ເບິ່ງມາດຕະການເພື່ອຄວາມປອດໄພຂອງອິນໂດເນເຊຍ ແລະ ສ ເກົາຫຼີ

ທີ່​ອິນ​ໂດ​ເນ​ເຊຍ: ກ່ອນ​ໜ້າ​ນີ້​ປະ­ມານ 3 ປີ​ກວ່າໆ ກະ­ຊວງ​ການ​ຕ່າງ­ປະ­ເທດ​ອິນ​ໂດ​ເນ​ເຊຍ ໄດ້​ສ້າງ­ຕັ້ງ​ເຄືອ​ຄ່າຍ​ແອບ​ປະ­ລິ​ເຄ​ຊັນ ຫຼື ແອບ (APP) ເພື່ອ​ຄວາມ​ປອດ​ໄພ​ໃນ​ການ​ເດີນ­ທາງ (Safe Travel app) ໂດຍ​ມີ​ເປົ້າ​ໝາຍ​ສະ­ໜອງ​ຂໍ້​ມູນ​ຂ່າວ­ສານ​ສຳ­ລັບ​ປະ­ຊາ­ຊົນ​ອິນ​ໂດ​ເນ​ເຊຍ ທີ່​ເດີນ­ທາງ​ໄປ​ຕ່າງ­ປະ­ເທດ ບໍ່​ວ່າ​ຈະ​ເປັນ​ການ​ເດີນ­ທາງ​ຊົ່ວ­ຄາວ ຫຼື ເປັນ​ເວ­ລາ​ດົນ​ນານ ຄວາມ​ພິ­ເສດ​ຂອງ​ແອບ​ທີ່​ວ່າ​ນີ້ ກໍ​ຄື ມັນ​ສາ­ມາດ​ບັນ­ທຶກ​ຈຳ­ນວນ ແລະ ສະ­ຖານ­ທີ່​ຂອງ​ຄົນ​ອິນ​ໂດ​ເນ​ເຊຍ ເວ­ລາ​ເຄື່ອນ​ໄຫວ ຫຼື ທ່ອງ​ທ່ຽວ​ຢູ່​ຕ່າງ­ປະ­ເທດ​ໄດ້​ຢ່າງ​ລະ­ອຽດ ແອບ ເພື່ອ​ຄວາມ​ປອດ​ໄພ​ໃນ​ການ​ເດີນ­ທາງ​ນີ້    ເຊື່ອມ​ຕໍ່​ກັບ​ຖານ​ຂໍ້​ມູນ​ຂອງ​ກະ­ຊວງ​ການ​ຕ່າງ­ປະ­ເທດ ຂໍ້​ມູນ​ທີ່​ບັນ­ຈຸ​ໃນ​ແອບ​ລວມ​ມີ​ຄວາມ​ຮູ້​ທົ່ວ​ໄປ​ກ່ຽວ​ກັບ​ບັນ­ດາ​ປະ­ເທດ​ປາຍ­ທາງ​ທີ່​ຊາວ​ອິນ​ໂດ​ເນ​ເຊຍ ເດີນ­ທາງ​ໄປ ຂໍ້​ແນະ­ນຳ​ກ່ຽວ​ກັບ​ຄວາມ​ປອດ​ໄພ ແລະ ລາຍ​ລະ­ອຽດ​ກ່ຽວ​ກັບ​ສະ­ຖານ­ທູດ-ສະ­ຖານ­ກົງ­ສູນ​ອິນ​ໂດ​ເນ​ເຊຍ ທີ່­ຢູ່​ໃກ້​ທີ່​ສຸດ ພິ­ເສດ ແອບ​ນີ້​ຍັງ​ມີ​ປຸ່ມ “ສຸກ​ເສີນ” ເພື່ອ​ໃຫ້​ຊາວ​ອິນ​ໂດ​ເນ​ເຊຍ ຢູ່​ຕ່າງ­ປະ­ເທດ​ໃຊ້​ເວ­ລາ​ຕ້ອງ­ການ​ຄວາມ​ຊ່ວຍ­ເຫຼືອ​ດ່ວນ ປຸ່ມ​ສຸກ​ເສີນ​ນີ້ ເຊື່ອມ​ໂຍງ​ກັບ​ລະ­ບົບ​ໂທລະ­ສັບ​ສາຍ​ດ່ວນ​ຂອງ​ກະ­ຊວງ​ການ​ຕ່າງ­ປະ­ເທດ ກໍ​ຄື ສະ­ຖານ­ທູດ-ສະ­ຖານ­ກົງ­ສູນ​ອິນ​ໂດ​ເນ​ເຊຍ ຢູ່​ຕ່າງ­ປະ­ເທດ ທີ່​ໃກ້​ຕົວ​ຜູ້​ຕ້ອງ­ການ​ການ​ຊ່ວຍ­ເຫຼືອ​ທີ່​ສຸດ ປຸ່ມ​ສຸກ​ເສີນ​ຈະ​ບອກ​ລາຍ​ລະ­ອຽດ​ກ່ຽວ​ກັບ​ບ່ອນ­ຢູ່ ແລະ ຮູບ​ພາບ ຫຼື ວີ​ດີ​ໂອ​ຂອງ​ຜູ້​ຕ້ອງ­ການ​ຄວາມ​ຊ່ວຍ­ເຫຼືອ​ດ່ວນ ແບບ​ເພື່ອ​ຄວາມ​ປອດ​ໄພ​ໃນ​ການ​ເດີນ­ທາງ​ໄດ້​ສ້າງ​ຂຶ້ນ​ໃນ​ປີ 2016 ໂດຍ​ການ​ຮ່ວມ​ມື​ຂອງ​ພາກ­ສ່ວນ​ຕ່າງໆ ເຊັ່ນ ບັນ­ດາ​ຫ້ອງ​ການ­ທ່ອງ­ທ່ຽວ ກຸ່ມ​ບໍ­ລິ­ສັດ​ປະ­ກັນ​ໄພ ຊຸມ​ນັກ​ທ່ອງ​ທ່ຽວ​ປະ­ຢັດ ກຸ່ມ​ສົ່ງ­ເສີມ​ແຮງ​ງານ​ເຄື່ອນ​ຍ້າຍ ແລະ ສັງ­ຄົມ​ຊາວ​ອິນ​ໂດ​ເນ​ເຊຍ ທີ່​ອາ­ໄສ​ຢູ່​ຕ່າງ­ປະ­ເທດ.

ທີ່ ສ ເກົາ­ຫຼີ: ແຫຼ່ງ​ຂ່າວ​ຕ່າງ­ປະ­ເທດ​ໃຫ້​ຮູ້​ວ່າ ສ ເກົາ­ຫຼີ ມີ​ແຜນ​ປັບ­ປຸງ ແລະ ເພີ່ມ​ທະ­ວີ​ຄວາມ​ປອດ​ໄພ​ຢ່າງ​ຄົບ​ຊຸດ ໃຫ້​ເຮືອ​ຫາ​ປາ​ນ້ຳ​ເລິກ ລວມ​ທັງ​ການ​ປ່ຽນ​ຖ່າຍ​ເຮືອ​ທີ່​ມີ​ອາ­ຍຸ​ໃຊ້​ງານ​ເກົ່າ​ແກ່​ເກີນ​ກຳ­ນົດ ກໍ​ຄື ການ​ປັບ­ປຸງ​ຊີ­ວິດ​ການ​ເປັນ​ຢູ່ ແລະ ເງື່ອນ­ໄຂ​ການ​ເຮັດ​ວຽກ​ຂອງ​ພະ­ນັກ­ງານ​ປະ­ຈຳ​ເຮືອ​ປະ­ມົງ ທັງ​ໝົດ​ໃຫ້​ໄດ້​ລະ­ດັບ​ມາດ­ຕະ­ຖານ​ສາ­ກົນ ຂ່າວ​ບອກ​ວ່າ ເຮືອ​ຫາ​ປາ​ນ້ຳ​ເລິກ​ຂອງ ສ ເກົາ­ຫຼີ ສ່ວນ​ຫຼາຍ​ແມ່ນ​ສ້າງ​ໃນ​ຊຸມ​ປີ 1980 ແລະ 1990 ເຮືອ​ທີ່​ເປັນ​ເປົ້າ​ໝາຍ​ປ່ຽນ​ຖ່າຍ ກໍ​ຄື ຈຳ­ພວກ​ທີ່​ມີ​ອາ­ຍຸ​ໃຊ້​ງານ​ມາ​ແລ້ວ​ເປັນ​ເວ­ລາ 