​ເຄື່ອງ​ບິນ​ຊະ­ນິດ​ນີ້​ຕ້ອງ​ໄດ້​ຈົດ​ທະ­ບຽນ​ຄັກ­ແນ່ ແລະ ມີ​ປ້າຍ​ລະ­ບຸ​ຊື່ ຂໍ້​ຫ້າມ​ສຳ­ລັບ​ໂດຼນ​ມີ​ດັ່ງ­ນີ້: ຫ້າມ​ບິນ​ໃນ​ວົງ​ລັດ­ສະ­ໝີ​ລະ­ຫວ່າງ 5-6 ກິ­ໂລ­ແມັດ ອ້ອມ​ຮອບ​ສະ­ໜາມ​ບິນ ຫຼື ບ່ອນ​ທີ່​ມີ​ເຫດ​ໄຟ​ໄໝ້​ປ່າ ບ່ອນ​ສະ­ແດງ​ດົນ­ຕີ​ກາງ­ແຈ້ງ ແລະ ບ່ອນ​ທີ່​ກຳ­ລັງ​ມີ​ການ​ເດີນ​ສວນ­ສະ­ໜາມ ສ່ວນ​ລະ­ດັບ​ຄວາມ​ສູງ​ຂອງ​ການ­ບິນ​ຂອງ​ໂດຼນ​ນັ້ນ ຕ້ອງ​ຫຼຸດ 122 ແມັດ.

ທີ່​ກຳ­ປູ­ເຈຍ: ໃນ​ທ້າຍ​ປີ 2016 ທາງ​ການ​ກຳ­ປູ­ເຈຍ ໄດ້​ອອກ​ຄຳ​ສັ່ງ​ຫ້າມ​ບິນ​ໂດຼນ​ຈຳ­ລອງ​ປະ­ເພດ​ເຄື່ອງ​ຫຼິ້ນ ເຊິ່ງ​ບັນ­ຊາ​ໂດຍ​ຣີ​ໂມດ​ຢູ່​ນ່ານ​ຟ້າ ບໍ­ລິ­ເວນ​ອັງ​ກໍ​ວັດ ແຂວງ​ສຽມ​ຣຽບ ທ່ານ ລອງ​ໂກ​ສານ ຮອງ​ອຳ­ນວຍ​ການ​ຫ້ອງ­ການ​ຄົມ­ມະ­ນາ­ຄົມ​ຂອງ​ຄະ­ນະ​ກຳ­ມະ­ການ​ອັບ​ສາ­ລາ ທີ່​ຮັບ­ຜິດ­ຊອບ​ຄຸ້ມ​ຄອງ​ເຂດ​ອັງ​ກໍ​ວັດ ໄດ້​ໃຫ້​ຮູ້​ວ່າ ຈຸດ­ປະ­ສົງ​ຂອງ​ຄຳ​ສັງ​ຫ້າມ ແມ່ນ​ເພື່ອ​ຮັບ­ປະ­ກັນ​ຄວາມ​ປອດ​ໄພ​ຂອງ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ທີ່​ເຂົ້າ​ຊົມ​ອັງ​ກໍ​ວັດ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ຜົນ​ກະ­ທົບ​ຕໍ່​ສະ­ຖານ­ທີ່​ທ່ອງ​ທ່ຽວ​ອັນ​ລື​ຊື່​ແຫ່ງ​ນີ້ ແລະ ເພື່ອ​ປ້ອງ​ກັນ​ຄວາມ​ສະ­ຫງົບ ຄວາມ​ປອດ​ໄພ ໃນ​ສະ­ຖານ­ທີ່​ແຫ່ງ​ນີ້ ຄຳ​ສັ່ງ​ຍັງ​ໄດ້​ກຳ­ນົດ​ໂທດ​ຕັກ­ເຕືອນ​ຕໍ່​ຜູ້​ລະ­ເມີດ ຫຼື ຖືກ​ຢຶດ​ໂດຼນ ໃນ​ກໍ­ລະ­ນີ​ຈຳ­ເປັນ ຜູ້​ໃຊ້​ໂດຼນ​ປະ­ເພດ​ເຄື່ອງ​ຫຼິ້ນ ຍັງ​ຕ້ອງ​ໄດ້​ຂໍ​ໃບ​ອະ­ນຸ­ຍາດ​ຈາກ​ຄະ­ນະ​ກຳ­ມະ­ການ​ອັບ​ສາ­ລາ.

ທີ່​ອາ​ຣາ​ບີ​ຊາ​ອຸ​ດິດ: ໃນ​ວັນ​ທີ 22 ເມ­ສາ 2018 ໜ່ວຍ​ປ້ອງ​ກັນ​ຄວາມ​ໝັ້ນ­ຄົງ​ຂອງ ອາ​ຣາ​ບີ​ຊາ​ອຸ​ດິດ ໄດ້​ຍິງ​ໂດຼນ​ນ້ອຍ​ລຳ​ໜຶ່ງ​ຕົກ ໃນ​ຂະ­ນະ​ທີ່​ໂດຼນ​ດັ່ງ­ກ່າວ​ຮ່ອນ​ຕົວ​ລົງ​ໃກ້ໆ​ກັບ​ສຳ­ນັກ​ລາ­ຊະ​ວັງ ຢູ່​ນະ­ຄອນ­ຫຼວງ​ຣີ​ຢາດ ການ​ຖະ​ຫຼົ່ມ​ຍິງ​ໄດ້​ສ້າງ​ຄວາມ​ແຕກ​ຕື່ນ​ກົນ​ລະ​ຫົນ​ໃນ​ບໍ­ລິ­ເວນ​ທີ່​ເກີດ​ເຫດ ເຮັດ​ໃຫ້​ຫຼາຍ​ຄົນ​ຄິດ​ວ່າ​ມີ​ເຫດ­ການ​ລັດ­ຖະ­ປະ­ຫານ ຫຼັງ​ຈາກ​ເຫດ­ການ​ດັ່ງ­ກ່າວ ທາງ​ການ​ຂອງ​ປະ­ເທດ​ນີ້ ກໍ​ໄດ້​ອອກ​ກົດ​ລະ­ບຽບ​ຄວບ​ຄຸມ​ການ­ບິນ​ໂດຼນ ເພື່ອ​ເປົ້າ​ໝາຍ​ພັກ­ຜ່ອນ​ຢ່ອນ​ອາ­ລົມ ກົດ​ລະ­ບຽບ​ສະ­ບັບ​ນີ້ ໄດ້​ກຳ­ນົດ​ໃຫ້​ຜູ້​ຕ້ອງ­ການ​ບິນ​ໂດຼນ ເພື່ອ​ການ​ພັກ­ຜ່ອນ​ຕ້ອງ​ມີ​ໃບ​ອະ­ນຸ­ຍາດ​ຈາກ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ແລະ ຕ້ອງ​ບິນ​ໃນ​ເຂດ​ທີ່​ທາງ​ການ​ອະ­ນຸ­ຍາດ​ໃຫ້​ເທົ່າ​ນັ້ນ.

error: Content is protected !!