ອິນໂດເນເຊຍ-ສິງກະໂປ ກັບບັນຫາກັນຊາ ຢາບ້າ

ທີ່​ອິນ​ໂດ​ເນ​ເຊຍ: ມີ​ຂ່າວ​ອ່າວ​ເກົ່າ​ແຕ່​ໜ້າ​ສົນ­ໃຈ​ອອກ​ມາ​ຈາກ​ອິນ​ໂດ​ເນ​ເຊຍ ເມື່ອ​ປະ­ມານ 5 ປີ​ຢ້ອນ​ຫຼັງ ກ່ຽວ​ກັບ​ມາດ​ຕະ­ການ​ຄວບ​ຄຸມ​ນັກ ໂທດ​ຄະ­ດີ​ຢາ​ເສບ​ຕິດ ຜູ້​ຂຽນ​ເຄີຍ​ໄດ້​ສະ­ເໜີ​ບົດ​ໜຶ່ງ​ຜ່ານ​ມາ​ກ່ຽວ​ກັບ​ນະ­ໂຍ­ບາຍ​ໃໝ່​ຂອງ​ອິນ​ໂດ​ເນ​ເຊຍ ຕໍ່​ຜູ້​ຕິດ​ຢາ​ບ້າ ແລະ ຢາ​ເສບ​ຕິດ​ຊະ­ນິດ​ອື່ນໆ.

ໃນ​ເມື່ອ​ກ່ອນໆ​ຢູ່​ອິນ​ໂດ​ເນ​ເຊຍ ນັ້ນ​ບໍ່​ມີ​ການ​ແຍກ ຫຼື ຈຳ­ແນກ​ລະ­ຫວ່າງ​ຜູ້​ເສບ​ກັບ​ຜູ້​ຄ້າ­ຂາຍ​ຢາ​ເສບ​ຕິດ ດັ່ງ­ນັ້ນ ທັງ​ຜູ້​ເສບ ແລະ ຜູ້​ຄ້າ­ຂາຍ​ຈຶ່ງ​ລ້ວນ​ແຕ່​ມີ​ໂທດ​ທາງ​ອາ­ຍາ​ແບບ​ຕົກ​ນ້ຳ​ຫົວ​ພຽງ​ກັນ ແຕ່​ສຸດ​ທ້າຍ ຫວ່າງ​ບໍ່​ດົນ​ມາ​ນີ້ ທາງ​ການ​ຂອງ​ອິນ​ໂດ​ເນ​ເຊຍ ໄດ້​ກຳ­ນົດ​ນະ­ໂຍ­ບາຍ​ໃໝ່​ຕໍ່​ຜູ້​ເສບ ຄື ບໍ່​ຖື​ວ່າ​ພວກ​ເຂົາ​ເປັນ​ຜູ້​ກະ­ທຳ​ຜິດ ແຕ່​ຖື​ວ່າ​ເປັນ​ຜູ້​ທີ່​ຕົກ​ເປັນ​ເຫຍື່ອ​ທີ່​ໄດ້​ຮັບ​ຜົນ​ຮ້າຍ​ຈາກ​ການ​ເສບ​ຕິດ​ດັ່ງ­ກ່າວ ດັ່ງ­ນັ້ນ ຜູ້​ເສບ​ຕິດ​ຈະ​ຕ້ອງ​ໄດ້​ຮັບ​ການ​ປິ່ນ­ປົວ ແລະ ພັກ​ຟື້ນ​ສຸ­ຂະ­ພາບ​ຢູ່​ສູນ​ປິ່ນ­ປົວ ໂດຍ​ສະ­ເພາະ ແທນ​ທີ່​ຈະ​ຖືກ​ສົ່ງ​ເຂົ້າ​ຄຸກ​ຄື​ເມື່ອ​ກ່ອນ ສ່ວນ​ໂທດ​ທາງ​ອາ­ຍາ​ນັ້ນ ແມ່ນ​ຈະ​ໄດ້​ກຳ­ນົດ​ໃສ່​ຜູ້​ຄ້າ​ຢາ​ເສບ​ຕິດ ໂດຍ​ສະ­ເພາະ (ຜູ້​ຜະ­ລິດ​ມີ​ໄວ້​ໃນ​ຄອບ​ຄອງ​ເພື່ອ​ຈຳ­ໜ່າຍ ແລະ ຈຳ­ໜ່າຍ​ຢາ​ເສບ​ຕິດ) ນີ້​ຄື​ນະ­ໂຍ­ບາຍ​ທີ່​ຖືກ­ຕ້ອງ​ຂອງ​ທາງ​ການ​ອິນ​ໂດ​ເນ​ເຊຍ ຕໍ່​ຜູ້​ທີ່​ຕົກ​ເປັນ​ທາດ​ຂອງ​ຢາ​ເສບ​ຕິດ ພ້ອມ​ດຽວ​ກັນ​ນັ້ນ ທາງ​ການ​ກໍ​ໄດ້​ເພີ່ມ​ມາດ​ຕະ­ການ​ລົງ­ໂທດ ແລະ ຄວບ​ຄຸມ​ນັກ­ໂທດ​ຄະ­ດີ​ຄ້າ​ຢາ​ເສບ​ຕິດ​ຢ່າງ​ໜັກ­ໜ່ວງ ແລະ ແໜ້ນ­ໜາ​ກວ່າ​ເກົ່າ ດັ່ງ​ມີ​ຂ່າວ​ໜຶ່ງ​ທີ່​ບອກ​ວ່າ ຄະ­ນະ​ກຳ­ມະ­ການ​ຕ້ານ​ຢາ​ເສບ​ຕິດ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ ໄດ້​ຂຶ້ນ​ແຜນ​ສົ່ງ​ນັກ­ໂທດ​ຄະ­ດີ​ຄ້າ​ຢາ​ເສບ​ຕິດ​ໄປ​ກັກ​ຂັງ​ຢູ່​ເກາະ­ດອນ​ທີ່​ແຍກ​ປ່ຽວ​ຢູ່​ເຂດ​ນ່ານ​ນ້ຳ​ທີ່​ເຕັມ​ໄປ​ດ້ວຍ​ຝູງ​ແຂ້​ທີ່​ຮ້າຍ​ຂາດ​ເປັນ​ອັນ­ຕະ­ລາຍ​ທີ່​ສຸດ ທັງ​ນີ້​ກໍ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພວກ​ນັກ­ໂທດ​ລັກ​ໂຕນ​ຄຸກ ເພາະ​ຖ້າ​ໂຕນ​ຄຸກ​ແລ້ວ​ລອຍ­ນ້ຳ​ໜີ​ກໍ​ຈະ​ຖືກ​ແຂ້​ງັບ​ເປັນ​ອາ­ຫານ ຂ່າວ​ບອກ​ວ່າ ທ່ານ​ບຸ​ດີ ວາ​ເຊ​ໂຊ (Budi Waseso) ອຳ­ນວຍ​ການ​ຄະ­ນະ​ກຳ­ມະ­ການ​ຕ້ານ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ໄດ້​ເດີນ­ທາງ​ໄປ​ຊອກ​ສະ­ຖານ­ທີ່​ຢູ່ 3 ແຂວງ ເກາະ­ດອນ​ບ່ອນ​ທີ່​ມີ​ຝູງ​ແຂ້​ທີ່​ເປັນ​ອັນ­ຕະ­ລາຍ​ທີ່​ສຸດ​ມາ​ແລ້ວ ເຫດ­ຜົນ​ທີ່​ຢາກ​ແຍກ​ນັກ­ໂທດ​ຄະ­ດີ​ຢາ​ເສບ​ຕິດ​ໄປ​ຢູ່​ບ່ອນ​ສະ­ເພາະ ກໍ​ເພື່ອ​ບໍ່​ໃຫ້​ນັກ­ໂທດ​ເຫຼົ່າ​ນີ້​ມີ​ໂອ­ກາດ​ໂຕນ​ຄຸກ ຫຼື ມີ​ໂອ­ກາດ​ຕິດ­ຕໍ່​ກັບ​ພາຍ​ນອກ​ເພື່ອ​ສືບ­ຕໍ່​ຄ້າ­ຂາຍ​ຢາ​ເສບ​ຕິດ​ໃນ​ຂະ­ນະ​ປະ­ຕິ­ບັດ​ໂທດ​ຢູ່​ໃນ​ຄຸກ.

