ເລື່ອງທີ່ສັນຫາມາເລົ່າປະຈຳບົດນີ້ ລວມມີຂ່າວການປາບປາມກຸ່ມອາຊະຍາກຳທາງອິນເຕີເນັດທີ່ ບຣາຊິນ ແລະ ເລື່ອງສານອິນເຕີເນັດຢູ່ ສປ ຈີນ.
ທີ່ບຣາຊິນ: ຂ່າວເດັ່ນດັງໜຶ່ງຈາກປະເທດ ບຣາຊິນ ໃນພາກພື້ນອາເມຣິກາໃຕ້ ທີ່ເກີດຂຶ້ນວ່າງບໍ່ດົນມານີ້ ໄດ້ແກ່ຜົນສຳເລັດໃນການເປີດບັ້ນເລີກຮື້ກຸ່ມແກ້ງອາຊະຍາກຳທາງອິນເຕີເນັດທີ່ເປັນໂຕການສ້າງຄວາມລັງກຽດຄຽດຊັງພາຍໃນສັງຄົມ ສົ່ງເສີມການໃຊ້ຄວາມຮຸນແຮງ ແລະ ການຈຳແນກເພດເຜົ່າ ບັ້ນເລີກຮື້ທີ່ມີຊື່ລະຫັດວ່າ “ບັ້ນປະຕິບັດງານບຼາວາຕາ” (Operation Bravata) ນີ້ ໄດ້ຮັບການຊີ້ນຳບັນຊາໂດຍກົງຈາກກອງບັນຊາການຕຳຫຼວດແຫ່ງຊາດ ແລະ ເປົ້າໝາຍບ່ອນປະຕິບັດງານ ລວມມີ ນະຄອນຣີໂອ ເດຈານເນໂຣ ຊາວປາວໂລ ເຣຊີເຟ ກູຣີຕິບາ ຊານຕາມາເຣ່ຍ ແລະ ວິລາ ເວນຮາ ເຊິ່ງລ້ວນແຕ່ເປັນນະຄອນ ແລະ ຕົວເມືອງໃຫຍ່ໆຂອງປະເທດ ທັງເປັນສູນກາງການເຄື່ອນໄຫວກໍ່ກວນຂອງກຸ່ມແກ້ງອາຊະຍາກຳທາງອິນເຕີເນັດ ຈຸດປະສົງຕົ້ນຕໍຂອງ Operation Bravata ແມ່ນເພື່ອກຳຈັດກຸ່ມແກ້ງທີ່ເຜີຍແຜ່ຂໍ້ຄວາມ ຮູບພາບ ແລະ ເຄື່ອງໝາຍຜ່ານລະບົບອິນເຕີເນັດ ເພື່ອສ້າງຄວາມລັງກຽດ ຄຽດຊັງໃນສັງຄົມ ການນາບຂູ່ ການຍຸຍົງໃຫ້ໃຊ້ຄວາມຮຸ່ນແຮງແບບກໍ່ການຮ້າຍ ບັ້ນເລີກຮື້ຄັ້ງນີ້ສາມາດຈັບກຸມທ້າວ ຊິນເວຣາ ເມໂຢ ຫົວໂປ່ໂຕການຂອງເຄືອຄ່າຍອາຊະຍາກຳທາງອິນເຕີເນັດ ແລະ ສື່ສັງຄົມອອນລາຍ ບວກກັບຜູ້ຮ່ວມມືລະດັບແຖວໜ້າຂອງເຂົາອີກ 6 ຄົນ ທ່ານ ມາກກົດໂຈເຊ ເກຼ ຫົວໜ້າຄະນະຜູ້ພິພາກສາຂອງບຣາຊິນ ມີຄຳເຫັນວ່າ: ອາຊະຍາກຳທາງສື່ສັງຄົມອອນລາຍນີ້ ແມ່ນການກະທຳທີ່ເປັນການກໍ່ກວນຄວາມສະຫງົບ ລ່ວງລະເມີດສິດທິມະນຸດໃນຫຼາຍຮູບແບບ ແລະ ຫຼາຍລະດັບ ຂ່າວບອກວ່າ ທ້າວ ຊິນເວຣາ ເມໂຢ ຫົວໂປ່ໃຫຍ່ຄົນນີ້ເຄີຍຖືກຈັບກຸມໃນຄະດີແບບນີ້ມາແລ້ວໃນປີ 2012 ເຂົາເປັນສະມາຊິກກຸ່ມອາຊະຍາກຳທາງອິນເຕີເນັດທີ່ມີຊື່ວ່າ “ອອມເບຼັດ ຊານໂຕສ” (ກຸ່ມຊາຍຜູ້ສັກສິດ) ທີ່ນຳໃຊ້ເຄື່ອງມືສື່ສັງຄົມເຜີຍແຜ່ເນື້ອໃນລັງກຽດເຊື້ອຊາດເຜົ່າພັນ ເນື້ອໃນຜະເດັດການແບບພວກນາຊີ ຍຸຍົງໃຫ້ມີການໃຊ້ຄວາມຮຸນແຮງຕ້ານພົນລະເມືອງຜິວດຳ ພວກຮັກຮ່ວມເພດ ແລະ ແມ່ຍິງ ອັນຕະລາຍໄປກວ່ານັ້ນ ກຸ່ມອອມເບຼັດ ຊານໂຕສ ຍັງໄດ້ປຸກລະດົມໃຫ້ກໍ່ຄະດີຂົ່ມຂືນ ແລະ ຄາຕະກຳອີກດ້ວຍ.
ທີ່ ສປ ຈີນ: ໄປພ້ອມໆກັບຄວາມກ້າວໜ້າທັນສະໄໝແບບກະໂດດຂັ້ນຂອງຍຸກດິຈີຕອນ ທີ່ ສປ ຈີນ ທາງການຂອງປະເທດນີ້ກໍໄດ້ລິເລີ່ມສ້າງສານຕັດສິນຄະດີທີ່ພົວພັນກັບການຂັດແຍ່ງທາງອິນເຕີເນັດ ເຊັ່ນ: ການຊື້-ຂາຍ ກໍຄື ກິດຈະກຳດ້ານການເງິນຜ່ານລະບົບອອນລາຍ ເປັນຕົ້ນ ສຳນັກສານອິນເຕີເນັດແຫ່ງທຳອິດນີ້ ສ້າງຂຶ້ນທີ່ນະຄອນຮາງຊູ ແຂວງເຊຈຽງ ເຊິ່ງເປັນເຂດສູນກາງອຸດສາຫະກຳເຕັກໂນໂລຊີຂັ້ນຫົວແຖວຂອງ ສປ ຈີນ ທ່ານ ຊູຈຽງ ປະທານສານປະຊາຊົນສູງສຸດ ກ່າວກ່ຽວກັບສານອິນເຕີເນັດແຫ່ງນີ້ວ່າ ເພື່ອຮອງຮັບກັບຄວາມຮຽກຮ້ອງຕ້ອງການຂອງບັນດາຄູ່ກໍລະນີທີ່ມີບັນຫາຂັດແຍ່ງທາງອິນເຕີເນັດ ສານແຫ່ງນີ້ຈະສາມາດຊ່ວຍແກ້ໄຂຄະດີທາງອິນເຕີເນັດໄດ້ຢ່າງມີປະສິດທິພາບ ຂ່າວໃຫ້ຮູ້ຕື່ມວ່າ ສານອິນເຕີເນັດນະຄອນຮາງຊູ ຈະລົງເລິກພິຈາລະນາຄະດີທີ່ພົວພັນກັບອິນເຕີເນັດ 6 ປະເພດ ໃນນັ້ນ ລວມມີຄະດີຂັດແຍ່ງດ້ານຊັບສິນທາງປັນຍາ ແລະ ການຄ້າຜ່ານລະບົບອິນເຕີເນັດ ຫຼື ອີຄອມເມີດ (e-commerce).