40 ປີ​ຂຶ້ນ​ໄປ ນອກ­ຈາກ​ນັ້ນ​ຈຳ­ນວນ​ເຮືອ​ທີ່​ມີ​ອາ­ຍຸ​ໃຊ້​ງານ​ມາ​ແລ້ວ 35 ປີ ຫຼື ນານ​ກວ່າ​ນັ້ນ ກໍ​ຈະ​ຖືກ​ກວດ­ກາ​ມາດ­ຕະ­ຖານ​ຄວາມ​ປອດ​ໄພ​ຄືນ​ທັງ​ໝົດ ທາງ​ການ ສ ເກົາ­ຫຼີ ເຫັນ​ວ່າ ບັນ­ດາ​ເຮືອ​ອາ­ຍຸ​ສູງ​ເຫຼົ່າ​ນີ້​ສ່ຽງ​ທີ່​ຈະ​ເກີດ​ອຸ­ບັດ­ເຫດ​ໄດ້​ງ່າຍ ເພື່ອ​ບັນ­ລຸ​ແຜນ​ປັບ­ປຸງ​ຄວາມ​ປອດ​ໄພ​ຂອງ​ເຮືອ​ຫາ​ປາ​ນ້ຳ​ເລິກ​ນີ້ ຈຳ­ເປັນ​ຕ້ອງ​ມີ​ງົບ­ປະ­ມານ​ສູງ​ເຖິງ 170 ຕື້​ວອນ (ເທົ່າ​ກັບ 146 ລ້ານ​ໂດ​ລາ​ສະ­ຫະ­ລັດ) ໃນ​ນັ້ນ ເບື້ອງ​ລັດ​ຈະ​ປະ­ກອບ­ສ່ວນ 85 ຕື້​ວອນ ສ່ວນ​ເຫຼືອ​ແມ່ນ​ທຶນ​ຂົນ­ຂວາຍ​ຈາກ​ບັນ­ດາ​ເຈົ້າ​ຂອງ​ເຮືອ ແລະ ບໍ­ລິ­ສັດ​ການ​ເງິນ​ຕ່າງໆ ສ່ວນ​ການ​ປັບ­ປຸງ​ຄຸນ​ນະ​ພາບ​ຊີ­ວິດ ແລະ ເງື່ອນ­ໄຂ​ການ​ເຮັດ​ວຽກ​ຂອງ​ບັນ­ດາ​ລູກ​ເຮືອ​ນັ້ນ ຈະ​ເນັ້ນ​ຂະ­ຫຍາຍ​ຂະ­ໜາດ​ບ່ອນ​ພັກ​ຂອງ​ພວກ​ເຂົາ­ເຈົ້າ​ໃນ​ເຮືອ ເງື່ອນ­ໄຂ​ການ​ເຂົ້າ​ເຖິງ​ລະ­ບົບ​ອິນ​ເຕີ​ເນັດ ແລະ ການ​ເບິ່ງ­ແຍງ​ສຸ­ຂະ­ພາບ​ທາງ​ການ​ແພດ ພ້ອມ​ດຽວ​ກັນ​ກໍ​ຈະ​ເພີ່ມ​ຄວາມ​ຮັບ​ຮູ້ ແລະ ເຂົ້າ­ໃຈ​ກ່ຽວ​ກັບ​ກົດ­ໝາຍ​ແຮງ​ງານ​ສຳ­ລັບ​ບັນ­ດາ​ນາຍ​ຈ້າງ ສ ເກົາ­ຫຼີ ມີ​ແຜນ​ເຂົ້າ​ເປັນ​ພາ­ຄີ​ຂໍ້​ຕົກ­ລົງ​ຂອງ​ອົງ­ການ​ທາງ​ທະ­ເລ​ສາ­ກົນ ພາຍ​ໃນ​ປີ 2023 ແລະ ສົນ­ທິ­ສັນ­ຍາ​ຂອງ​ອົງ­ການ​ແຮງ​ງານ​ສາ­ກົນ ກ່ຽວ​ກັບ​ຊາວ​ປະ­ມົງ​ພາຍ​ໃນ​ປີ 2025.

error: Content is protected !!