ທີ່​ສິງ­ກະ­ໂປ: ໃນ​ຕົ້ນ​ເດືອນ​ກຸມ­ພາ 2019 ຂ່າວ​ຈາກ​ສິງ­ກະ­ໂປ ໃຫ້​ຮູ້​ວ່າ: ທາງ​ການ​ຂອງ​ປະ­ເທດ​ນີ້​ໄດ້​ສະ­ແດງ​ຈຸດ​ຢືນ​ຢ່າງ​ຈະ​ແຈ້ງ­ວ່າ ຈະ​ຄົ້ນ­ຄວ້າ ແລະ ນຳ​ໃຊ້​ກັນ­ຊາ​ເພື່ອ​ທາງ​ການ​ແພດ ໂດຍ​ສະ­ເພາະ ພາຍ​ໃຕ້​ລະ­ບຽບ​ການ​ຄຸ້ມ​ຄອງ​ຢ່າງ​ເຄັ່ງ​ຄັດ ພ້ອມ​ດຽວ​ກັນ ກໍ​ຈະ​ນັງ​ຮັກ­ສາ​ຖາ­ນະ​ຂອງ​ກັນ​ຢາ​ເປັນ​ຢາ​ເສບ​ຕິດ​ທີ່​ຜິດ​ກົດ­ໝາຍ​ໄວ້​ຄື­ເກົ່າ ຖະ­ແຫຼງ­ການ​ຮ່ວມ​ລະ­ຫວ່າງ​ກະ­ຊວງ​ພາຍ​ໃນ ແລະ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ສິງ­ກະ­ໂປ ໄດ້​ຊີ້​ອອກ​ວ່າ ກັນ­ຊາ​ແມ່ນ​ປະ­ເພດ​ຢາ​ເສບ​ຕິດ​ໃຫ້​ໂທດ ແລະ ບໍ່​ມີ​ຫຼັກ​ຖານ​ດ້ານ​ວິ­ທະ­ຍາ­ສາດ​ໃດໆ​ເລີຍ​ທີ່​ຮັບ­ຮອງ​ຄວາມ​ປອດ​ໄພ ແລະ ປະ​ສິດ­ທິ​ຜົນ​ຂອງ​ການ​ນຳ​ໃຊ້​ກັນ­ຊາ​ດິບ ດັ່ງ­ນັ້ນ ຕ້ອງ​ແຍກ​ໃຫ້​ເຫັນ​ຈະ­ແຈ້ງ​ຄວາມ​ແຕກ​ຕ່າງ​ລະ­ຫວ່າງ​ກັນ­ຊາ​ດິບ​ກັບ​ຜະ­ລິດ​ຕະ​ພັນ​ກັນ­ຊາ​ທາງ​ການ​ແພດ ຈຸດ​ນີ້​ລະ​ຄື​ຄວາມ​ແຕກ​ຕ່າງ​ກັບ​ການ​ນຳ​ໃຊ້​ກັນ­ຊາ​ຢູ່​ບາງ​ປະ­ເທດ​ໃນ​ປັດ­ຈຸ­ບັນ ໂດຍ​ບາງ​ປະ­ເທດ​ໄດ້​ລຶບ​ຊື່​ກັນ­ຊາ​ອອກ​ຈາກ​ບັນ­ຊີ​ຢາ​ເສບ​ຕິດ ບາງ​ປະ­ເທດ​ເນັ້ນ​ກັນ­ຊາ​ທາງ​ການ​ແພດ ແລະ ການ​ເສບ​ເພື່ອ​ຜ່ອນ­ຄາຍ ບາງ​ປະ­ເທດ​ອະ­ນຸ­ຍາດ​ໃຫ້​ປູກ​ກັນ­ຊາ​ເພື່ອ​ຊົມ­ໃຊ້​ໃນ​ຄອບ­ຄົວ ຫຼື ສ່ວນ​ບຸກ­ຄົນ​ໄດ້ ແຕ່​ຢູ່​ສິງ­ກະ­ໂປ​ນັ້ນ ທາງ​ການ​ຈະ​ເນັ້ນ​ການ​ນຳ​ໃຊ້​ກັນ­ຊາ​ເພື່ອ​ທາງ​ການ​ແພດ​ຢ່າງ​ດຽວ ພາຍ​ໃຕ້​ການ​ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ​ດ້ວຍ​ລະ­ບຽບ​ກົດ­ໝາຍ ແລະ ກັນ­ຊາ ຍັງ​ຈະ​ນອນ​ຢູ່​ໃນ​ບັນ­ຊີ​ຢາ​ເສບ​ຕິດ​ທີ່​ຜິດ​ກົດ­ໝາຍ​ດັ່ງ​ເດີ່ມ.

error: Content is protected !!